ອິນເດຍ ສັ່ງປິດເມືອງຮອບໃໝ່ໃນຫລາຍລັດ

ຂໍ້​ມູນ​ຈາກ​ກະຊວງ ສາທາລະນະ​ສຸກ ອິນ​ເດຍ, ຕົວ​ເລກ​ຜູ້​ຕິດ​ເຊື້ອ ​ພະຍາດ​ໂຄ​ວິດ-19 ​ໃນ​ປະ​ເທດ​ ອິນ​ເດຍ ​ເພີ່ມ​ສູງ​ຂຶ້ນ​ເກືອບ 1 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 24.915 ຄົນ ​ໂດຍ​ສະ​ເພາະ ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ໃນ​ລັດ ທີ່ຢູ່​ຫ່າງ​ໄກ ​ເຮັດ​ໃຫ້​ທາງ​ການ​ ຕ້ອງ​ສັ່ງ​ປິດ​ເມືອງ ຮອບ​ໃໝ່ ​ໃນ​ຫລາຍ​ລັດ.

ອິນ​ເດຍ ​ເປັນ​ປະ​ເທດ​ ທີ່​ມີ​ປະຊາກອນ ​ທັງ​ໝົ​ດ 1.300 ລ້ານ​ຄົນ ມີ​ຜູ້​ຕິດ​ເຊື້ອ ​ຫລາຍ​ທີ່​ສຸດ ຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ບຣາຊິນ ຍັງ​ບໍ່​ທັນ​ມີ ​ສັນຍານ​ບອກ​ວ່າ ຕົວ​ເລກ​ ຜູ້​ຕິດ​ເຊື້ອ ຈະ​ຫລຸດ​ລົງ ​ແຕ່​ຢ່າງ​ໃດ. ຂະນະ​ດຽວ​ກັນ ການກວດ​ຫາ​ ເຊື້ອ​ຂອງ​ປະຊາຊົນ ​ໃນ​ປະ​ເທດ​ນີ້ ຍັງ​ຢູ່​ໃນ​ເກນ​ຕ່ຳ ​ທີ່​ສຸດ​ໃນ​ໂລກ ​ເມື່ອ​ທຽບ​ໃສ່​ກັບ​ ຈຳນວນ​ປະຊາກອນ.

ຫລາຍ​ເມືອງ​ໃຫຍ່ ​ໃນ​ອິນ​ເດຍ ​ເຊັ່ນ ​ເດ​ລີ ​ແລະ ມຸມ​ໄບ ​ເຄີຍ​ເປັນ​ຈຸດ ​ກວດ​ພົບ ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ​ແຕ່​ຂະນະ​ນີ້ ການ​ຕິດເຊື້ອລາຍ​ໃໝ່​ ໄປ​ເກີດ​ໃນ​ພື້ນ​ທີ່ ​ຊົນນະບົດ​ຂອງ​ປະ​ເທດ ​ເຊິ່ງ​ເປັນ​ຈຸດ ​ທີ່​ລະບົບ​ ສາທາລະນະ​ສຸກ ຍັງ​ບໍ່​ເຂັ້ມ​ແຂງ​ພໍ.

ດັ່ງນັ້ນ ອິນ​ເດຍ ຈຶ່ງ​ຕ້ອງ​ປະກາດ ​ປິດ​ເມືອງ​ ໃນ​ຫລາຍ​ລັດ​ ດ້ວຍ​ກັນ ​ເພື່ອ​ຄວບ​ຄຸມ ພະ​ຍາດ ລ້າ​ສຸດ​ຄື ລັດ​ພິຫານ ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ເພາະ​ແຮງ​ງານ ຍົກຍ້າຍ​ກັບ​ຖິ່ນ​ຖານ​ ຫລາຍ​ພັນ​ຄົນ ​ໄດ້​ກັບ​ມາ​ເຖິງ​ບ້ານ​ເກີດ ​ເພາະ​ມາດ​ຕະການ​ ປິດ​ເມືອງ ​ຍັງ​ຄົງ​ ຈັດຕັ້ງປະຕິບັດ ​ອີກ​ຕໍ່​ໄປ.