ຖືກຄຸກປີເຄິ່ງ ປັບໃໝ່2 ລ້ານ..! ພະຍາຍາມຂົ່ມຂືນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຖືກຄຸກປີເຄິ່ງ ປັບໃໝ່2 ລ້ານ..! ພະຍາຍາມຂົ່ມຂືນ

Published

on

ຄະນະສານອາຍາ ສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ທ້າວ ສາຍສະໝອນ (ຈຳເລີຍ) ອາຍຸ 28 ປີ ພັກເຊົາຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສະຖານຂົ່ມຂືນກະທຳຊຳເລົາ (ຂັ້ນພະຍາຍາມ) ນາງ ກ (ນາມສົມໝຸດ) ອາຍຸ 59 ປີ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ຈຳຄຸກ 1 ປີ 6 ເດືອນ ປັບໃໝ 2.000.000 ກີບ ແລະ ຈ່າຍເງິນໃຫ້ກັບຜູ້ເສຍຫາຍ 5.000.000 ກີບ.

ການໄຕ່ສວນຄະດີດັ່ງກ່າວ, ມີຂຶ້ນໃນວັນທີ 20 ສິງຫາ ນີ້, ໂດຍອີງຕາມສໍານວນຄະດີອາຍາ ເລກທີ 416/ອຍກ.ນວ,ລົງວັນທີ 2ມີນາ 2020, ລະຫວ່າງ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງ ຈັນ ເປັນໂຈດ ແລະ ນາງ ກ (ຜູ້ເສຍຫາຍ) ເປັນໂຈດທາງແພ່ງ.ໃນຫ້ອງປະຊຸມສານ, ອົງການໄອຍະ ການປະຊາຊົນ ໄດ້ຖະແຫຼງ ແລະ ໄຈ້ແຍກການກະທໍາຜິດຕົວຈິງ ຂອງ ທ້າວ ສາຍສະໝອນ (ຈໍາເລີຍ) ຕໍ່ຄະນະສານ ແລະ ຜູ້ເຂົ້າຮ່ວມ ວ່າ: ວັນທີ 24 ທັນ ວາ 2019, ຈໍາເລີຍ ໄດ້ອອກຈາກບ້ານ ທີ່ແຂວງສະ ຫວັນນະເຂດ ມາພັກເຊົາຢູ່ເຮືອນພີ່ນ້ອງ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ມາວັນທີ 27 ທັນວາ 2019, ເວລາປະມານ 9:00 ຈຳເລີຍ ໄປເຮັດວຽກຮັບໃສ່ບານປະຕູ ແລະ ແກ້ວ ໃຫ້ເຮືອນຂອງຜູ້ເສຍຫາຍ ຢູ່ບ້ານຄໍາສະ ຫວາດ, ຮອດເວລາປະມານ 14:00 ໂມງ ຈຳເລີຍເຫັນເຈົ້າຂອງເຮືອນນັ່ງ ຢູ່ໃນ ເຮືອນ,ໃນເວລານັ້ນ ຈຳເລີຍ ໄດ້ເຂົ້າໄປຫາຜູ້ເສຍ ຫາຍ ແລ້ວກໍປຸກປ້ຳ ໂດຍການຈັບແຂນຜູ້ເສຍຫາຍຂົ່ມລົງພື້ນເຮືອນ ພ້ອມທັງໃຊ້ມືເບື້ອງຊ້າຍອັດປາກ ແລະ ເອົາມືເບື້ອງຂວາພະຍາຍາມດຶງໂສ້ງຜູ້ເສຍ ຫາຍອອກ, ແຕ່ຖືກຜູ້ເສຍຫາຍ ໄດ້ກັດມື ນີ້ວກ້ອຍເບື້ອງຊ້າຍ ເຮັດໃຫ້ຈຳເລີຍເອົາມືອອກຈາກປາກ.ຈາກນັ້ນ,ຜູ້ເສຍຫາຍ ກໍໄດ້ຮ້ອງຂໍຄວາມ ຊ່ວຍເຫຼືອ ແລະ ກໍມີຄົນເຂົ້າມາພົບເຫັນ ແລ້ວຊ່ວຍເຫຼືອໄດ້ທັນ ແລ້ວແຈ້ງໃຫ້ການຈັດຕັ້ງປົກ ຄອງບ້ານ ເຂົ້າຈັບຕົວຈຳເລີຍ ໄປດຳເນີນຄະດີ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເເລ້ວເຫັນຄວນລົງໂທດຕັດສິນ ຕັດອິດສະລະພາບ 1 ປີ 6 ເດືອນ ພ້ອມປັບໃໝ 2.000.000 ກີບ.

ສ່ວນ ຜູ້ເສຍຫາຍ ໄດ້ຮຽກຮ້ອງຄ່າເສຍຫາຍຈຳນວນ 15.000.000 ກີບ. ຜ່ານການຄົ້ນຄວ້າແລ້ວ ຄະນະສານ ຈຶ່ງໃຫ້ຈຳເລີຍຈ່າຍເງິນຈຳນວນ 5.000.000 ກີບ ໃນການໃຊ້ແທນ ໃນທຸກຂະ ບວນການຂອງການດຳເນີນຄະດີຂອງຈຳເລີຍນັ້ນ ແມ່ນເຫັນຕາມກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງປີ 2017) ມາດຕາ 2, 10, 46, 48 ຂໍ້ 1, ປະມວນກົດ ໝາຍອາຍາ ມາດຕາ 248 ວັກ 4 ແລະ ກົດໝາຍວ່າດ້ວຍການດໍາເນີນ ຄະດີອາຍາ ມາດຕາ 152 ຂໍ້ 5 ແລະ ມາດຕາ 156.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້