ສຸດຍອດຫຼາຍ ເຕັກໂນໂລຊີ AI ຊ່ວຍໃຫ້ພໍ່ແມ່ ແລະ ລູກຊາຍທີ່ຫາຍໄປ 18ປີ ມາພົບກັນອີກຄັ້ງ

ຍຸກ 4.0 ທີ່ເຕັມໄປດ້ວຍຄວາມທ້າທາຍນັ້ນ ຍັງມີສິ່ງດີໆທີ່ເຮັດໃຫ້ຫຼາຍຄົນກາຍເປັນມະຫາເສດຖີທີ່ໂລກຕ້ອງຈົດຈຳ ແລະມີເລື່ອງລາວສຸດເສົ້າກັບກາຍເປັນຂ່າວໜ້າຍິນດີທີ່ສຸດດັ່ງເຫດການນີ້ທີ່ເກີດຂຶ້ນຢູ່ປະເທດຈີນ ລູກຊາຍທີ່ພໍ່ແມ່ຮັກເທົ່າຊີວິດຫາຍຕົວໄປນານ 18 ປີແຕ່ຫາພໍ້ໄດ້ດ້ວຍ AI ລະບົບປັນຍາປະດິດທາງຄອມພີວເຕີ.

ຕາມລາຍງານຂ່າວໃນວັນທີ 20 ກໍລະກົດຜ່ານມານີ້ ມີຄູ່ຜົວເມຍຄົນຈີນຢູ່ເມືອງເສີນເຈີ້ນ ຂອງຈີນໄດ້ພົບໜ້າພໍ້ຕາລູກຊາຍຂອງຕົນເປັນຄັ້ງທຳອິດຫຼັງຫາຍຕົວໄປເປັນເວລາ 18 ປີ. ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າໃນປີ 2001 ລູກຊາຍໄວ 3 ປີຂອງສອງຜົວເມຍດັ່ງກ່າວໄດ້ຫາຍຕົວໄປຢ່າງໄຮ້ຮ່ອງຮອຍ ຈາກເມືອງຝູທຽນ ນະຄອນເສີນເຈີ້ນ ເຊິ່ງພໍ່ແມ່ຫາເທົ່າໃດກໍ່ບໍ່ພົບ ຈິ່ງໄດ້ໃຫ້ເລືອດໄປກວດດີເອັນເອ ເພື່ອໃຫ້ຕຳຫຼວດຊ່ວຍຕາມຫາລູກຊາຍແຕ່ກໍ່ບໍ່ເປັນຜົນ.

ເມື່ອຕົ້ນປີຜ່ານມາໃນເມືອງຈີນໄດ້ເລີ່ມນຳເອົາເທັກໂນໂລຊີ AI ເຂົ້າມານຳໃຊ້ ເພື່ອຊ່ວຍຕໍ່ຕ້ານຂະບວນການຄ້າມະນຸດ, ຜູ້ຊ່ຽວຊານຈາກເທັນເຊັນຜູ້ບໍລິການໂຊຊຽວມີເດຍໃນຈີນຈິ່ງນຳເອົາເຕັກໂນໂລຊີນັ້ນມາເຮັດຈຳລອງໃບໜ້າມະນຸດເມື່ອເຕີບໂຕຂຶ້ນ.

ເພື່ອໃຫ້ໄດ້ລູກຊາຍທີ່ຮັກດັ່ງດວງຕາກັບຄືນມາ ພໍ່ແມ່ຂອງເດັກຊາຍຈິ່ງຫາຮູບຖ່າຍຂອງລູກຊາຍໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໃຫ້ລະບົບເອໄອປະມວນຜົນ ໂດຍລະບົບໄດ້ໃຫ້ເບາະແສກວ່າ 100 ອັນ ຫຼັງຈາກນັ້ນຈິ່ງມີການຈັດຕັ້ງຄະນະທີ່ເຮັດວຽກພິເສດເພື່ອສືບຫາຮ່ອງຮອຍຄົນທີ່ຫາຍສາບສູນໄປ.

ໃນທີ່ສຸດພວກເຂົາກໍ່ໄດ້ພົບຊາຍໜຸ່ມຄົນໜຶ່ງໃນເມືອງວິນຝູ ເຊິິ່ງມີໜ້າຕາໃກ້ຄຽງກັບໃບໜ້າໃນຕົວຢ່າງທີ່ສຸດ ຈາກນັ້ນກໍ່ນຳເອົາດີເອັນເອຂອງຊາຍໜຸ່ມຄົນນັ້ນມາກວດເບິ່ງ ຜົນປະກົດວ່າ ກົງກັບດີເອັນເອຂອງຄູ່ຜົວເມຍທີ່ລູກຊາຍຫາຍໄປ 18 ປີ, ເຫດການນີ້ໄດ້ສ້າງຄວາມປະທັບໃຈທີ່ສຸດແກ່ວົງການໄອທີ ແລະກາຍເປັນຂ່າວທີ່ໂດ່ງດັງໄປທົ່ວປະເທດຈີນ.