ຊົມເຊີຍແພດຫມໍລາວເກັ່ງຫລາຍ ປະສົມພັນທຽມແຝດ3 ປະສົບຜົນສໍາເລັດ

ຜົນງານຂອງພະແນກປະສົມພັນທຽມຂອງໂຮງໝໍແມ່ແລະເດັກ ໂດຍການເຮັດ IUI (ສີດນຳ້ເຊື້ອເຂົ້າໃນມົດລູກ) ໄດ້ແຝດ3 ອອກໂຮງໝໍແຂງແຮງທັງແມ່ທັງລູກ

ຊົມເຊີຍຜົນສຳເລັດຂອງການຈັດຕັ້ງ, ຫົວໜ້າພະແນກ, ພະແນກເດັກແດງ ແລະ ອຳນວຍການທີ່ຄອຍສະໜັບສະໜູນ ສົ່ງເສີມ ໃຫ້ມີການພັດທະນາ ວິຊາການ

ເລື້ອຍໆ ຂໍຂອບໃຈທຸກພາກສ່ວນ ແລະ ຂໍອວຍໄຊໃຫ້ພອນຄະນະອຳນວຍການແລະໝົດທຸກຄົນຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ

ໝາຍເຫດ: ໃຜມີລູກຍາກລອງສອບຖາມຂໍ້ມູນທີ່ໂຮງໝໍແມ່ ແລະ ເດັກໜອງພະຍາ