ຕັ້ງເປົ້າສະຖິຕິປາກໃຫຍ່ທີ່ສຸດໃນໂລກ ສາວຊີດຟິນເລີ 15 ເທື່ອ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຕັ້ງເປົ້າສະຖິຕິປາກໃຫຍ່ທີ່ສຸດໃນໂລກ ສາວຊີດຟິນເລີ 15 ເທື່ອ

Published

on

ຕັ້ງເປົ້າສະຖິຕິປາກໃຫຍ່ທີ່ສຸດໃນໂລກ ສາວບັສແກເລຍຊີດຟິນເລີ 15 ເທື່ອເດລີສຕາ ນຳສະເໜີເລື່ອງລາວຂອງແອນເດຍ ເອມີໂລວາ ອີວາໂນວາ ນັກສຶກສາສາວອາຍຸ 22 ປີ ຜູ້ໄຟຝັນທີຈະມີຮິມປາກ ໃຫຍ່ທິສຸດໃນໂລກ ພຽງເພາະຮູ້ສຶກ ງາມຂື້ນ ແລະ ທັນສະໄໝກວ່າ ນາງ ແອນເດຍ ໄປຄຣີນິກຫຼາຍ 10 ແຫ່ງ ແລະ ເຂົ້າຮັບການສີດກົດໄຮຍາຣູຣອນເສີມ ຂະໜາດຮິມປາກ 15 ເທື່ອ ແຕ່ລະເທື່ອ ໝົດຄ່າໃຊ້ຈ່າຍປະມານ 1,500 ໂດລາ ແລະ ຜົນຮັບເປັນທີ່ໜ້າພຶ່ງພໍໃຈ 100 %

ຕອນນີ້ຂ້ອຍມັກຮິມປາກໃຫຍ່ກວ່າທີ່ເຄີຍມີມາ ແລະ ຮູ້ສຶກມີຄວາມສຸກ ເພາະເບິ່ງຄືທັນສະໄໝ ແລະ ງາມ ນາງ ແອນເດຍ ຖ່າຍຮູບເຊວຟີ ແລະ ໂພສໃນອິນສຕາແກຣມ ຮຽກຮ້ອງຄວາມສົນໃຈ ແລະ ສຽງວິຈານຢ່າຫຼວງຫຼາຍ ແຕ່ເຈົ້າຕົວປະຕິເສດຄວາມຄິດເຫັນຂອງຄົນອື່ນເນື່ອງຈາກການເສີມຂະໜາດຮີມປາກເປັນເລື່ອງສ່ວນຕົວ. ບາງຄົນມັກຂ້ອຍທີຮິມປາກໃຫຍ່ ແຕ່ບາງຄົນມັກທີຮິມປາກນ້ອຍ ແຕ່ທັງໝົດນີ້ບໍ່ສຳຄັນ

ຂ້ອຍບໍ່ສາມາດບອກໄດ້ວ່າ ແມ່ນຫຍັງຄື ໃຫຍ່ເກີນໄປ ເພາະແຕ່ລະຄົນມີການຮັບຮູ້ທີແຕກຕ່າງກັນໄປ”ນາງ ແອນເດຍ ບອຫວ່າມີຄວາມຝັນທີຈະຂະຫຍາຍຮິມປາກມາຕະຫຼອດ ແລະ ບໍາແມ່ນການຫຼົງໄຫຼ່ຮິມປາກໃຫຍ່ ແຕ່ເປັນພຽງຄວາມຕ້ອງການຄວາມສວຍງາມຕາມອຸດົມຄະຕິຂອງຕົວເອງ ເມື່ອຖືກຖາມ ວ່າຕ້ອງການເຮັດສະຖິຕິຮິມປາກຂະໜາດໃຫຍ່ທີສຸດ ຫຼື ບໍ? ນາງ ແອນເດຍ ຕອບແບບບໍ່ລັງເລ່ວ່າແມ່ນ

ເປັນຫຍັງຕ້ອງບໍ່ລະ ? ແຕ່ຕອນນີ່ກ່າຍເປັນແຟຊັ່ນໃນປະເທດຂອງຂ້ອຍ ດັ່ງນັ້ນຫາກຕ້ອງການເປັນເຈົ້າຂອງຮິມຝີປາກທີໃຫຍ່ທີສຸດໃນໂລກຈະຕ້ອງພະຍາຍາມຕໍ່ໄປ ນາງ ແອນເດຍເວົ້າຕອນທ້າຍ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້