ຂ່າວພາຍໃນ
ການສຳຫຼວດຊີ້ ຂຸມຝັງສົບໃນທົ່ງໄຫຫິນອີກຫຼາຍພັນຂຸມ ອາດມີສົບເດັກນ້ອຍ-ເດັກເກີດໃໝ່ຈຳນວນຫຼາຍ

ທົ່ງໄຫຫິນຊຽງຂວາງທີ່ຫາກໍຖືກຂຶ້ນທະບຽນຈາກອົງການຢູເນສໂກໃຫ້ເປັນມໍລະດົກໂລກເມື່ອເດືອນກໍລະກົດທີ່ຜ່່ານມາ ເປັນພື້ນທີ່ໜຶ່ງທີ່ເຮັດໃຫ້ນັກບູຮານວິທະຍາ ແລະ ນັກປະຫວັດສາດຫຼົງໃຫຼ ແລະ ງົງງວາຍໃນຂະນະດຽວກັນ ໂດຍຄັ້ງທຳອິດທີ່ໄດ້ຮັບການບັນທຶກທາງໄວ້ທາງວິທະຍາສາດ ແມ່ນມີຂຶ້ນໃນຊຸມປີ 1930.
ເປັນເວລາຫຼາຍສະຕະວັດທີ່ຜ່່ານມາ ໄຫຫິນຂະໜາດໃຫຍ່ໄດ້ມີການພົວພັນກັບຂຸມສົບທີ່ບັນຈຸຮ່າງຂອງມະນຸດຍຸກບູຮານໄວ້. ແຕ່ຮ່າງດັ່ງກ່າວມາຢູ່ບ່ອນນັ້ນໄດ້ແນວໃດ ແລະ ຕອນນັ້ນເກີດຫຍັງຂຶ້ນ? ນັ້ນຍັງຄົງເປັນປິດສະໜາທີ່ຕອນນີ້ນັກຄົ້ນຄວ້າໄດ້ເລີ່ມຈັບເອົາຂໍ້ມູນທີ່ຄົ້ນພົບມາຕິດຕໍ່ເຂົ້າກັນເພື່ອໄຂຂໍ້ສົງໄສດັ່ງກ່າວ.

ທ່ານນາງ ຫຼຸຍ ຊີແວນ ຈາກມະຫາວິທະຍາໄລເມລເບີນ ປະເທດອອສເຕຣເລຍ ເຊິ່ງເປັນຜູ້ນຳພາການສຳຫຼວດຄົ້ນຄວ້າກ່າວຕໍ່ເວັບໄຊ IFLScience ວ່າ ພື້ນທີ່ດັ່ງກ່າວນີ້ອັດສະຈັນໃຈຫຼາຍ ເພາະເປັນຊາກເສດເຫຼືອຂອງພິທີກຳການຝັງສົບຂອງວັດທະນະທຳທີ່ມີເອກະລັກ ທີ່ສູນຫາຍໄປແຕ່ດົນນານແລ້ວ.
ແນວໃດກໍຕາມ ຍັງມີຫຼາຍບັນຫາທີ່ຕ້ອງໄດ້ສຶກສາກັນຕໍ່ໄປ. ການຂຸດຄົ້ນສຳຫຼວດໃນເຂດ 1 ທີ່ບ້ານອ່າງ ເຊິ່ງມີໄຫຫິນເກືອບ 400 ໜ່ວຍ ຊີ້ວ່າ ໄຫທີ່ໃຊ້ໃນພິທີກຳການຝັງສົບໃນພື້ນທີ່ນີ້ ຄວາມຈິງແລ້ວອາດມີຈຳນວນຫຼາຍພັນໜ່ວຍ. ຄະນະຄົ້ນຄວ້າພົບຫຼັກຖານເປັນສົບຂອງເດັກນ້ອຍ ແລະ ເດັກເກີດໃໝ່ ທີ່ອາດເສຍຊີວິດຈາກການຂາດສານອາຫານ ຫຼື ພະຍາດທີ່ເຮັດໃຫ້ການເຕີບໂຕຂອງປະຊາກອນຢຸດຊະງັກລົງ ເປັນອັດຕາສູງ.

ນັກຄົ້ນຄວ້າພົບວ່າ ຂຸມຝັງສົບໃຊ້ກັບຄົນທຸກເກນອາຍຸ ແລະ ທຸກເພດ. ຫຼາຍກວ່າ 60% ຂອງຮ່າງທີ່ພົບຈຳນວນ 18 ຮ່າງທີ່ຖືກບັນທຶກໄວ້ ເປັນຂອງເດັກນ້ອຍເກີດໃໝ່ ຫຼື ເດັກນ້ອຍ ເຊິ່ງເກືອບເຄິ່ງໜຶ່ງເສຍຊີວິດໃນຂະນະທີ່ຍັງຢູ່ໃນມົດລູກ ຫຼື ຫຼັງເກີດໄດ້ບໍ່ດົນ. ພ້ອມນີ້ 4 ລາຍຈາກທັງໝົດທີ່ພົບມີປັນຫາກ່ຽວກັບການຂະຫຍາຍໂຕຂອງຜິວເຄືອບແຂ້ວ ທີ່ຊີ້ເຖິງການເຕີບໂຕຢຸດຊະງັກ ເຊິ່ງອາດມາຈາກການໄດ້ຮັບສານອາຫານບໍ່ພຽງພໍ ຫຼື ຈາກພະຍາດຕ່າງໆ.

ຈາກການຂຸດຄົ້ນເຂດ 1, ທີມຄົ້ນຄວ້າຍັງລະບຸໄດ້ປະເພດຂອງພິທີກຳຝັງສົບ 3 ແບບຄື: ການຝັງກະດູກມະນຸດແບບທຸຕິຍະພູມ, ການຝັງເສດຊາດຂອງມະນຸດແບບທຸຕິຍະພູມໃນໂຖດິນເຜົາ ແລະ ການຝັງສົບມະນຸດສອງຄົນແບບປະຖົມພູມ.
ນັກຄົ້ນຄວ້າຢັ້ງຢືນການຄົ້ນພົ້ນຂັ້ນຕົ້ນໃນພື້ນທີ່ເຂດອື່ນໆວ່າ ພົບທາງຍ່າງທີ່ເຮັດຈາກຫິນຊາຍອ້ອມຮອບໄຫຫິນ ພ້ອມທັງຂຸມຝັງສົບແບບທຸຕິຍະພູມ ແລະ ກະດູກທີ່ບັນຈຸໃນພາຊະນະດິນເຜົາ. ພ້ອມນີ້ ນັກຄົ້ນຄວ້າຍັງພົບສາຍຄໍ ແລະ ລູກແກ້ວ ຮວມທັງພາຊະນະດິນເຜົາຂະໜາດນ້ອຍ ແລະ ຕຸ້ມຫູເປັນແຜ່ນມົນອີກດ້ວຍ. ທັງນີ້ ພິທີກຳການຝັງສົບທີ່ພົບໃນບໍລິເວນທົ່ງໄຫຫິນ ມີຄວາມແຕກຕ່າງຈາກພິທີກຳການຝັງສົບທີ່ໃຊ້ໄຫຢູ່ໃນພື້ນທີ່ອື່ນໆໃນເອເຊຍຕາເວັນອອກສ່ຽງໃຕ້ ເຊິ່ງມີການນຳໃຊ້ວັດຖຸຫຼາຍຢ່າງ ເປັນຕົ້ນແມ່ນ: ເຄື່ອງປະດັບ ແລະ ວັດຖຸທີ່ເຮັດຈາກເຫຼັກ, ທອງແດງ ແລະ ຫິນ.
ເຂດ 1 ເປັນພື້ນທີ່ຫຼັກທີ່ມີລັກສະນະສຳຄັນໃນການຝັງສົບ ແລະ ມີຂຶ້ນມາເປັນເວລາດົນນານ. ແນວໃດກໍຕາມ ຂໍ້ມູນທີ່ເຮົາຮູ້ກ່ຽວກັບວັດທະນະທຳທີ່ສ້າງໄຫເຫຼົ່ານີ້ຂຶ້ນມາແມ່ນມີໜ້ອຍຫຼາຍ ແລະ ນີ້ເປັນໜຶ່ງໃນສິ່ງທີ່ຄະນະຄົ້ນຄວ້າມີຄວາມສົນໃຈຢາກຮູ້ເປັນຫຼັກ.

ເຖິງວ່າການທົດສອບທາງວິທະຍາສາດຈະພົບວ່າ ພື້ນທີ່ເຂດຕ່າງໆມີອາຍຸຍ້ອນກັບໄປເຖິງ 8,200 ປີ ເຖິງ 1,200 ກ່ອນ ຄສ ແຕ່ທົ່ງໄຫຫິນມີອາຍຸທີ່ໜ້ອຍກວ່ານັ້ນ ແລະ ຄາດວ່າຈະສ້າງຂຶ້ນໃນໄລຍະສະຕະວັດທີ 12-13. ພ້ອມນີ້ ໃນຕົ້ນປີທີ່ຜ່ານມາ ມີການຄົ້ນພົບໄຫຫິນອາຍຸ 1,000 ປີເພີ່ມອີກກວ່າ 100 ໜ່ວຍໃນພື້ນທີ່ 15 ແຫ່ງໃນລາວ. ທ່ານ ນາງ ຊີແວນກ່າວວ່າ ຄະນະຄົ້ນຄວ້າຈະຂຸດຄົ້ນເຂດອື່ນໆໃນພື້ນທີ່ນີ້ ແລະ ສືບຕໍ່ວິເຄາະໄຫຫິນ ເພື່ອຊອກຮູ້ເພີ່ມເຕີມກ່ຽວກັບອາລະຍະທຳບູຮານທີ່ເປັນຜູ້ປະຕິບັດພິທີກຳຝັງສົບໃນພື້ນທີ່ດັ່ງກ່າວນີ້.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ