ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ນະຄອນຫຼວງ ມົສກູ ປະເທດ ຣັດເຊຍ – ສື່ລາວ.ຄອມ
Connect with us

ທົ່ວໄປ

ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ນະຄອນຫຼວງ ມົສກູ ປະເທດ ຣັດເຊຍ

Published

on

ກີລາການທະຫານ ແລະ ເວທີເຕັກນິກການທະຫານສາກົນ 2020 ຈັດຂຶ້ນຢ່າງເປັນທາງ ການ ທີ່ນະຄອນຫຼວງມົສກູ ປະ ເທດ ຣັດເຊຍ ເລີ່ມແຕ່ວັນທີ 25 ຫາ 28 ສິງຫາ 2020. ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງກອງ ທັບປະຊາຊົນລາວໃຫ້ຮູ້ວ່າ: ການ ເຂົ້າຮ່ວມການແຂ່ງຂັນກີລາ ການທະຫານສາກົນ ARMY GAMES 2020 ທີ່ຣັດເຊຍ ເປັນເຈົ້າພາບ ເພື່ອເປັນການຍົກ ສູງບົດບາດຂອງກອງທັບປະ ຊາຊົນລາວ

ໃນເວທີສາກົນເວົ້າ ລວມ, ເວົ້າສະເພາະແມ່ນເຫຼົ່າ ຮົບຊ່າງແສງ ທັງເປັນການຍົກ ລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະຂອງເຫຼົ່າ ຮົບຊ່າງແສງໃຫ້ມີຄວາມຮູ້ຄວາມ ສາມາດໃນການປະຕິບັດໜ້າທີ່ ວຽກງານໃຫ້ມີຄວາມຊໍານິຊໍາ ນານທາງດ້ານພາຫະນະຊະນິດ ໃໝ່ໆຂອງເຫຼົ່າຮົບ ນອກນັ້ນຍັງ ເປັນການຖອດຖອນບົດຮຽນໃນ ການນໍາໃຊ້ພາຫະນະໃຫ້ມີຄວາມ ຄ່ອງແຄ້ວໃນເວລາປະຕິບັດໜ້າ ທີ່ວຽກງານ ໂດຍສະເພາະໃນ ຍາມເກີດໄພພິບັດຕ່າງໆ.

ໃນໄລ ຍະການແຂ່ງຂັນນັກກີລາແຕ່ລະ ຄົນໄດ້ເອົາໃຈໃສ່ປະຕິບັດລະບຽບ ແບບແຜນຂອງກອງທັບປະຊາ ຊົນລາວຢ່າງເຂັ້ມງວດ, ເພື່ອສະ ແດງໃຫ້ຮູ້ວ່າກອງທັບປະຊາຊົນ ກໍເປັນກອງທັບໜຶ່ງທີ່ມີຄວາມ ເຂັ້ມແຂງ, ເຖິງວ່າສະພາບແວດ ລ້ອມ, ດິນຟ້າອາກາດອາດຈະບໍ່ເອື້ອອຳນວຍກໍຕາມແຕ່ດ້ວຍຄວາມພະຍາ ຍາມ ນັກກີລາ ພວກເຮົາກໍໄດ້ພ້ອມກັນ ຜ່ານມາ ແລະ ເຮັດສໍາເລັດໜ້າ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ ໂດຍສະເພາະຍາດເອົາ ຄວາມຮູ້ຄວາມສາມາດກັບຄືນ ສູ່ເຫຼົ່າຮົບ ກໍຄືກອງທັບປະຊາ ຊົນລາວ.

ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນ ໃຫຍ່ລົດຖັງຍານເກາະ 661 ໃຫ້ ຮູ້ວ່າ: ນີ້ເປັນຄັ້ງທີ່ສອງ ສປປ ລາວ ໄດ້ເຂົ້າຮ່ວມຈໍານວນ 84 ສະຫາຍປະກອບມີຄື: ລົດຕັງ ແລະ ເຕັກນິກຊ່າງແສງ, ໃນນີ້ ໄດ້ເອົານັກກີລາຈາກລາວ ເຂົ້າ ຮ່ວມໄປ 5 ປະເພດ ມີຈໍານວນ 42 ສະຫາຍ ສ່ວນເຫຼືອນັ້ນໄດ້ເອົາ ນັກຮຽນທີ່ກໍາລັງສຶກສາວິຊາສະ ເພາະການທະຫານຢູ່ຣັດເຊຍເປັນ ຕົວແທນ ເຂົ້າຮ່ວມ ປະກອບມີ:

1. ທີມ ເຫຼົ່າຮົບລົດຕັງ-ຍານເກາະ 21 ສະຫາຍ

2. ທີມເຕັກນິກຊ່າງ ແສງ 21 ສະຫາຍ

3. ທີມທະ ຫານອາກາດກູ້ໄພສຸກເສີນ 10 ສະຫາຍ

4. ທີມປ້ອງກັນອາ ກາດ 5 ສະຫາຍ

5. ທີມສືບ ຂ່າວ 12 ສະຫາຍ

6. ທີມເຄມີ ລັງສີ ແລະ ຊີວະພາບ 7 ສະຫາຍ

7. ທີມເຕັກນິກຊ່ຽວຊານອາວຸດ ປືນ

ສໍາຫຼັບເຫຼົ່າຮົບຊ່າງແສງ ແບ່ງອອກເປັນ 3 ປະເພດການ ແຂ່ງຂັນຄື: ຂ້າມຜ່ານແມ່ນໍ້າ, ຜ່ານສິ່ງກີດຂວາງ ແລະ ພາຫະ ນະຊ່າງແສງຮັບປະກັນການສູ້ ຮົບ. ໂດຍ: ແສງສຸລີ ພົມມະຈັກ

Continue Reading

ທົ່ວໄປ

ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

Published

on

By

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ

ໂນ​ ຂ້າງໂຮງໝໍ 150 ຕຽງ​ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

Continue Reading

ທົ່ວໄປ

ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

Published

on

By

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

Continue Reading

ທົ່ວໄປ

ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້

Published

on

By

BREAKING: ລີໂອເນວ ເມສຊີ່ ຈະອອກຈາກ ເປແອສເຊ ໃນທ້າຍລະດູການນີ້

“ກັລຕິເຢ” ໂຄສໃຫຍ່ຂອງ ປາຣິສ ແຊັງ-ແຊກແມ໊ງ ຢືນຢັນແລ້ວວ່າ “ເມສຊີ່” ຈະຍ້າຍອອກຈາກທີມ ຫລັງລົງຫລິ້ນເກມລີກນັດສຸດທ້າຍໃນວັນອາທິດນີ້.

Fabrizio Romano ລາຍງານ

อาจเป็นรูปภาพของ 1 คน, กำลังเล่นฟุตบอล, กำลังเล่นฟุตบอล และ ข้อความ
Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້