ພົບສົບຄົນເສຍຊີວິດຢູ່ໃນຖັງຕົ້ມຢາງຫມາກຕອຍ

ຫນ່ວຍກູ້ຊີບອົງການກາແດງລາວ ລາຍງານໃຫ້ຮູ້ວ່າ ໃນວັນທີ 20.07.2020 ເວລາ 11:54 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນເສຍຊີວິດຢູ່ທີ່ບ້ານ ສາມັກຄີໄຊ ເມືອງຊຽງເງິນ​ ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບ​ຄົນເສຍຊີວິດເພດຊາຍ ​1 ຄົນ ຕົກຢູ່ໃນຖັງຕົ້ມຢາງຢາງຫມາກຕອຍ ຈາກສະພາບສົບຄາດວ່າຜູ້ກ່ຽວອາດຈະເສຍຊີວິດໄດ້2-3ວັນ

ຕອນນີ້ແມ່ນຍັງບໍ່ມີໃຜຮັບຮູ້ຂໍ້ມູນສ່ວນຕົວຂອງຜູ້ກ່ຽວວ່າເປັນຄົນບ້ານ,​ເມືອງ, ຫລືແຂວງໃດ ເພາະບໍ່ພົບເຫັນຫລັກຖານຫລືເອກະສານໃດກ່ຽວກັບຜູ້ເສຍຊີວິດ ສ່ວນຮ່າງກາຍແມ່ນເປື່ອຍ ແລະເຫລືອແຕ່ບາງພາກສ່ວນເທົ່ານັ້ນ ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນການສອບສວນຂອງເຈົ້າຫນ້າທີ່ຕຳຫລວດ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໄປ​ໂຮງ​ເຢັນ​ໂຮງໝໍ​ແຂວງ​ຫລວງພະບາງ​.
ຂໍຄວາມຮ່ວມມືນຳບັນດາທ່ານຊ່ວຍກັນແຊເພື່ອຊອກຫາຍາດພີ່ນ້ອງແລະຄອບຄົວຂອງຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ.​
ທາງທີມງານຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ

ຫນ່ວຍກູ້ຊີບອົງການກາແດງລາວ ສາຂາຫລວງພະບາງ