ຂ່າວພາຍໃນ
ຂ່າວດີ ຄົນຕ່າງປະເທດ ແລະ ຄົນລາວ ທີ່ຢາກເດີນທາງກັບປະເທດ ຍັງມີຄວາມຫວັງ

ທ່ານ ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 31 ສິງຫາ 2020 ຜ່ານມານີ້ວ່າ: ພະຍາດໂຄວິດ-19 ແມ່ນຍັງມີການລະ ບາດຢູ່ຫລາຍປະເທດທົ່ວໂລກ, ເຊິ່ງເຮັດໃຫ້ຫລາຍໆປະເທດຍັງປິດປະເທດຂອງຕົນຢູ່ ເພື່ອປ້ອງກັນ ແລະ ຄວບຄຸມເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມັນລະບາດໃນຮອບໃໝ່ອີກຄັ້ງ. ການປິດປະເທດຂອງລາວເຮົາ ບໍ່ໄດ້ໝາຍຄວາມຈະປິດແບບເຂົ້າ-ອອກ ບໍ່ໄດ້ເລີຍ, ເຊິ່ງຫລາຍປະເທດ ໄດ້ມີການຊອກຫາຊ່ອງທາງໃຫ້ມີການຜ່ອນຜັນໃຫ້ມີການດຳເນີນທຸລະກິດ ແລະ ການໄປມາຫາສູ່ໃຫ້ປົກກະຕິດີຂຶ້ນ.

ສະນັ້ນ,ຈຶ່ງມີຄຳແນະນຳຂອງຄະນະສະເພາະກິດວ່າ: ໃນກໍລະນີທີ່ມີຄວາມຈຳເປັນ ແລະ ຮີບດ່ວນນີ້ ຈຶ່ງຕ້ອງຮັກສາຖ້ຽວບິນມະນຸດສະທຳນີ້ໄວ້ ເນື່ອງຈາກວ່າຍັງມີນັກສຶກສາລາວ, ພະນັກງານຄົນລາວທີ່ໄປຝຶກອົບ ຮົມ, ໄປສຶກສາຢູ່ຕ່າງປະເທດ ເວລາເຂົາຈົບຫລັກສູດແລ້ວ ອັດຕາເບ້ຍລ້ຽງຕ່າງໆກໍຖືກຕັດ, ບ່ອນພັກບ່ອນເຊົາກໍບໍ່ໄດ້ມີແລ້ວ ເຂົາເຈົ້າຈະຢູ່ຈະກິນແນວໃດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງກັບຄືນປະເທດ ລວມເຖິງຜູ້ທີ່ໝົດໄລຍະປະຈຳການຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະແມ່ນບັນດານັກການທູດ, ພະນັກງານຜູ້ຊ່ຽວຊານຕ່າງໆ ໝົດໄລຍະປະຈຳການ ເຂົາເຈົ້າກໍ່ຈະກັບຄືນປະເທດ ຫລື ໄປປະຈຳການບ່ອນໃໝ່.

ຖ້ຽວບິນມະນຸດສະທຳນີ້ ແມ່ນຂອງອົງການສະຫະປະຊາຊາດ ທີ່ໄດ້ມີແຈ້ງການ ແລະ ຄຳສະ ເໜີຈາກສະຫະປະຊາຊາດເຖິງລັດຖະບານລາວ, ເຊິ່ງຖ້ຽວບິນດັ່ງກ່າວແມ່ນຍັງສືບຕໍ່ປະຕິບັດ ໂດຍທີ່ມີມາດຕະການຄວບຄຸມຢ່າງເຂັ້ມງວດທີ່ສຸດໃນການປ້ອງກັນ ການຕິດເຊື້ອໂຄວິດ-19. ໂດຍໄດ້ເປີດຊ່ອງທາງໃຫ້ບັນດານັກການທູດ, ຄົນລາວ ຫລື ຄົນຕ່າງປະເທດທີ່ຍັງຕົກຄ້າງຢູ່ຕ່າງປະເທດຢາກເຂົ້າມາ ສ ປປ ລາວ ແລະ ຢາກອອກຈາກ ສປປ ລາວ, ເຊິ່ງປະຈຸບັນ ແມ່ນເປີດໃຫ້ບໍລິການໜຶ່ງອາທິດຕໍ່ຖ້ຽວ.

ທ່ານ ກ່າວຕື່ມວ່າ: ສໍາລັບຖ້ຽວບິນ ສປປ ລາວ ກັບ ສປ ຈີນ ກໍເຊັ່ນດຽວກັນແມ່ນລັດຖະບານເປີດໃຫ້ຊ່ອງທາງ ທາງດ້ານທຸລະກິດ, ໂຄງການໃຫຍ່ໆຂອງລັດຖະບານ ແລະ ກິດຈະກຳທຸລະກິດໃຫຍ່ໆທີ່ຈະຕ້ອງເປີດດຳເນີນງານ ເພາະວ່າການຂົນສົ່ງສິນຄ້າຕ່າງໆບໍ່ໄດ້ປິດ ຍັງໄປມາໄດ້ຢູ່. ຄັນຊັ້ນ ນັກທຸລະກິດ, ຜູ້ຊ່ຽວຊານ ໂຄງການໃຫຍ່ໆເຂົາເຈົ້າຕ້ອງໄດ້ດຳເນີນການໄປຢູ່ຈັ່ງຊັ້ນ ພວກເຮົາກໍໄດ້ອະ ນຸມັດໃຫ້ມີຖ້ຽວບິນ ເພື່ອຂົນສົ່ງເອົາຜູ້ຊ່ຽວຊານ, ນັກວິຊາການໃນໂຄງການໃຫຍ່ໆເຂົ້າມາໃນ ສປປ ລາວ ໂດຍປະຕິບັດມາດຕະການຄວບຄຸມການລະບາດ, ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ ໃນການກວດຫາເຊື້ອ, ໃນການຈຳກັດບໍລິເວນ ໂດຍໝັ້ນໃຈວ່າບໍ່ຕິດເຊື້ອແລ້ວຈຶ່ງໃຫ້ເຂົາເຈົ້າໄປເຮັດວຽກຢູ່ໃນໂຄງການ ຫລື ກິດຈະກຳຕ່າງໆໄດ້.

ຂ່າວ: ໜັງສືພິມລາຍວັນລາວພັດທະນາ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ