ຊາວບ້ານພາກັນຮືຮາ ພະພຸດທະຮູບໝັກ 300 ກິໂລ ແຕ່ກັບລອຍນ້ຳໄດ້ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຊາວບ້ານພາກັນຮືຮາ ພະພຸດທະຮູບໝັກ 300 ກິໂລ ແຕ່ກັບລອຍນ້ຳໄດ້

Published

on

ມະຫັດສະຈັນ! ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້ ຢູ່ກາງບໍ່ນ້ຳ ວັດ ຕາດເຈັດຊໍ່ ຄວາມມະຫັດສະຈັນ ຂອງພະພຸດທະຮູບທງອເຫຼືອງ ທີ່ເກົ່າແກ່ກ່ວາ 100ປີ ໜັກ 300 ກິໂລ ສູງ 6 ສອກ 9 ນີ້ວ ລອຍນ້ຳໄດ້ ຢູ່ກາງບໍ່ ນ້ຳມົນ ທີ່ມີເສັ້ນຜ່ານສູນກາງ 10 ແມັດ ສູງ 2 ແມັດ ທີ່ ວັດຕາດເຈັດຊໍ່ ຕຳບົນຕະຫຼາດກຣວດ ອຳເພີເມືອງ ຈັງຫວັດອ່າງທອງ, ເມື່ຶອຊາວບ້ານໄດ້ຍີນຂ່າວ ຕ່າງກໍ່ມາກາບໄຫ້ວຂໍພອນ ແລະ ຖ່າຍຮູບເອົາໄວ້ເບີ່ງເປັນສີລິມຸງຄຸນໄຫ້ກັບຕົນເອງ.

ພຣະຄູ ພິບູນ ພັດທະນາພິມົນ ເຈົ້າອາວາດ ວັດຕາດເຈັດຊໍ່ ເລົ່າໄຫ້ຟັງວ່າ: ທາງວັດໄດ້ເອີ້ນຈັດງານປະຈຳປີ ລະວ່າງວັນທີ 1-3 ກຸມພາ ທາງວັດໄດ້ຕຽມການເຮັດນ້ຳມົນ ໄວ້ໄຫ້ປະຊາຊົນທີ່ເດີນທາງມາກາບໄຫ້ວ ໃນຊ້ວງງານປະຈຳປີ ຈື່ງໄດ້ເຮັດບໍ່ນ້ຳມົນຂະໜາດໃຫຍ່ ຂື້ນມາ ໂດຍນຳນ້ຳມົນມາຈາກ ປະເທດ ອິນເດຍ ເຂົ້າປະສົມ ເພື່ອຄວາມເປັນສິລິມຸງຄຸນ.

ພ້ອມນັ້ນໄດ້ເຮັດການ ອັນເຊີນພະພຸດທະຮູບເກົ່າແກ່ ປາງເປີດໂລກ ເນື້ອທອງເຫຼືອງ ອາຍຸກ່ວາ 100 ປີ ມີນ້ຳໜັກກ່ວາ 300 ກິໂລ ສູງ 6 ສອກ 9 ນີ້ວ ເຂົ້າປະດິດສະຖານກາງບໍ່ນ້ຳມົນ ໂດຍໄຊ້ຊາວບ້ານຈຳນວນ 14 ຄົນ ຫາມພະພຸດທະຮູບ ແຫ່ອັນເຊີນໄປຮອບວັດ ຈຳນວນ 3 ຮອບ ແລ້ວໄດ້ອັນເຊີນປະດິດສະຖານຕັ້ງໄວ້ຢູ່ບໍລິເວນກາງບໍ່ນ້ຳມົນ ເພື່ອເຮັດພິທີຈະເລີນພະພຸດທະມົນ, ແຕ່ກໍເກີດ ສີ່ງມະຫັດສະຈັນຂື້ນ ທາມກາງສາຍຕາຂອງປະຊາຊົນທີ່ມາຮ່ວມງານ ຫຼັງພະພຸດທະຮູບທອງເຫຼືອງ ປາງເປີດໂລກ ໄດ້ລົ້ມລົງກາງ ບໍ່ນ້ຳມົນ ແລ້ວສາມາດລອຍນ້ຳໄດ້ຢ່າງໜ້າອັດສະຈັນໃຈ.

ຊາວບ້ານຕ່າງຕື່ນຕົກໃຈ ແລະ ມີຄວາມປື້ມປິດຕິຍິນດີ ທີ່ໄດ້ເຫັນເປັນ ບຸນຕາ ແລ້ວກໍ່ຖືວ່າເປັນສິລິມຸງຄຸນໄຫ້ແກ່ວັດ ຕາດເຈັດຊໍ່ ທີ່ມີພະພຸດທະຮູບທອງເຫຼືອງຂະໜາດໃຫຍ່ລອງນ້ຳໄດ້ ເຊີ່ງຈະເຮັດໄຫ້ ຜູ້ຄົນທົ່ວທຸກສາລະທິດ ຕ່າງກໍ່ຫຼັ່ງໄຫຼກັນເຂົາມາກາບໄຫ້ວ,ສັກກາລະບູຊາຢ່າງບໍ່ຂາດສາຍແນ່ນອນ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້