ດ່ວນ! ມື້ນີ້ອຸກະບາດຈະບິນຜ່ານໜ່ວຍໂລກ

ແຫຼ່ງຂ່າວຈາກ QĐND, ວັນທີ 30 ສິງຫາ ໂດຍອ້າງອີງຈາກແຫຼ່ງຂ່າວ ອົງການອາວະກາດ ແລະ ຈັກກະວານຂອງສະຫະລັດ(NASA) ປະກາດໃຫ້ຮູ້ວ່າ: ອຸກະບາດມີເສັ້ນຜ່າກາງ 22 ຫາ 49 ແມດຈະບິນຜ່ານໜ່ວຍໂລກຂອງພວກເຮົາ ດ້ວຍໄລຍະຫ່າງໃກ້ກ່ວາຈາກໜ່ວຍໂລກໄປຫາດວງເດືອນ, ໃນວັນທີ 1 ກັນຍານີ້. ອົງການ ນາຊາ ໃຫ້ຮູ້ວ່າ: ດ້ວຍຄວາມໄວ 8,6 km/ວິນາທີ, ອຸກະບາດ 2011 ES4 ຈະບິນຜ່ານໜ່ວຍໂລກດ້ວຍໄລຍະຫ່າງທີ່ມີຄວາມປອດໄພ ແລະ ບໍ່ມີຄວາມອັນຕະລາຍໃດໆ ເພາະຢູ່ຫ່າງໄກໂລກ 45.000 ໄມ. ອຸກະບາດ 2011 ES4 ຖືກພົບເຫັນໃນປີ 2011, ມັນຈະບິນຜ່ານຮອບວຽນໜ່ວຍໂລກ 9 ປີໃດເທື່ອໜຶ່ງ, ແຕ່ໃນເທື່ອນີ້ ມັນຈະບິນຜ່ານໃກ້ໜ່ວຍໂລກກ່ວາທຸກຄັ້ງທີ່ຜ່ານມາ

ຄາດວ່າຈະມີໄລຍະຫ່າງປະມານ 1,2 lakh km, ໝາຍຄວາມວ່າໃກ້ກ່ວາຖ້າທຽບໃສ່ແຕ່ໜ່ວຍໂລກໄປຫາ ດວງເດືອນ 3,84 lakh km. ປັດຈຸບັນບັນດານັກວິທະຍາສາດໃນໂລກກຳລັງຕິດຕາມໜ່ວຍພິພົບນ້ອຍຢູ່ 2.000 ໜ່ວຍ ພ້ອມກັບດາວຫາງ ແລະ ອຸກະບາດອື່ນໆ ທີ່ມີຄວາມອັນຕະລາຍຕໍ່ໂລກມະນຸດ. ໜັບແຕ່ໜ່ວຍອຸກະບາດທຳລາຍສາຍພັນໄດໂນເສົາໄປກ່ອນໜ້ານີ້ 66 ລ້ານປີ ເປັນຕົ້ນມາ ໜ່ວຍໂລກພວກເຮົາຍັງບໍ່ທັນເກີດມີໄພພິບັດອຸກະບາດໃດເກີດຂຶ້ນອີກ, ແຕ່ກໍເຄີຍມີລູກອຸກະບາດນ້ອຍຕົກໃສ່ໂລກມະນຸດພວກເຮົາເປັນປະຈຳ. ອົງການ ນາຊາ ໃຫ້ຮູ້ວ່າ: ບໍ່ມີ ອຸກະບາດ ຫຼື ດາວຫາງໃຫ່ຍໃດທີ່ມີຄວາມສາມາດຈະຕຳເຂົ້າໃສ່ກັບໜ່ວຍໂລກຂອງພວກເຮົາໄດ້ໃນຫຼາຍປີຕໍ່ຈາກນີ້ໄປ. ອົງການ ນາຊາ ໄດ້ຕິດຕາມເສັ້ນທາງບິນຂອງບັນດາໜ່ວຍພິພົບຕ່າງໆຢ່າງໃກ້ສິດ.