ຂ່າວພາຍໃນ
ອະນຸມັດ 100 ຕື້ກີບ ງວດ 2 ກຽມປ່ອຍກູ້ SME

ສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ເຫັນດີອະນຸມັດເງິນບ້ວງ 100 ຕື້ກີບ ງວດທີ 2 ເພື່ອສືບຕໍ່ສະໜອງທຶນເພີ່ມໃຫ້ 4 ທະນາຄານ ປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ.
ກອງປະຊຸມ ທສວ ສະໄໝສາມັນ ຄັ້ງທີ III ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີສະມາຊິກສະພາບໍລິຫານ ທສວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ມີຈຸດປະສົງຫຼັກ ຄື:
1 ເພື່ອຮັບຟັງລາຍງານ ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສະພາບໍລິຫານ ທສວ ສະໄໝສາມັນ ຄັ້ງທີ II, ການຖືບັນຊີຂອງ ທສວ, ການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນທ້າຍປີ 2020 ແລະ ແຜນການງວດ 3 ທ້າຍປີ 2020 ຂອງ ທສວ, ການຄົ້ນຄວ້ານໍາສະເໜີມາດຕະການຊ່ວຍເຫຼືອທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ຖືກຜົນກະທົບຈາກໂຄວິດ – 19, ຄວາມຄືບໜ້າຂອງການປ່ອຍກູ້ບ້ວງເງິນ 100 ຕື້ກີບ ໃຫ້ SME ຂອງທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ.

2 ພິຈາລະນາຮັບຮອງແຜນດັດແກ້ງົບປະມານ 6 ເດືອນທ້າຍປີຂອງ ທສວ, ແຜນງົບປະມານການນໍາໃຊ້ບ້ວງເງິນ 100 ຕື້ກີບ ງວດທີ 02, ແຜນງົບປະມານ ປະຈໍາປີ 2021 ຂອງ ທສວ, ຮ່າງລະບຽບການສະໜອງທຶນໃຫ້ໂຄງການວິຊາການ ແລະ ບົດແນະນໍາກ່ຽວກັບການປະເມີນໂຄງການວິຊາການ ( ສະບັບປັບປຸງ ).
3 ໃຫ້ທິດຊີ້ນໍາຕໍ່ບັນຫາຕ່າງໆ ໂດຍສະເພາະກ່ຽວກັບໂຄງການສິນເຊື່ອຈຸນລະວິສາຫະກິດ, ການນໍາໃຊ້ທຶນທີ່ເປັນລາຍຮັບຂອງກອງທຶນ, ການສະໜອງທຶນ ທສວ ໃຫ້ກອງທຶນອື່ນ, ການສະໜອງທຶນ ທສວ ເພື່ອຄໍ້າປະກັນການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ແລະ ປະເດັນອື່ນໆ.

ກອງປະຊຸມໄດ້ເຫັນດີຮັບຮອງແຜນການນໍາໃຊ້ບ້ວງເງິນ 100 ຕື້ກີບ ງວດທີ 2 ໂດຍສືບຕໍ່ສະໜອງທຶນເພີ່ມໃຫ້ 4 ທະນາຄານທີ່ເຂົ້າຮ່ວມໂຄງການ ຄື: ທະນາຄານພັດທະນາລາວ; ທະນາຄານໄຊງ່ອນເທືອງຕິ່ນລາວ; ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານມາຣູຮານເຈແປນລາວ ເພື່ອປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ.
ນອກນັ້ນ, ກໍຈະນໍາໃຊ້ບ້ວງເງິນດັ່ງກ່າວເຂົ້າໃນການສົ່ງເສີມວິຊາການ ໂດຍຈະເນັ້ນໃສ່ສ້າງເງື່ອນໄຂໃຫ້ SME ສາມາດເຂົ້າຫາແຫຼ່ງທຶນພາຍໃຕ້ໂຄງການຕ່າງໆ ຄື: ໂຄງການຊ່ວຍເຫຼືອ SME ໃຫ້ໄດ້ຮັບສິນເຊື່ອ, ໂຄງການສົ່ງເສີມ SME ຖືບັນຊີເພື່ອເຂົ້າຫາແຫຼ່ງທຶນ, ໂຄງການຢັ້ງຢືນການຝຶກອົບຮົມໃຫ້ SME ເພື່ອເຂົ້າເຖິງແຫຼ່ງທຶນ, ສ້າງຄວາມເຂັ້ມແຂງໃຫ້ແກ່ພາກສ່ວນສົ່ງເສີມ SME; ໂຄງການຊ່ວຍເຫຼືອທຸລະກິດທີ່ຖືກຜົນກະທົບຈາກໂຄວິດ – 19, ໂຄງການທຶນສົມທົບໃນການດໍາເນີນທຸລະກິດ ( Matching Grants ) ແລະ ໂຄງການສະໜັບສະໜູນ SME ເຂົ້າເຖິງຕະຫຼາດ ໂດຍປັບປຸງຄຸນນະພາບ, ຜະລິດຕະພາບ, ການຫຸ້ມຫໍ່, ການອອກແບບ ແລະ ອື່ນໆ.

ພ້ອມກັນນັ້ນ, ກອງປະຊຸມກໍໄດ້ຮັບຮອງດ້ານຫຼັກການເອົາລະບຽບການສະໜອງທຶນໃຫ້ໂຄງການວິຊາການ ແລະ ບົດແນະນຳການປະເມີນໂຄງການວິຊາການຂອງ ທສວ ( ສະບັບປັບປຸງໃໝ່ ) ເພື່ອເປັນບ່ອນອີງດ້ານນິຕິກຳ ແລະ ຍົກສູງປະສິດທິພາບຂອງການພິຈາລະນາສະໜອງທຶນສົ່ງເສີມ SME.

ສະພາບໍລິຫານ ທສວ ຍັງໃຫ້ທິດຊີ້ນໍາແກ່ກອງເລຂາ ທສວ ໃຫ້ສືບຕໍ່ຄົ້ນຄວ້າອອກແບບໂຄງການສິນເຊື່ອຈຸນລະວິສາຫະກິດໃຫ້ສຳເລັດໂດຍໄວ ແລະ ເລີ່ມທົດລອງຈັດຕັ້ງປະຕິບັດ ເພື່ອຊ່ວຍເຫຼືອຈຸນລະວິສາຫະກິດ ແລະ ກຸ່ມຜູ້ຜະລິດທີ່ຕ້ອງການທຶນ ແຕ່ບໍ່ມີຄວາມສາມາດເຂົ້າເຖິງແຫຼ່ງທຶນຈາກທະນາຄານທຸລະກິດ
ຍ້ອນບໍ່ມີຫຼັກຊັບຄໍ້າປະກັນໃຫ້ສາມາດເຂົ້າຫາແຫຼ່ງທຶນຈາກສະຖາບັນການເງິນຈຸລະພາກໃນອັດຕາດອກເບ້ຍທີ່ຕໍ່າລົງ, ໂຄງການດັ່ງກ່າວຈະມີການທົດລອງຈັດຕັ້ງປະຕິບັດພາຍໃນໄລຍະເວລາ 05 ປີ ແລະ ຄາດວ່າຈະນໍາໃຊ້ທຶນເບື້ອງຕົ້ນ ຈຳນວນ 2 ຕື້ກີບ. ພ້ອມນັ້ນ, ສະພາບໍລິຫານ ທສວ ກໍໃຫ້ທິດຊີ້ນໍາໃຫ້ມີການຄົ້ນຄວ້ານໍາສະເໜີຮູບແບບອື່ນໆຂອງການສະໜອງສິນເຊື່ອໃຫ້ SME ຕື່ມອີກ.
ຂໍ້ມູນຈາກ: ເສດຖະກິດ-ການຄ້າ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ