ຂ່າວພາຍໃນ
ປະຊຸມປຶກສາຫາລືໄກ່ເກ່ຍ ແກ້ໄຂ ຄ່າຊົດເຊີຍຜົນກະທົບ ໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ

ວັນທີ 17 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນໍ້າທາ , ຄະນະຮັບຜີດຊອບໂຄງການກໍ່ສ້າງທາງລົດໄຟລາວ – ຈີນຊ່ວງຜ່ານແຂວງຫຼວງນໍ້າທາ ຂອງສອງຝ່າຍລາວ – ຈີນ ໄດ້ຈັດກອງປະຊຸມປຶກສາຫາລືແຜນໃນການຈັດຕັ້ງປະຕິບັດອັນຮີບດ່ວນໃນການຈັນສັນທີ່ຢູ່ໃໝ່ໃຫ້ປະຊາຊົນ ແລະ ເບີກຈ່າຍເງີນຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃຫ້ສໍາເລັດຕາມລະດັບຄາດໝາຍ.

ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີນໍາລວມໂຄງການກໍ່ສ້າງທາງລົດໄຟລາວ – ຈີນ , ເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີ ທ່ານ ຊຽວຊານ ເຫິວນ ອໍານວຍການໃຫຍ່ບໍລິສັດ ທາງລົດໄຟລາວຈີນຈໍາກັດ,ມີຄະນະຊີ້ນໍາລວມຂັ້ນແຂວງ, ຄະນະກໍາມະການໄກ່ເກ່ຍແກ້ໄຂຜົນກະທົບ, ຄະນະຮັບຜິດຊອບເບີກຈ່າຍຄ່າຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ – ຈີນຊ່ວງຜ່ານແຂວງຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະໄກ່ເກ່ຍຜົນກະທົບທາງລົດໄຟລາວ – ຈີນຊວ່ງຜ່ານແຂວງຫຼວງນໍ້າທາໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການກໍ່ສ້າງທາງລົດໄຟລາວ – ຈີນ, ຊ່ວງຜ່ານແຂວງຫຼວງນໍ້າທາ ໂດຍຫຍໍ້ໃຫ້ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຮັບຜີດຊອບໄດ້ຮັບຊາບ. ຈາກນັ້ນຄະນະຮັບຜິດຊອບທັງສອງຝ່າຍລາວ – ຈີນ ກໍໄດ້ປືກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນໃນບັນດາໜ້າວຽກອັນຮີບດ່ວນເປັນຕົ້ນແມ່ນວິທີການແກ້ໄຂເຊັ່ນ:

ປຶກສາຫາລືການກໍານົດປັກຫຼັກຂອບເຂດ 80 ເຮັກຕາ, ທີ່ລັດຖະບານໄດ້ຮັບຮອງເພື່ອຈັດສັນໃຫ້ປະຊາຊົນອອກຈາກຂອບເຂດດັ່ງກ່າວ, ປຶກສາຫາລືແກ້ໄຂຈຸດທີ່ຖືກແລວທາງກໍສ້າງທາງລົດໄຟລາວ – ຈີນໃນຈໍານວນ 37 ຄອບຄົວ, ແກ້ໄຂແລ້ວ 3 ຄອບຄົວ, ຍັງເຫຼືອ 34 ຄອບຄົວທີ່ຈະໄດ້ແກ້ໄຂໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້ ແລະ ປືກສາຫາລືທາງເວັ້ນທີ່ຕັດໃໝ່ຈາກເຂດສະຖານີໄປຫາທາງຊິງຊັ່ງທີ່ຈະໄດ້ດໍາເນີນການກໍ່ສ້າງໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວທັນການ ເພື່ອໃຫ້ສໍາເລັດໂຄງການດັ່ງ ກ່າວ ແລະ ຈະໃຫ້ໄດ້ມອບຮັບໃນວັນທີ 2 ທັນວາ ປີ 2021 ນີ້.

ຜ່ານການປືກສາຫາລືທັງສອງຝ່າຍລາວ – ຈີນ ຕົກລົງເຫັນດີເປັນເອກະພາບກັນຮ່ວມກັນແກ້ໄຂໃນ 3 ບັນຫາທີ່ໄດ້ນໍາມາປຶກສາຫາລືໃນຄັ້ງນີ້, ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ແລະ ເອົາໃຈໃສ່ເຮັດໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ກໍ່ໄດ້ເຊັນບົດບັນທຶກຮ່ວມກັນຕື່ມອີກ.

ຂ່າວ: ສົມພອນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ