ໜຸ່ມອິນເດຍ ກຽມຟ້ອງພໍ່ແມ່ ຖານເຮັດໃຫ້ເກີດມາ ໂດຍທີ່ເຈົ້າໂຕບໍ່ຍິນຍອມ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ໜຸ່ມອິນເດຍ ກຽມຟ້ອງພໍ່ແມ່ ຖານເຮັດໃຫ້ເກີດມາ ໂດຍທີ່ເຈົ້າໂຕບໍ່ຍິນຍອມ

Published

on

ສໍານັກຂ່າວ ບີບີຊີ ລາຍງານວ່າ ທ້າວ ຣາຟາເອລ ຊາມູເອລ ນັກທຸລະກິດຊາວອິນເດຍໃນນະຄອນມຸມໃບ ກຽມທີ່ຈະຟ້ອງຮ້ອງພໍ່ແມ່ຂອງຕົນເອງ ໂທດຖານທີ່່ໃຫ້ກໍາເນີດເຂົາໂດຍທີ່ເຂົາບໍ່ຍິນຍອມ ແລະ ວ່າການໃຫ້ກໍາເນີດເດັກໆຂື້ນມາເທິງໂລກເປັນເລື່ອງທີ່ຜິດ ເພາະພວກເຂົາຕ້ອງສູ້ທົນກັບຄວາມທຸກທໍລະມານໄປຕະຫຼອດຊີວິດ

ທ້າວ ຊາມູເອລບອກກັບບີບີຊີວ່າ ເຂົາເຂົ້າໃຈວ່າຄົນເຮົາບໍ່ສາມາດສະແດງຄວາມຍິນຍອມໃດໆ ໄດ້ກ່ອນທີ່ຈະເກີດມາ ແຕ່ເຂົາຢືນຢັນວ່າ ການທີ່ເຮົາເກີດມາບໍ່ແມ່ນການຕັດສິນໃຈຂອງເຮົາ ດັ່ງນັ້ນ ເມື່ອເຮົາບໍ່ໄດ້ຂໍທີ່ຈະເກີດມາ ເຮົາກໍ່ຄວນໄດ້ຮັບຄ່າຊົດເຊີຍໄປຕະຫຼອດຊີວິດຂອງເຮົາ

ຢ່າງໃດກໍ່ຕາມ ແນວຄິດແບບນີ້ຂອງທ້າວ ຊາມູເອລ ບໍ່ໄດ້ເຮັດໃຫ້ເກີດຮອຍແຕກແຍກໃນຄອບຄົວຂອງເຂົາແຕ່ຢ່າງໃດ ໂດຍໜຸ່ມໄວ 27 ປີຄົນນີ້ເຜີຍວ່າເຂົາສະໜິດກັບພໍ່ແມ່ເຊິ່ງເປັນທະນາຍຄວາມທັງຄູ່ ແລະ ເບິ່ງຄືວ່າພວກເຂົາຈະຮັບມືເລື່ອງນີ້ດ້ວຍອາລົມຕະລົກຫຼາຍກວ່າ

ນາງ ຄາວິຕາ ຄາຣນາດ ຊາມູເອລ ມານດາຂອງ ຣາຟເອລ ອອກຖະແຫຼງການລະບຸວ່າ ນີ້ເປັນຄວາມວຸ້ນວາຍລ່າສຸດທີ່ລູກຊາຍຂອງເຂົາສ້າງຂື້ນມາ “ຂ້ອຍຕ້ອງຂໍຍົກຍ່ອງໃນຄວາມຖືດີຂອງລູກຊາຍຂອງຂ້ອຍ ທີ່ຕ້ອງການນໍາຕົວພໍ່ແມ່ຂື້ນສານ ທັງທີ່ຮູ້ວ່າທັງຄູ່ເປັນທະນາຍຄວາມ ແລະ ຖ້າຮາຟາເອລຫາຄໍາອະທິບາຍຢ່າງເປັນເຫດເປັນຜົນວ່າ ເຮົາສາມາດຖາມຫາຄວາມຍິນຍອມຈາກເຂົາໄດ້ຢ່າງໃດ ມາໄດ້ ຂ້ອຍກໍ່ຈະຮັບຜິດຊອບ”.

ທັງນີ້ ຄວາມເຊື່ອຂອງທ້າວ ຊາມູເອລ ມີຮາກຖານແນວຄິດຕໍ່ຕ້ານການເກີດ (anti-natalism) ລະບຸວ່າຊີວິດເຕັມໄປດ້ວຍຄວາມທຸກ ແລະ ຜູ້ຄົນຄວນຢຸດສືບພັນໃນທັນທີ ໂດຍ ທ້າວຊາມູເອລກ່າວວ່າ ການເຮັດແບບນີ້ຈະເຮັດໃຫ້ມະນຸດຊະຍະຊາດຄ່ອຍໆຫາຍໄປຈາກໂລກ ເຊິ່ງເປັນເລື່ອງທີ່ດີສໍາລັບດາວດວງນີ້ຫຼາຍກວ່າ

“ການມີມະນຸດຢູ່ມັນບໍ່ມີຄວາມໝາຍ ຄົນຫຼວງຫຼາຍກໍາລັງທຸກທໍລະມານ ຫາກມະນຸດສູນພັນ ໂລກ ແລະ ສັດຈະມີຄວາມສຸກຍິ່ງຂື້ນ ມະນຸດຄວນຈາກໄປດີກວ່າ ຈະຕ້ອງບໍ່ໄດ້ມີມະນຸດທີ່ຕ້ອງເຈັບປວດ ການມີຢູ່ຂອງມະນຸດໄຮ້ຄວາມໝາຍໂດຍສິ້ນເຊີງ” (ທ້າວຊາມູເອລກ່າວ).

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້