ຂ່າວບັນເທິງ
ຈະມີພິທີຍົກນ້ຳຊາ ແຈ້ງຂ່າວການຄອງຄູ່ສາວລົດເມ-ໜຸ່ມບອນໄວໆນີ້

ສາວລົດເມ ດາລານັກສະແດງ ພິທີກອນສາຍຫວານຂັວນໃຈຂອງຊາຍຫຼາຍຄົນມາຮອດມື້ນີ້ກໍ່ຕັດສິນໃຈຮັບແຫວນແຕ່ງງານກັບຊາຍທີ່ຮູ້ໃຈ ແລະຈະເຂົ້າສູ່ພິທີທາງການຂອງການໝັ້ນໝາຍໃນໄວໆນີ້ ງານນີ້ສາວລົດເມບອກວ່າໝູ່ຄູ່ຫຼາຍຄົນໜັບໜູນ ແຕ່ເຊື່ອວ່າ ຊາຍໜຸ່ມຫຼາຍຄົນອົກຫັກແນ່ນອນ ຈັ່ງໃດກໍ່ຍິນດີນຳເດີ້!

ກາລະຄັ້ງໜຶ່ງທີ່ສາວລົດເມມາອຸດົມໄຊ

ເມື່ອສອງມື້ກ່ອນໜ້ານີ້ຢູ່ໆໜ້າ ໄອຈີຂອງສາວລົດເມກໍ່ມີຮູບສວມແຫວນທີ່ນີ້ວນາງເບື້ອງຊ້າຍ ເຮັດໃຫ້ຫຼາຍຄົນຕ່າງກໍ່ມີຄຳຖາມໃນໃຈວ່າ ສາວຫວານຄົນນີ້ຢາກບອກຫຍັງແທ້ ຈົນນັກຂ່າວນຳຫາເຈົ້າຕົວໄດ້ແລ້ວກໍ່ໄດ້ຄຳຕອບວ່າ ລົດເມເຫັນວ່າເປັນຄົນທີ່ຕ້ອງເລືອກແລ້ວຈິ່ງກ້າລົງໄປແບບນັ້ນ!ວ້າວ ຕອບແບບແມນສຸດໆ

ຊາຍຄົນນີ້ຊ່າງໂຊກດີໄດ້ສາວຫວານໄປເປັນແມ່ຂອງລູກ

ຊາຍໜຸ່ມທີ່ໄດ້ຫົວໃຈສາວລົດເມໄປ ເປັນມີຊື່ສັ້ນໆວ່າ ບອນ ເປັນພະນັກງານອັອຟຟິດທຳມະດາ ເຮັດວຽກຢູ່ບໍລິສັດກູເກີນໄທແລນ ເຊິ່ງໄດ້ຄົບຫາດູໃຈກັບສາວລົດເມມາປະມານ 3 ປີ ເຫັນວ່ານິໄສໃຈຄໍເຂົ້າກັນດີ ການໃຊ້ຊີວິດຄ້າຍໆກັນທີ່ສຳຄັນຄອບຄົວເຂົາກໍ່ຕ້ອນຮັບຂັບສູ່ຮັກສາສາວລົດເມຄືຄົນໃນຄອບຄົວ ແຖມຊາຍໜຸ່ມຜູ້ນີ້ບໍ່ແມ່ນຄົນປາຕີ້ ລົດເມຈິ່ງຕົກລົງປົງໃຈສ້າງຊີວິດຄູ່ນຳ.

ສຳລັບແຫວນໝັ້ນທີ່ ສາວລົດເມສວມໃສ່ ໂຊໃນໂອຈີບໍ່ແມ່ນຂອງທຳມະດາ ແຕ່ກໍ່ບໍ່ຫຼູຫຼາດ້ວຍຊັບສິບຫາກມີຄວາມໝາຍທາງໃຈຂອງສອງຄົນເພາະເປັນແຫວນໝັ້ນຂອງແມ່ຝ່າຍຊາຍສະໄໝເປັນສາວ ແລະໃຊ້ເປັນແຫວນໝັ້ນຕໍ່ໆກັນມາ ແຕ່ພິທີໝັ້ນທາງການຍັງຈະຈັດອີກຮອບໜຶ່ງ.

ສ່ວນກຳນົດການແຕ່ງງານສູ່ຊີວິດຄູ່ຢ່າງເຕັມຮູບແບບນັ້ນ ສາວລົດເມບອກວ່າ ອາດຈະເປັນທ້າຍປີ ຫຼື ຕົ້ນປີໜ້າກໍ່ເປັນໄດ້ຕ້ອງເບິ່ງສະຖານະການຕົວຈີງສາກ່ອນ ແຕ່ທີ່ແນ່ນອນເລືອກຄົນນີ້ແລ!!! ຈັ່ງໃດກໍ່ຍິນດີນຳເດີ້ ມີຄູ່ແລ້ວມາຢາມລາວໃໝ່ເນີ້ສາວໃສຫວານ!!!
.

.

ຂ່າວ: laothai.net/
ຂ່າວບັນເທິງ
ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:
ทั่วไป
ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ
ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ
ຂ່າວບັນເທິງ
ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ ເງິນປະກັນຕົວຈຳນວນ 5 ລ້ານບາດ.

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ 18 ສິງຫາ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້ ຕ້ອງເປັນໄປຕາມກຳນົດຂອງສານຄື:
– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ 7 ວັນ

– ຕ້ອງລາຍງານຕົວທຸກໆເດືອນ ຈົກວ່າຈະມີການປ່ຽນແປງ
– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ