ລາວຢູ່ອັນດັບ 93 ໜັງສືຜ່ານແດນ ທີ່ຊົງອິດທິພົນທີ່ສຸດໃນໂລກ

Henley Passport Index 2020 ໄດ້ຈັດອັນດັບ ໜັງສືຜ່ານແດນ(Passport) ທີ່ຊົງອິດທິພົນທີ່ສຸດ ຈາກທັງໝົດ 109 ປະເທດ ທົ່ວໂລກ ປະຈໍາໄຕມາດທີ່ 3 ຂອງປີ 2020, ຜົນປະກົດວ່າ ສິງກະໂປ ເປັນປະເທດທີ່ມີໜັງສືຜ່ານແດນ ມີອິດທິພົນ ອັນດັບໜຶ່ງ ຂອງອາຊຽນ ແລະ ເປັນທີ່ສອງ ຂອງໂລກ ຮອງຈາກຍີ່ປຸ່ນ

ໂດຍ ຄົນປະເທດສິງກະໂປ ສາມາດເດີນທາງໄປໄດ້ 190 ປະເທດ ທົ່ວໂລກ ໂດຍບໍ່ຈໍາເປັນຕ້ອງຂໍວີຊ້າ. ມາເລເຊຍ ມາເປັນອັນດັບສອງຂອງອາຊຽນ ແລະ ອັນດັບທີ່ 14 ຂອງໂລກ ໄປໄດ້ 178 ປະເທດ. ບຣູໄນ ຢູ່ອັນດັບທີ 22, ໄທ ຢູ່ລະດັບທີ 66 ຂອງໂລກ ເດີນທາງໄປໄດ້ 78 ປະເທດ.

ອິນໂດເນເຊຍ ຢູ່ອັນດັບ 73 ຂອງໂລກ. ຟິລິປິນ ອັນດັບທີ 76, ຫວຽດນາມ ກໍາປູເຈຍ ອັນດັບ 89, ລາວ 93 ແລະ ມຽນມາ 96, ຕາມລໍາດັບ