ກອງກຳລັງໄຟເພດຍິງ 769 ແລະ ວິລະກຳກອງລຳລຽງແບກຫາບ 368 ທີ່ຕໍ່ສູ້ສັດຕູ້ຄຽງບ່າຄຽງໄລ່ອ້າຍນ້ອງ

ກອງລຳລຽງແບກຫາບ 368 ສ້າງຕັ້ງຂຶ້ນໃນວັນທີ 6 ມີນາ 1968 ເອີ້ນຊື່ວ່າ “ກອງຮ້ອຍລຳລຽງແບກຫາບ 368” ຫຼື “ເຊ 368” (ເອີ້ນຕາມເດືອນປີສ້າງຕັ້ງ) ມີກໍາລັງຢູ່ 120 ຄົນ ຂຶ້ນກັບກອງບັນຊາການທະຫານເຂດຊຽງຂວາງ, ສຳນັກກອງກຳລັງແບກຫາບ 368 ເວລານັ້ນຕັ້ງຢູ່ຕີນພູແຮ້, ຄັງໄຂ ແຂວງຊຽງຂວາງ

ສະພາບເອື້ອຍນ້ອງທີ່ເຂົ້າຮ່ວມກອງລຳລຽງແບກຫາບ 368 ສ່ວນຫຼາຍແມ່ນລູກຫຼານຂອງຊາວຊຽງຂວາງ, ອາຍຸຍັງອ່ອນນ້ອຍພຽງແຕ່ 12-20 ປີ

ໜ້າທີ່ຕົ້ນຕໍຄື: ປັບປຸງມ້ຽນເຄື່ອງໃນສາງ, ຕັ້ງສາງມ້ຽນເຄື່ອງ ເພື່ອລໍຮັບການຂົນສົ່ງເຂົ້າປາອາຫານມາຈາກຫວຽດນາມ, ອະນາໄມຜັດເຊັດປືນ ແລະ ລູກປືນ. ແບກຫາບສິ່ງຂອງຂຶ້ນລົດ ແລະ ເຂົ້າເກັບມ້ຽນໃນສາງ.

ໃນທ້າຍເດືອນ 7 ຕໍ່ຕົ້ນເດືອນ 8 ປີ 1968 ເອື້ອຍນ້ອງກອງ 368 ແຕ່ລະມື້ເວລາປະມານ 18:00 ໂມງ ຈະຕ້ອງໄດ້ລໍຖ້າຂົນເຄື່ອງທີ່ມາຈາກປະເທດຫວຽດນາມຢູ່ຕູບ ແຄມນ້ຳຍວນ, ເມື່ອລົດມາຮອດກໍ່ເລີ່ມຂຸ້ນຂ້ຽວຂົນເຄື່ອງລົງຈາກລົດເຂົ້າເກັບມ້ຽນໃນສາງລໍຖ້າແຈກຢາຍລົງສູ່ບັນດາກົມກອງ.

ທ້າຍເດືອນ 8 ປີ 1968 ໝວດ 3 ເຊິ່ງບັນຊາໂດຍສະຫາຍນາງ ອ່ອນສີ ໄດ້ນຳກຳລັງໄປປະຈຳຢູ່ດ້ານຮົບ ເມືອງງານ ແຂວງຊຽງຂວາງ ເພື່ອລຳລຽງບັນດາເຄື່ອງ, ເຂົ້າກິນ, ສະບຽງອາຫານ ແລະ ເຄື່ອງຍຸດໂທປະກອນໄປສູ່ດ້ານຮົບທາງທິດໃຕ້ຊຽງຂວາງ, ເມືອງງານ, ເມືອງພ່າງ ສົ່ງໃຫ້ອ້າຍນ້ອງກອງພັນ 24 ທີ່ປະຈຳຢູ່ເຂດທ່າໂທມ, ເມືອງເກົ່າ, ເມືອງເຫືອງ.

ເດືອນ 3 ປີ 1969 ຄະນະບັນຊາການເຂດມີຄຳສັ່ງດ່ວນໃຫ້ໝວດ 3 ຂອງກອງ 368 ກັບຄືນສຳນັກ ເພື່ອລຳລຽງຮັບໃຊ້ການຕ່າວໂຈມຕີບັ້ນຮົບໂອເດແອນ ດ້ານຮົບພູກູດຈອມເຫຼັກ. ໂດຍເຮັດໜ້າທີ່ລຳລຽງເຂົ້າປາອາຫານ,​ ອາວຸດຍຸດທະພັນແຕ່ຖ້ຳຜາຂໍ ດົງດ່ານ ໄປສູ່ດ້ານຮົບພູແຄ.

ກຳລັງອີກສ່ວນໜຶ່ງຂອງກອງ 368 ໄດ້ຂົນສົ່ງອາວຸດ, ລູກກະສຸນ, ສະບຽງອາຫານ, ເຄື່ອງນຸ່ງຫົ່ມໃຫ້ແກ່ອ້າຍນ້ອງທີ່ກຳລັງສູ້ຮົບຢູ່ແນວໜ້າເຊັ່ນ: ພູແຄ, ບ້ານຖ້ຳ, ບ້ານຫອຍ ແລະ ກອງພັນ 166 ເຮັດໜ້າທີ່ສູ້ຮົບປົດປ່ອຍເມືອງງານ.

ທ້າຍປີ 1969 ກອງລຳລຽງແບກຫາຍ 368 ໄດ້ອອກຮັບໃຊ້ດ້ານຮົບພູກູດ ເຊິ່ງມີກອງພັນ 13, ກອງພັນ 701 ຮັກສາຢູ່ປ້ອມດັ່ງກ່າວ ໂດຍໝວດທີ 1 ບັນຊາໂດຍສະຫາຍ ນາງ ບົວພາ ກຳລັງໄດ້ຕັ້ງຢູ່ເຂດບ້ານຍົ່ມ ແຕ່ລະຄົນເປ້ເຄື່ອງຂອງປະມານ 20 ກິໂລກຣາມ

ກອງກຳລັງໄຟເພດຍິງ 769 ສ້າງຕັ້ງຂຶ້ນໃນວັນທີ 15 ກໍລະກົດ 1970 ໂດຍການຊັບຊ້ອນເອົາພະນັກງານກອງຮ້ອຍ 368 ແລະ ກອງຮ້ອຍ 769 ຈຳນວນ 80 ຄົນ ຢູ່ຖ້ຳນ້ຳຕຽນ ເມືອງຄຳ ແຂວງຊຽງຂວາງ ເຊິ່ງຄະນະປະກອບມີ: ສະຫາຍ ນາງ ສີສຸກ ແກ້ວບຸນລ້ອມ ເປັນຫົວໜ້າການທະຫານ, ສະຫາຍ ນາງ ທຸມມີ ທຳມະວົງ ເປັນຫົວໜ້າການເມືອງ, ສະຫາຍ ນາງ ບົວຄຳ ພົມມະຈັນ ເປັນຮອງການເມືອງ

ປີ 1970 ຝ່າຍວຽງຈັນໄດ້ເປີດບັ້ນເຄື່ອນທັບທີ່ເອີ້ນວ່າບັ້ນຮົບ “ທະນົງກຽດ” ແຕ່ເດືອນ 8 ເຖິງເດືອນ 10 ປີ 1970 ໜ້າທີ່ຂອງກອງ 368 ເວລານັ້ນແມ່ນລຳລຽງຫາບຂົນສົ່ງເຂົ້າປາ-ອາຫານ ແລະ ລູກປືນ ເພື່ອຮັບໃຊ້ດ້ານຮົບດັ່ງກ່າວ.

ວັນທີ 21 ມັງກອນ 1973 ກອງຮ້ອຍ 769 ສົມທົບກັບກອງພັນ 605 ຍິງຊ່ວຍໜູນໃຫ້ກອງທະຫານຮາບ ກອງພັນ 15, ກອງພັນ 48 ບຸກໂຈມຕີທະຫານຮັບຈ້າງໄທ ຢູ່ບ້ານສອດ ເມືອສູ້ຍ. ເມື່ອປົດປ່ອຍໜອງຕັ້ງ ເມືອງສູ້ຍສຳເລັດ ໃນເວລາຕັ້ງທັບຢູ່ທີ່ນັ້ນ ກອງຮ້ອຍ 769 ໄດ້ເຮັດໜ້າທີ່ລຳລຽງອາວຸດ,​ ກະສຸນ, ສະບຽງອາຫານ ໃຫ້ແກ່ກອງພັນທະຫານທີ່ເຮັດໜ້າທີ່ສູ້ຮົບກັບສັດຕູຢູ່ຂອບເຂດຊຽງຊາ-ນາຕໍ.

ກ້າວເຂົ້າປີ 1975 ເພື່ອກຽມໃຫ້ແກ່ການຍຶດອຳນາດ ແລະ ສະແດງກຳລັງ ຂັ້ນເທິງຈຶ່ງມີຄຳສັ່ງໃຫ້ ຄະນະກອງ 368 ແລະ ກອງບັນຊາການທະຫານເຂດແຂວງຊຽງຂວາງລົງມາຊັບຊ້ອນ ແລະ ຄັດເລືອກເອົາເອື້ອຍນ້ອງ 368 ຜູ້ແຂງແຮງ, ໜຸ່ມນ້ອຍຫ້າວຫັນຈຳນວນໜຶ່ງ ແລ້ວຈັດຕັ້ງເປັນກອງ 875 ທີ່ຄັງໄຂ ເພື່ອກະກຽມເຂົ້າຍຶດອຳນາດທີ່ວຽງຈັນ ທັງເຮັດໜ້າທີ່ສະແດງກຳລັງ ແລະ ທັງເປັນກອງກຽດຕິຍົດ ຕ້ອນຮັບແຂກຕ່າງປະເທດທີ່ມາຢ້ຽມຢາມລາວ

ວັນທີ 5 ພຶດສະພາ 1975 ຂັ້ນເທິງສັ່ງໃຫ້ກອງຮ້ອຍ 769 ເຄື່ອນກຳລັງເຂົ້າເມືອງວຽງຈັນ ເພື່ອກະກຽມຍຶດອຳນາດທົ່ວປະເທດ.

ທ້າຍເດືອນ 7 ປີ 1975 ກອງຮ້ອຍ 769 ເຄື່ອນກຳລັງມາຕັ້ງຢູ່ເຂດທີ່ໝັ້ນດ່ານສູງ ນາຍາງ ເມືອງນາຊາຍທອງ ກຳແພງນະຄອນວຽງຈັນ ເພື່ອກຽມເຂົ້າຍຶດອຳນາດຢູ່ວຽກຈັນ ເວລາລໍຖ້າເອື້ອຍນ້ອງກອງຮ້ອຍ 769 ໄດ້ຮ່ຳຮຽນການເມືອງ, ຫັດແອບການທະຫານຈາກນັ້ນພາກສ່ວນໜຶ່ງແມ່ນລົງພື້ນຖານປະຊາຊົນ ແລະ ພາກສ່ວນໜຶ່ງກໍ່ຮຽນຍິງປືນໃຫຍ່

ປີ 1977 ສະເພາະຢູ່ວຽງຈັນປະຕິການຂວາຈັດໄທ ສົມທົບລາວພັດຖິ່ນ ໄດ້ເຂົ້າຍຶດຕັ້ງທັບຢູ່ດອນຊິງຊູ້ (ຕອນກາງແມ່ນ້ຳຂອງ ຕັ້ງຢູ່ດ້ານເໜືອເມືອງວຽງຈັນ ຍາວ 800 ແມັດ ຫ່າງຈາກໄທ 100​ ແມັດ) ແລ້ວຍຶດເອົາດອນສັງຄີ ຢູ່ເຂດເມືອງຫາດຊາຍຟອງອີກ (ທິດໃຕ້ຂອງນະຄອນຫຼວງວຽງຈັນ).

ຕໍ່ສະພາບການດັ່ງກ່າວພັກ ແລະ ລັດຖະບານໄດ້ມີຄຳສັ່ງວ່າ ຕ້ອງດັບສູນສັດຕູຢ່າງທັນການ ແລ້ວຟື້ນຟູສອງດອນນີ້ໃຫ້ຄືນສູ່ສະພາບເດີມ.

ວັນທີ 11 ເມສາ 1977 ກຳລັງທະຫານຮາບກອງທັບປົດປ່ອຍປະຊາຊົນລາວໄດ້ຂ້າມໄປດອນຊິງຊູ້ຢ່າງວ່ອງໄວ ແລະ ບຸກຍຶດເອົາຢ່າງຄ່ອງແຄ້ວ ບວກໃສ່ກຳລັງປືນໃຫຍ່ກອງກຳລັງໄຟເພດຍິງ 769, ກອງ 875 ຍິງຊ່ວຍໜູນເຂົ້າໃສ່ເປົ້າໝາຍ ເໝືອນດັ່ງສາຍຟ້າແມບ ສັດຕູທີ່ຍັງເຫຼືອໜີຕາຍຂ້າມໄປຝັ່ງໄປ.

ພາຍຫຼັງກອງກຳລັງໄຟເພດຍິງ 769 ໄດ້ສຳເລັດເຂົ້າຮ່ວມສູ້ຮົບບັ້ນປົດປ່ອຍດອນຊິງຊູ້ແລ້ວ ກໍ່ໄດ້ກັບຄືນມາປັບປຸງກຳລັງ, ຮ່ຳຮຽນການເມືອງຢູ່ດົງປາແຫຼບ ນະຄອນຫຼວງວຽງຈັນ, ເຮັດໜ້າທີ່ຮັບແຂກພາຍໃນ ແລະ ຕ່າງປະເທດ.

ກອງລຳລຽງແບກຫາບ 368 ຕະຫຼອດໄລຍະແຫ່ງການຮັບໃຊ້ບັນດາສະໜາມຮົບຕ່າງສູ່ຮົບູຄຽງບ່າ-ຄຽງໄຫຼ່ກັບອ້າຍນ້ອງເພດຊາຍ ມີຜົນງານດີເດັ່ນໂດຍໄດ້ຮັບນາມມະຍົດ “ກອງວິລະຊົນແຫ່ງຊາດ”, ຫຼຽນໄຊອິດສະຫຼະຊັ້ນ, ຫຼຽນກາແຮງງານ ແລະ ທຸງໄຊ. ນອກຈາກນີ້ຍັງມີຫຼາຍສະຫາຍໄດ້ຮັບນາມມະຍົດເປັນບຸກຄົນດີເດັ່ນນາມມະຍົດນັກຮົບແຂ່ງຂັນ ພ້ອມທັງໄດ້ຮັບຫຼຽນໄຊ-ຫຼຽນກາຕ່າງໆ.

ກອງກຳລັງໄຟເພດຍິງ 769 ຈາກຜົນງານຂອງການປະຕິບັດໜ້າທີ່ໄດ້ສ້າງມາໃນໄລຍະຕໍ່ສູ່ປົດປ່ອຍຊາດ ຈົນປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ຈາກຂະບວນວິວັດດັ່ງກ່າວ ແລະ ພຶດຕິກຳຕົວຈິງຂອງເອື້ອຍນ້ອງສ້າງຜົນງານອັນໂດດເດັ່ນ ແລະ ສະຫງ່າງາມໄດ້ຮັບກາຍຍ້ອງຍໍຈາກພັກ-ລັດຖະານ ໂດຍໄດ້ຮັບຫຼຽນໄຊອິດສະຫຼະ, ຫຼຽນຍາມນະຍົດກົມກອງວິລະຊົນ, ຫຼຽນໄຊພິລະອາດຫານ, ຫຼຽນໄຊແຮງງານ ແລະ ທຸງໄຊ. ນອກຈາກນີ້ ຍັງໄດ້ຮັບນາມມະນຸດວິລະຊົນ 1 ສະຫາຍ ແລະ ນັກຮົບແຂ່ງຂັນອີກ 5 ສະຫາຍ.

ບັນດາທຸງໄຊ, ຫຼຽນໄຊ ແລະ ຫຼຽນກາຕ່າງໆທີ່ເປັນຂອງກົມກອງລວມໝູ່ ພາຍຫຼັງປະກາດຍຸບກົມກອງແລ້ວ ສະຫາຍ ນາງ ທອງຈັນ ວິໄລວົງ ຮອງການເມືອງກອງຮ້າຍ ໄດ້ນຳໄປມອບໃຫ້ຫໍພິພິທະພັນກອງທັບ ເປັນຜູ້ເກັບກຳປົກປັກຮັກສາໄວ້ ເປັນສັນຍາລັກ ພະຍານຫຼັກຖານແຫ່ງມູນເຊື້ອພິລະອາດຫາຍ ກຽດສັກສືປະຫວັດມູນເຊື້ອອັນສະຫງ່າງາມ ຂອງກອງກຳລັງໄຟເພດຍິງ 368, 769 ເປັນສົມບັດຂອງກອງທັບກໍ່ຄືຂອງຊາດຕະຫຼອດໄປ ເຖິງແມ່ນວ່າກົມກອງຈະບໍ່ມີການຈັດຕັ້ງເຄື່ອນໄຫວແລ້ວກໍ່ຕາມ ແຕ່ຜົນງານຄວາມດີຂອງພວກປ້າ, ພວກແມ່, ພວກເອື້ອຍ… ຍັງສະຖິດໄວ້ຢູ່ໃນດວງໃຈຂອງພວກເຮົາຕະຫຼອດໄປ.

ຂ່າວ: insidelaos.com