ຝັນເປັນຈິງ ໜຸ່ມຊື້ເລກເກົ່າທຸກງວດເປັນເວລາ 30 ປີ ຈົນແຈັກພັອດແຕກ 60 ລ້ານໂດລາ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຝັນເປັນຈິງ ໜຸ່ມຊື້ເລກເກົ່າທຸກງວດເປັນເວລາ 30 ປີ ຈົນແຈັກພັອດແຕກ 60 ລ້ານໂດລາ

Published

on

ສຳນັກຂ່າວຕ່າງປະເທດລາຍງານວ່າ Bon Trong ຊາວແຄນນາດາ ເປັນຜູ້ໂຊກດີທີ່ຖືກລາງວັນລັອດເຕີຣີແຈັກພັອດ 60 ລ້ານໂດລາແຄນາດາ (ປະມານ 395 ຕື້ກວ່າກີບ) ເຊິ່ງເຈົ້າໂຕຮູ້ຜົນຕັ້ງແຕ່ຕອນເຊົ້າຂອງຂອງມື້ຕໍ່ມາ. ທັນທີທີ່ລາວໄດ້ກວດເບິ່ງຜົນລາງວັນທາງອິນເຕີເນັດ ແລະ ເຫັນເລກທີ່ອອກ ກໍຮີບຍ່າງໄປຮ້ານຄ້າ ແລະ ຂໍໃຫ້ພະນັກງານພິມຜົນລາງວັນເພື່ອໃຫ້ໝັ້ນໃຈ. ຈາກນັ້ນ ລາວກໍນຳເຈ້ຍໃບນັ້ນກັບເມືອເຮືອນ, ພະຍາຍາມກວດເບິ່ງເຈ້ຍໃບນັ້ນຄືນຢູ່ຫຼາຍຊົ່ວໂມງ ເພາະບໍ່ຢາກເຊື່ອ ແລະ ເລີ່ມຄິດວ່າເງິນລາງວັນມະຫາສານນີ້ ຈະມີຜົນແນວໃດກັບຄອບຄົວຂອງຕົນ.

ບໍລິສັດຫວຍແຄນນາດາຕາເວັນຕົກ (WCLC) ລະບຸໃນຖະແຫຼງການວ່າ ແທນທີ່ຈະໄປຮັບລາງວັນທັນທີ ແຕ່ຜູ້ໂຊກດີຄົນນີ້ລໍຖ້າເກືອບ 10 ເດືອນ ເຊິ່ງນັ້ນກໍເປັນເພາະລາວຍັງຮູ້ສືກຕົກໃຈ ແລະ ຍັງບໍ່ຢາກຈະເຊື່ອວ່າຕົນຖືກລາງວັນມູນຄ່າຫຼາຍຂະໜາດນັ້ນ.
Bon Trong ເຜີຍວ່າ “ຂ້ອຍຮູ້ວ່າມັນຈະຕ້ອງມີການປ່ຽນແປງຢ່າງໃຫຍ່ຫຼວງເລີຍ, ຂ້ອຍຕ້ອງການຄວາມໝັ້ນໃຈວ່າເຮົາພ້ອມແທ້ໆສຳລັບການປ່ຽນແປງເຫຼົ່ານັ້ນ 10 ເດືອນຜ່ານໄປ ຕອນນີ້ຂ້ອຍພ້ອມແລ້ວ, ສິ່ງທຳອິດທີ່ຄິດແມ່ນ ຂ້ອຍຈະມີເງິນສຳລັບໃຊ້ຈ່າຍທຸກຢ່າງ ແລະ ຈະມີຄວາມສຸກທີ່ໄດ້ເຮັດແບບນັ້ນ”.

ທັງນີ້, ຜົນຫວຍລາງວັນແຈັກພັອດງວດນັ້ນຄື 2 3 4 8 9 20 ແລະ 30 ເຊິ່ງລາວບອກວ່າເປັນການລວມເລກວັນທີ ທີ່ມີຄວາມສຳຄັນ ແລະ ວັນເກີດຂອງຄົນໃນຄອບຄົວ ໂດຍລາວໄດ້ຊື້ຫວຍເລກເກົ່າທຸກງວດມາຕະຫຼອດ 30 ປີ. ສ່ວນເງິນທີ່ໄດ້ມາຈະນຳໄປຊື້ເຮືອນຫຼັງໃໝ່ໃຫ້ກັບຄອບຄົວ ແລະ ວາງແຜນທ່ອງທ່ຽວໃນທຸກໆບ່ອນທີ່ຢາກໄປ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້