ເສດຖະກິດໂລກຈະເສຍຫາຍໜັກສຸດໃນຮອບສະຕະວັດ – ສື່ລາວ.ຄອມ
Connect with us

ຂ່າວສັງຄົມ

ເສດຖະກິດໂລກຈະເສຍຫາຍໜັກສຸດໃນຮອບສະຕະວັດ

Published

on

ໄອເອັມເອຟເຕືອນວ່າ:ຜົນກະທົບຈາກໂຄວິດ-19ຈະຮ້າຍແຮງທີ່ສຸດຈົນເຮັດໃຫ້ເສດຖະກິດໂລກພັງ ແລະ ເສື່ອມໂຊມໜັກໜ່ວງທີ່ສຸດໃນຮອບ100ປີນັບຕັ້ງແຕ່ສົງຄາມໂລກ.

ທ່ານ ຄຣິດຕຽນນາ ກໍເກຍວາ ຜູ້ອໍານວຍການໃຫຍ່ກອງທຶນການສາກົນຫຼືໄອເອັມເອຟໄດ້ອອກມາເຕືອນເຖິງຄວາມກັງວົນເຖິງວິກິດພະຍາດໂຄວິດ-19ລະບາດທົ່ວໂລກວ່າຄັ້ງນີ້ບໍ່ຄືທຸກວິກິດທີ່ຜ່ານມາເນື່ອງຈາກສົ່ງຜົນກະທົບຕໍ່ເສດຖະກິດໂລກຈົນເຂົ້າສູ່ພາວະເສື່ອມໂຊມຮ້າຍແຮງທີ່ສຸດນັບຕັ້ງແຕ່ເກີດວິກິດເສດຖະກິດຕົກຕໍ່າຄັ້ງໃຫຍ່ທີ່ເກີດຂຶ້ນໃນທະວີບອາເມຣິກາເໜືອ ແລະ ເອີຣົບເມື່ອປີ1929ຫຼັງສົງຄາມໂລກຄັ້ງທີ1ເມື່ອ91ປີທີ່ຜ່ານມາ ແລະ ຍັງຂະຫຍາຍວົງກວ້າງໄປຍັງນາໆປະເທດທົ່ວໂລກ.

ຜູ້ອໍານວຍການໃຫຍ່ກອງທຶນການສາກົນຍັງກ່າວເຖິງວິກິດທີ່ເກີດຈາກພະຍາດຮ້າຍໃນຄັ້ງນີ້ວ່າໄດ້ເຮັດໃຫ້ເກີດການຢຸດຕິການພົວພັນທາງສັງຄົມ ແລະ ເສດຖະກິດໃນນາໆປະເທດທົ່ວໂລກໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ,ນອກຈາກຜູ້ຄົນຈໍານວນຫຼາຍຕ້ອງຕິດພະຍາດ,ເສຍຊີວິດ ແລະ ມາດຕະການປິດເມືອງປິດປະເທດທີ່ຈໍາເປັນຕໍ່ການຕໍ່ສູ້ກັບພະຍາດລະບາດໄດ້ສົ່ງຜົນກະທົບຕໍ່ຜູ້ຄົນທົ່ວໂລກເປັນຕື້ໆຄົນ.

ພ້ອມທັງຮຽກຮ້ອງໃຫ້ປະເທດສະມາຊິກໄອເອັມເອຟ189ປະເທດທີ່ຈະມາຮ່ວມປະຊຸມສຸດຍອດໃນອາທິດນີ້ຄວນອອກນະໂຍບາຍເພື່ອຟື້ນຟູເສດຖະກິດຂອງປະເທດຕົນເອງຢ່າງໄວວາ ແລະ ໃຫ້ກັບມາແຂງແກ່ນອີກເທື່ອໜຶ່ງ.

ຂ່າວສັງຄົມ

ຈັບໄດ້ແລ້ວ! ຜູ້ກໍ່ເຫດທໍາລາຍຊັບ( ຈູດໂຮງຮຽນມັດທະຍົມເລກ03 ບ້ານທ່າເມືອງ)

Published

on

ໃນທ້າຍປີ2022ຜ່ານມານີ້,ທ່ານ ພັທ ພອນໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນຄັ້ງວັນທີ 14 ທັນວາ 2022 ເວລາ 24 ໂມງ 30 ນາທີ ,ທາງເຈົ້າໜ້າທີ່ ປກສ ກຸ່ມ ໄດ້ລາຍງານທາງໂທລະສັບຫາເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ວ່າໃນເວລາປະມານ 24 ໂມງ 00 ນາທີ,ຂອງວັນດຽວກັນ ໄດ້ມີເຫດການເກີດອັກຄີໄຟໃໜ້ໂຮງຮຽນມັດທະຍົມຕອນຕົ້ນເລກ 03 ຢູ່ບ້ານ ທ່າເມືອງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຈາກນັ້ນ,

ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຈິງແທ້ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊັນນະສູດສະຖານທີ່ເກີດເຫດ ເຊິ່ງລວມມູນຄ່າເສຍຫາຍທັງໜົດ 786,480,000 ກີບ(ເຈັດຮ້ອຍແປດສິບຫົກລ້ານສີ່ແສນແປດສິບພັນກີບ) ຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ຈິ່ງສາມາດຮູ້ໄດ້ວ່າສາຍເຫດທີ່ພາໃຫ້ເກີດອັກຄີໄຟແມ່ນເກີດຈາກຄົນຈູດ ເພາະສະຖານທີ່ດັ່ງກ່າວແມ່ນມີຮ່ອງຮອຍງັດແງະຈາກຂອງມີຄົມ,ທາງເຈົ້າທີ່ຕຳຫຼວດ ຈີ່ງໄດ້ກຳນົດເປົ້າໝາຍ.ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12 ໂມງ ທາງເຈົ້າທີ່ຕຳຫຼວດ ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້ 03 ຄົນຄື:อาจเป็นรูปภาพของ 2 คน และ ชุดเครื่องแบบทหาร

ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ, ອາຊີບວ່າງງານ ບ້ານທ່າເມືອງ ນະຄອນ ໄກສອນ ພົມວິຫານ ,ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ຫຳນ້ອນ ຫຼື ເປີ້ນ ອາຍຸ 16 ປີ, ອາຊີບ ກຳມະກອນ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ເພື່ອມາທຳການສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສາມໄດ້ຍອມຮັບສະຫຼະພາບວ່າ: ໃນເວລາ 21ໂມງ ຂອງວັນທີ 13 ທັນວາ 2022 ທ້າວ ສາຍຄຳ ຫຼື ໄກ່ ໄດ້ຊັກຊວນ ທ້າວ ບີ້ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ໄປລັກຢາສູນບາລາກູ(ຢາສູບໄຟຟ້າ) ພາຍຫຼັງຕົກລົງກັນແລ້ວກໍ່ພາກັນຍ່າງໄປ ແລະອຸປະກອບທີ່ຖືໄປນຳມີດພັບຍາວປະມານ 20 ຊັງຕີແມັດ ພໍຍ່າງໄປຮອດໂຮງຮຽນເວລາ 21 ໂມງຂອງວັນດຽວກັນ ກໍ່ພາກັນປີນຂື້ນກຳແພງຮົ້ວຂອງໂຮງຮຽນເບື້ອງທິດໃຕ້ ກໍ່ໄດ້ພາກັນຍ່າງໄປຕຶກຂອງອຳນວຍການໂຮງຮຽນ ແລ້ວໃຊ້ມີດທີ່ຖືມາງັດໜ່ວຍກະແຈປະຕູທາງເຂົ້າຫ້ອງການ ແຕ່ງັດບໍ່ໄດ້ ຈາກນັ້ນ,ພວກກຽ່ວຈິ່ງໄດ້ຍ່າງໄປທາງຫຼັງຫ້ອງການແລ້ວແນມເຫັນປະຕູທາງເຂົ້າເປັນຫວ່າງປະມານ 02 ນີ້ວ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຈັບເອົາໄມ້ແຍເຂົ້າໄປໃນຮູແລ້ວງັດໄດ້ປະມານ 20 ນາທີ ງັດອອກມາໄດ້ ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າແຕ່ບໍ່ເຫັນແລ້ວແນມເຫັນພ້າວາງໄວ້ຢູ່ຂ້າງຕຸກນ້ຳ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຍ່າງໄປຈັບເອົາແລ້ວຖືໄປງັດຫ້ອງຮອງອຳນວຍການ ຍ້ອນວ່າຜູ້ກ່ຽວເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວ ແລະ ເຄີຍຖືກອາຈານ ເອີ້ນໄປສຶກສາອົບຮົມແລ້ວເຫັນຢາສູບໄຟຟ້າທີ່ຄູ-ອາຈານ ຢຶດຈາກນັກຮຽນມາໄວ້ຢູ່ໃນຫ້ອງດັ່ງກ່າວ ໂດຍໃຊ້ວິທີເອົາພ້າງັດກະແຈລູກບິດ ໄດ້ປະມານ 30 ນາທີ ຈີ່ງສາມາດງັດໄດ້ ຊຶ່ງພາຍຫຼັງງັດໄດ້ແລ້ວກໍ່ພາກັນເຂົ້າໄປຄົ້ນຫາຢາສູບໄຟຟ້າແລ້ວພົບເຫັນຢາສູບໄຟຟ້າ ຈຳນວນ 11 ອັນ ທີ່ປະໄວ້ຢູ່ໃນຕູ້ເອກະສານຊັ້ນທີ2 ຈິ່ງພາກັນຈັບເອົາໃສ່ຖົງໂສ້ງ ເຊີ່ງພາຍຫຼັງໄດ້ຢາສູບແລ້ວກໍ່ພາກັນຍ່າງອອກມາຫ້ອງໂຖງ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງແນມເຫັນເຈວລ້າງມື ວາງໄວ້ເທິງໂຕະອາຈານ ຈິ່ງໄດ້ຈັບເອົາແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕະເຮັດວຽກຂອງຮອງອຳນວຍການ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ເອົາກັບໄຟແຊັກນຳທ້າວ ບີ້ ແລ້ວຍ່າງໄປຂີດຈູດ ເຊີ່ງພາຍຫຼັງຈູດແລ້ວພວກກ່ຽວຈິ່ງເອົາຕົວຫຼົບໜີ.ທ່ານ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນ ໃຫ້ຮູ້ອີກວ່າ: อาจเป็นรูปภาพของ 3 คน, ผู้คนกำลังยืน และ สถานที่ในร่ม

ສັງລວມແລ້ວສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້ຍ້ອນທ້າວ ສາຍຄຳ ຫຼື ໄກ່ ເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວໄດ້ຖືກຄູ-ອາຈານເອີ້ນຂື້ນຫ້ອງການ ແລະ ພ້ອມທັງສຶກສາອົບຮົມຫຼາຍຄັ້ງ ແລະສາເຫດທີ່ທາງໂຮງຮຽນສຶກສາອົບຮົມຍ້ອນຜູ້ກ່ຽວເຮັດຜິດລະບຽບຂອງໂຮງຮຽນ ແລະ ຕິດຢາເສບຕິດ.ປັດຈຸບັນຄະດີລາຍນີ້, ເຈົ້າໜ້າທີ່ແມ່ນຍັງສືບຕໍ່ດຳເນີນຄະດີ ຕາມຂັ້ນຕອນລະບຽບກົດໜາຍ.

ແລະຂ່າວຍັງແຈ້ງຕື່ມອີກວ່າ: ໄດ້ມີເຫດການທຳຮ້າຍຮ່າງກາຍຢູ່ແຄມຂອງທ່າຫຼັງໂຮງໜໍແຂວງ ໃນເວລາ16ໂມງ,ຂອງວັນທີ່ 18 ທັນວາ 2022 ໄດ້ມີເຟສບຸກຊື່:ພາສາລາວ ປ໋າໄກ່ ສາຍພາເພີນ ໄດ້ໂຟສລົງເຟສບຸກຕໍ່ກັບເຫດການທຳຮ້າຍຮ່າງກາຍ ໂດຍໃຊ້ສະກ໋ອດມັດມືທາງຫຼັງແລ້ວລົງມືແຕະຕີພ້ອມທັງເອົາຕີນຍັນລົງນ້ຳຂອງ ສະຖານທີ່ຢູ່ທ່າທາງຫຼັງໂຮງໜໍແຂວງ ພາຍຫຼັງໄດ້ຮັບແຫຼງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຈີ່ງໄດ້ຂື້ນບັນຊີເປົ້າໜາຍ ແລະ ຮູ້ໄດ້ວ່າຜູ້ຖືກທຳຮ້າຍຮ່າງກາຍຊື່: ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ແລະມາຮອດວັນທີ 20 ທັນວາ 2022 ຈິ່ງໄດ້ນຳຕົວທ້າວ ບີ້ (ຜູ້ຖືກທຳຮ້າຍຮ່າງກາຍ)ເອົາມາສອບຖາມ ແລ້ວຮູ້ວ່າຜູ້ທີ່ທຳຮ້າຍຮ່າງກາຍຄື: อาจเป็นรูปภาพของ 2 คน, ผู้คนกำลังยืน และ ชุดเครื่องแบบทหาร

ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ,ອາຊີບ ວ່າງງານ ບ້ານທ່າເມືອງ,ທ້າວ ວຽງສະຫວັນ ຫຼື ໂປ ອາຍຸ 13 ປີ,ອາຊີບ ກຳມະກອນ ບ້ານສະພານເໜືອ,ທ້າວ ຈູມຸງ ອາຍຸ 15 ປີ,ອາຊີບ ວ່າງງານ ບ້ານ ໄຊຍະມຸງຄຸນ ແລະ ທ້າວ ພອນຄຳ ຫຼື ໂອ ອາຍຸ 13 ປີ,ອາຊີບ ນັກຮຽນ ບ້ານ ທ່າແຮ່ ນະຄອນ ໄກສອນ ພົມວິຫານ ຈາກນັ້ນ,ຈີ່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ. ແລະ ຜ່ານການສືບສວນ-ສອບສວນ ພວກກ່ຽວທັງ04 ຄົນໄດ້ໃຫ້ການຍອມຮັບສະຫຼະພາບວ່າ:อาจเป็นรูปภาพของ 4 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม

ໃນຄັ້ງວັນທີ16 ທັນວາ 2022 ໄດ້ມີທ້າວ ບີ້(ໜູ່ຂອງພວກກ່ຽວເອງ)ລັກໂທລະສັບຂອງທ້າວ ສາຍຄຳ ຫຼື ໄກ່ ມາຮອດວັນທີ 18 ທັນວາ 2022 ເວລາ 16 ໂມງ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຮູ້ວ່າ ທ້າວ ບີ້ ເປັນຄົນລັກໂທລະສັບ ຈາກນັ້ນ ທ້າວ ສາຍຄຳ ຫຼື ໄກ່,ທ້າວ ຈູມຸງ,ທ້າວ ພອນຄຳ ຫຼື ໂອ ແລະ ທ້າວ ວຽງສະຫວັນ ຫຼື ໂປ ຈິ່ງໄດ້ປືກສາກັນວ່າຈະລົງໂທດແບບໃດ ພວກກ່ຽວທັງ04 ຈິ່ງຕົກລົງກັນວ່າ ເອົາສະກອດມັດມືແລ້ວຖີ້ມລົງນ້ຳຂອງ ເຊິ່ງພາຍຫຼັງຕົກລົງກັນແລ້ວກໍ່ເອົາສະກອດມັດມືທ້າວ ບີ້ ທາງຫຼັງ ແລ້ວພາໄປແຄມຂອງທ່າຫຼັງໂຮງໜໍແຂວງ ຈາກນັ້ນ,ທ້າວ ພອນຄຳ ຫຼື ໂອ ກໍ່ເອົາຕີນຍັນລົງນ້ຳຂອງ ສ່ວນ ທ້າວ ສາຍຄຳ ຫຼື ໄກ່ ເປັນຄົນຖ່າຍຄິບ ແລະ ພາຍຫຼັງທ້າວ ບີ້ ຕົກລົງນ້ຳແລ້ວ ທ້າວ ບີ້ ກໍ່ຍ່າງຂື້ນມາເອງພໍຍ່າງຂື້ນມາຮອດເທິງຝັງ ກໍ່ພາກັນຫຸ້ມແຕະຕີ ທ້າວ ບີ້ ໂດຍໃຊ້ມື ແລະ ຕີນ ຊື່ງພາຍຫຼັງຕີແລ້ວກໍ່ພາກັນເມືອ ປະໃຫ້ທ້າວ ບີ້ ຍ່າງເມືອເອງ,ທ້າວ ສາຍຄຳ ຫຼື ໄກ່ ເມືອຮອດເຮືອນຈິ່ງໄດ້ເອົາຄິບທີ່ຖ່າຍລົງເຟສບຸກສ່ວນຕົວຂອງຜູ້ກ່ຽວເອງ.ສາຍເຫດ ແລະ ແຮງຈູງໃຈ ໃນການກໍ່ເຫດຄັ້ງນີ້ຍ້ອນແມ່ນທ້າວ ບີ້ ໄປລັກໂທລະສັບຂອງ ສາຍຄຳ ຫຼື ໄກ່ ພວກກ່ຽວທັງສີ່ຈິ່ງໄດ້ໂທດດ້ວຍການເອົາສະກອດມັດມືແລ້ວຍັນລົງນ້ຳຂອງແລະພ້ອມທັງຫຸ້ມທຳຮ້າຍຮ່າງກາຍ.

Continue Reading

ຂ່າວສັງຄົມ

ສະຫຼົດໃຈ! ເຫດຊາຍຊູ້ ບຸກເຂົ້າໄປຍິງຢູ່ເຮືອນ ກ່ອນສິຈົບຊີວິດໂຕເອງ ທີ່ປາກເຊ

Published

on

By

ເວລາປະມານ 18:30 ນາທີ ຂອງວັນທີ 27/12/2022 ໄດ້ມີເຫດຍິ ງກັນເສ ຍຊີວິ ດ 2 ຄົນ ທີ່ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ.

+ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ ( ຝົນ ) ອາຍຸ34 ປີ ອາຊີບຄ້າຂາຍຢູ່ບ້ານສວນສະຫວັນ ນະຄອນປາກເຊ +ຜູ້ທີ 2 ຊື່ ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ເປັນຕຳຫລວດ.

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດທັງ 2 ແມ່ນມີການພົວພັນແບບຊູ້ສາວ;

ໃນຕອນເກີດເຫດ ທ້າວ ປະສານສັກ ຂີ່ລົດຈັກເຂົ້າມາຫານາງ ຄຳຟອງ ຢູ່ເຮືອນ ມີຫຼັກສະນະມຶນເມົາ ມີປືນ AK ມາພ້ອມ ແລ້ວກໍ່ໄດ້ເຫັນ ນາງ ຄຳຟອງ ກຳລັງນັ່ງກິນເຂົ້າກັບຄອບຄົວ ເຊິ່ງມີຜົວ ແລະ ລູກອາຍຸ 5 ປີ ແລະ 3 ປີ,

ຈາກນັ້ນ ທ້າວ ປະສານສັກ ໄດ້ປົດປືນອອກຈາກບ່າ ແລ້ວຍິງຂຶ້ນຟ້າ 3 ນັດ ແລ້ວໄດ້ເວົ້າກັບນາງ ຄຳຟອງ ວ່າ ເອົາບໍ່ຄົນລະລູກ;

ຈາກນັ້ນ ຜູ້ກ່ຽວໄດ້ຍິ ງໃສ່ຫົວນາງຄຳຟອງ 1 ນັດ ແລ້ວຍິ ງໃສ່ຕົນເອງ 1 ນັດ ເສ ຍຊີວິ ດຄາທີ່.

ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ.

Continue Reading

ຂ່າວສັງຄົມ

ຫຼ້າສຸດອອກແກ້ຂ່າວ: ເມຍຂ້ອຍ ບໍ່ໄດ້ປະຖິ້ມລູກຜົວ

Published

on

ລ່າສຸດອອກແກ້ຂ່າວ: ເມຍຂ້ອຍບໍ່ໄດ້ປະຖິ້ມລູກຜົວເດີ້ທຸກຄົນ ລາວເມືອຍ້ອນບໍ່ເຂົ້າໃຈກັບຂ້ອຍເອງ.

ລະໄຫ້ຮ້ອງທ້ອງແຕກວ່າເມຍຖິ້ມມື້ນັ້ນ ທີ່ແກ້ຜິດກັບເມຍ.

ລູກຜູ້ຊາຍ ຖ້າຢາກຮັກສາສັກສີເມຍ ແລະແມ່ຂອງລູກໂຕເອງແທ້ໆ ເຂົາບໍ່ອອກມາໄຫ້ຮ້ອງທ້ອງແຕກໂພສລົບໆໃຫ້ເມຍເຮັດໃຫ້ຄົນອື່ນເຂົ້າໃຈເມຍໂຕເອງຜິດເດີ້

ໂພສລົງຕາມກຸ່ມຕ່າງໆ ເວົ້າຄືຈັ່ງເມຍຖິ້ມເມຍປະຍ້ອນທຸກຍາກ.

ກູເຫັນໂພສທຳອິດກູລະຄິດວ່າມີເຖົ້າແກ່ຈີນທາງໃດຂີ່ປາໂດ້ມາຮັບເອົາເມຍໄປລະຖິ້ມເພິ່ນນຳລູກຢູ່ເຮືອນອີຕົນເມຍວ່າຊັ່ນ ສັງຄົມດ່າເມຍ.

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້