ຂ່າວພາຍໃນ
ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ

ຂປລ. ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ.
ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ.

ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ແລະ ຜະລິດກາຍເປັນສິນຄ້າ ໂດຍໃຫ້ການຊ່ວຍເຫລືອ, ອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ໃຫ້ພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນການສະໜອງສິນເຊື່ອ, ວິຊາການ ແລະ ຊອກຕະຫລາດຮອງຮັບຜະລິດຕະພັນຕ່າງໆ.
ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂ ແລະ ຊອກວຽກເຮັດງານທຳໃຫ້ບັນດາແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍການປະສານງານຫາບັນດາໂຮງຈັກໂຮງງານຕ່າງໆ ທີ່ມີຄວາມຕ້ອງການ ຫລື ມີຄວາມເໝາະສົມ ເພື່ອໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳຢູ່ບ້ານເກີດເມືອງນອນ ແລະ ໄດ້ຢູ່ໃກ້ຊິດກັບພໍ່ແມ່ ແລະ ຍາດຕິພີ່ນ້ອງ, ທັງເປັນການຫລຸດຜ່ອນຄວາມສ່ຽງໃນການເປັນເຮັດວຽກຢູ່ຕ່າງປະເທດນຳອີກ.
ໂອການນີ້, ທ່ານ ສິນລະວົງ ຄຸດໄພທູນ ເລຂະຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕີລາຄາສູງ ຕໍ່ການມາພົບປະເຮັດວຽກຂອງ ທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນວ່າລັດ ຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໄຍຢູ່ສະເໝີ.

ພ້ອມດຽວກັນນັ້ນ, ກໍໄດ້ລາຍງານສະພາບພົ້ນເດັ່ນໃນໄລຍະຜ່ານມາເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດມະຕິຂອງສູນກາງພັກ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງ 77,8%, ກອງປະຊຸມຄະນະພັກຮາກຖານສຳເລັດແລ້ວ 46,6%, ສຳເລັດກອງປະຊຸມໃຫຍ່ 5 ເມືອງ ແລະ ອົງຄະນະພັກກອງບັນຊາການທະຫານ, ລວມທັງສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບສຸດທ້າຍ ມີ 4 ອົງຄະນະພັກເມືອງ ແລະ ອົງຄະນະພັກກອງບັນຊາການ ປກສ.
ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ຍັງໄດ້ລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມາ, ເຊິ່ງເປັນໄລຍະທີ່ກໍາລັງຟື້ນຟູຈາກໄພພິບັດທໍາມະຊາດ ປີ 2019, ທັງການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍບໍ່ໄດ້ຕາມຄາດໝາຍ, ເຊິ່ງຄາດຄະເນໝົດປີ ລວມຍອດຜະລິດຕະພັນພາຍໃນ (GDP) ຈະຂະຫຍາຍຕົວໃນລະດັບ 6,32% (ແຜນເບື້ອງຕົ້ນ 9,5%) ມູນຄ່າປະມານ 52 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 6.004 ໂດລາສະຫະລັດ (ແຜນ ການວາງໄວ້ 6.120 ໂດລາສະຫະລັດ).
ຂ່າວ: ສິງຄຳ, ພາບ: ເກດສະໜາ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ