ຂົນລຸກ ພິທີຂອງສຸລາເວສີ “ປຸກຜີ” ມາແຕ່ງກາຍ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຂົນລຸກ ພິທີຂອງສຸລາເວສີ “ປຸກຜີ” ມາແຕ່ງກາຍ

Published

on

ພິທີ​ນີ້​ຈະ​ຈັດ​ຂຶ້ນທຸກໆ 3 ປີ ​ໂດຍ​ຊາວ​ໂທຣາຈັນ ຢູ່​ເກາະ​ສຸລາ​ເວ​ສີ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເຊິ່ງມີ​ທຳນຽບ​ເກັບ​ສົບ​ຜູ້​ຕາຍ​ໄວ້​ໃຫ້​ແຫ້ງ​ຄື​ມຳມີ່.ຊຸມ​ຊົນ​ຊາວ​ໂທຣາຈັນ (Torajan) ທີ່​ອາ​ໄສ​ຢູ່​ຕາມ​ພູ​ໃນ​ເກາະ​ສຸລາ​ເວ​ສີ​ຂອງ​ອິນ​ໂດ​ເນ​ເຊຍ​ຂຸດ​ສົບ​ພີ່ນ້ອງ​ທີ່​ແຫ້ງ​ຄື​ມຳມີ່​ຂຶ້ນມາ​ທຸກ​ສາມ​ປີ ​ເພື່ອ​ທຳ​ຄວາມ​ສະອາດ ​ແລະ ​ແຕ່ງ​ກາຍ​ດ້ວຍ​ເສື້ອຜ້າ​ທີ່​ມັກ ​ເມື່ອ​ໃຫ້​ກຽດ​ແກ່​ວິ​ຍານ​ຂອງ​ພວກ​ເຂົາ.ພິທີ​ນີ້​ເອີ້ນ​ວ່າ: “ມາ​ເນ​ເນ” ຈະ​ປະຕິບັດກ່ອນ ຫລື ຫລັງ​ການ​ເກັບ​ກ່ຽວ​ໃນ​ເດືອນ​ສິງຫາ ​

ໂດຍ​ສະມາຊິກ​ໃນ​ຄອບຄົວ​ທີ່​ຍັງ​ມີ​ຊີວິດ​ຈະ​ຂຸດ​​ເອົາ​ສົບ​ພີ່ນ້ອງ​ທີ່​ເສຍ​ຊີວິດ​​ໄປ​ແລ້ວ​ຂຶ້ນມາ​ແຕ່ງ​ຕົວ​ໃໝ່ ​ແລະ ທຳ​ຄວາມ​ສະອາດ​ຂຸມ​ຝັງ​ສົບ.ປາ​ຊັງ ຂຸດ​ເອົາ​ສົບ​ສະມາຊິກ​ໃນ​ຄອບຄົວ​ທີ່​ເສຍ​ຊີວິດ​ໄປ​ແລ້ວ​ຫລາຍ​ຄົນ ລວມທັງ​ຍາຍ ​ແລະ ນ້າສາວ​ຂອງ​ລາວ​ຂຶ້ນມາ ຈາກ​ນັ້ນຈະ​ເອົາ​ສົບ​ໄປ​ຕາກ​ແດດ​ກ່ອນ​ຈະ​ແຕ່ງ​ຕົວ​ໃຫ້​ງົດ​

ງາມ. ນອກຈາກ​ນີ້ ຍັງ​ມີການຈັດ​ງານ​ລ້ຽງ ​ແລະ ຂ້າ​ໝູ​ເພື່ອ​ລ້ຽງ​ໃນ​ພິທີ​ນຳ​ອີກ.ສະ​ໄໝ​ກ່ອນ ຮ່າງ​ຜູ້​ເສຍ​ຊີວິດ​ຈະ​​ເຮັດ​ໃຫ້​ເປັນ​ມຳມີ່​ດ້ວຍ​ຂະ​ບວນການ​ດອງ ​ເຊິ່ງ​ໃຊ້​ນ້ຳສົ້ມສາຍ​ຊູ ​ແລະ ​ໃບ​ຊາ, ທຸກ​ມື້ນີ້​ຄອບຄົວ​ມັກ​ສັກ​ສານ​ລະລາຍ​ຟໍມາລດິ​ໄຮ​ເຂົ້າ​ໄປ​ໃນ​ສົບ.ຫລັງ​ຈາກ​ຜ່ານ​ໄປ​ຫລາຍ​ເດືອນ​ແລ້ວ ຊາວ​ໂທຣາຈັນ​ເຊື່ອ​ວ່າ​

ວິນ​ຍານ​ຂອງ​ຄົນ​ຕາຍ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ ​ແລະ ຈະ​ເປັນ​ອຳ​ມະຕະ ​ໂດຍ​ຈະ​ຈັດ​ພິທີ​ສົບ​ທີ່​ອາ​ລັງກາ​ນຫລາຍ​ວັນ ​ເອີ້ນ​ວ່າ: ພິທີ “ທຳ​ບູ​ ​ໂຊ​ໂລ”.ທັງ​ນີ້ ຊາວ​ໂທຣາຈັນ​ສ່ວນ​ຫລາຍ​ເປັນຄຣິສຕຽນ ​ແຕ່​ພວກ​ເຂົາ​ຍັງ​ຮັກສາ​ພິທີ ​ແລະ ຄວາມ​ເຊື່ອ​ຂອງ​ລັດທິ​ບູຊາ​ຜີ​ບັນພະ​ບູລຸດ​ເອົາ​​ໄວ້.

ຊົມຄລິບປະເພນີການປຸກຜີ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້