ຂ່າວການສຶກສາ
ກະຊວງສຶກສາເຜີຍ! ທຶນການສຶກສາຂອງຫຼາຍປະເທດຖືກໂຈະ

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກກະຕິຄ້າຍກັບທຸກປີ ຄື ວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ.

ປີນີ້ພວກເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂະແໜງການສຶກສາ ແລະ ກິລາກໍຄືກັບຂະແໜງການອື່ນແມ່ນໄດ້ຮັບຜົນກະທົບໃນຫລາຍດ້ານ ເຊັ່ນ: ການຮຽນບໍ່ປົກກະຕິ, ມີຄວາມຫຍຸ້ງຍາກໃນການປະຕິບັດມາດຕະການຮັກສາໄລຍະຫ່າງ, ຜ້າອັດປາກ-ອັດດັງ ບໍ່ພຽງພໍ, ນັກຮຽນທີ່ສຶກສາຢູ່ຕ່າງປະເທດບໍ່ໄດ້ກັບໄປສືບຕໍ່ຮຽນ, ທຶນການສຶກສາຂອງຫລາຍປະເທດຖືກໂຈະ, ມີຄວາມສ່ຽງສູງຂອງນັກສຶກສາຈົບໃໝ່ ທີ່ຈະບໍ່ໄດ້ເຂົ້າສູ່ພາກແຮງງານ ແລະ ບັນຫາອື່ນໆ.

ເຖິງຢ່າງໃດກໍຕາມ, ຄະນະນຳກະຊວງສຶກສາທິການ ແລະ ກິລາໄດ້ມີການປຶກສາຫາລືກັບກົມວິຊາການທີ່ກ່ຽວຂ້ອງ ແລະ ປະເມີນສະພາບການເປັນປົກກະຕິເພື່ອສືບຕໍ່ເຮັດໃຫ້ການຈັດການຮຽນ-ການສອນ ສືບຕໍ່ດຳເນີນໄປທັງຮັບປະກັນຄຸນນະພາບການສຶກສາໃນສະພາບແວດລ້ອມໃໝ່.
ຂໍ້ມູນ: ປະເທດລາວ
ຂ່າວການສຶກສາ
ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ
ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:
ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.
ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ
ຂ່າວການສຶກສາ
ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ
.

Cr ຮູບ: Ly Channaly
ຂ່າວການສຶກສາ
ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ