ເຕືອນຢ່າເກັບພາວເວີ້ແບ້ງໄວ້ໃນລົດ ດ້ວຍຄວາມຫວັງດີ

ປະຕິເສດບໍ່ໄດ້ເລີຍວ່າຍຸກນີ້ ພາວເວີ້ແບ້ງ ນັ້ນເປັນອຸປະກອນສຳຫລັບທີ່ຄົນຍຸກນີ້ຕ້ອງມີຕິດຕົວໃນແຕ່ລະມື້ ແຕ່ລ່າສຸດ ໄດ້ເກີດເລື່ອງທີ່ໜ້າຕົກໃຈກ່ຽວກັບພາວເວີ້ແບ້ງຂຶ້ນມາແລ້ວ ເມື່ອລ່າສຸດ ເຟສບຸກ  Ake Srisuwan ໄດ້ອອກມາໂພສພາບ ແລະ ຂໍ້ຄວາມຜ່ານເຟສບຸກ ເຕືອນສະຕິຜູ້ທີ່ມີພາວເວີ້ແບ້ງທຸກຄົນບໍ່ຄວນເກັບພາວເວີ້ແບ້ງໄວ້ໃນລົດຖ້າບໍ່ຈຳເປັນ ເພາະເຫດການບໍ່ຄາດຝັນແບບນີ້ອາດເກິດຂຶ້ນໄດ້ກັບທຸກຄົນ

ເຕືອນໄພ ເອົາພາວເວີ້ແບ້ງໄວ້ໃນລົດແລ້ວຈອດຕາກແດດ ໄຟໄໝ້ລົດທັງຄັນ ເຫດເກີດເມື່ອວັນທີ່ 4/10/2019 ເວລາ 11:30 ນາທີ ເອົາພາວເວີ້ແບ້ງໄວ້ທີ່ຄອນໂຊລຫຼັງ ແລ້ວຈອດຕາກແດດ ຊ່ວງເກີດເຫດກຳລັງລົງໄປເອົາເຄື່ອງໃນລົດແລ້ວສັງເກດເຫັນວ່າມີໄຟລຸກທີ່ເບາະຫຼັງແຕ່ໄຟຍັງບໍ່ຫຼາຍ ຄວັນບໍ່ຫຼາຍ ເລີຍຟ້າວເປີດປະຕູເພື່ອຈະດັບໄຟ

ພໍອາກາດເຂົ້າໄປໃນລົດ ໄຟເລີຍລຸກພຸ່ງອອກມາຈາກລົດ ແລະ ໄໝ້ທັງຄັນ ອັນຕະລາຍຫຼາຍ ກ່ອນເປີດປະຕູລົດຄວນລະມັດລະວັງໃຫ້ດີ ຖ້າບໍ່ໜັ້ນໃຈຢ່າຟ້າວເປີດດີກວ່າ ແຈ້ງຜູ້ຮູ້ກ່ອນ ເຄສນີ້ນ້ອງຖືກໄຟລວກແຂນໄປໜ້ອຍໜຶ່ງເພາະກະໂດດອອກມາທັນ(ນ້ອງບອກວ່າບໍ່ໜ້າເປີດປະຕູເລີຍໜ້າຈະຖ້າອຸປະກອນດັບເພີງກ່ອນ) ໝັ່ນກວດສອບສິ່ງຂອງເທີງລົດກ່ອນອອກຈາກລົດທຸກເທື່ອ