ຊາວເນັດຕະລຶງ! ຮັບຂວັນລູກເກີດໃໝ່ ຈັດເຕັມທັງເງິນ ຄຳ ແລະ ເຄື່ອງປະດັບມູນຄ່າສູງ

ເວົ້າເຖິງການຮັບຂວັນລູກ-ຫຼານທີ່ເກີດໃໝ່ ເຮົາຕ່າງກໍເຄີຍເຫັນກັນມາແລ້ວນັບບໍ່ຖ້ວນ ແລະ ບໍ່ມີຫຍັງທີ່ແປກຕາ ແຕ່ສຳລັບການຮັບຂວັນທີ່ເຮົາຈະກ່າວເຖິງຕໍ່ໄປນີ້ ບໍ່ທຳມະດາ ເພາະຈັດເຕັມເງິນ ຄຳ ເພັດ ເຮັດເອົາຊາວເນັດຕ້ອງຕົກຕະລຶງ.

ກາຍເປັນກະແສທີ່ກ່າວເຖິງກັນທົ່ວໂລກອອນລາຍໃນຕອນນີ້ ສຳລັບຮູບພາບການຮັບຂວັນລູກເກີດໃໝ່ຂອງຜູ້ໃຊ້ງານອິນເຕີເນັດຊື່ Viluna Tou ທີ່ມີທັງຄຳ ທີ່ມາໃນຮູບແບບກະເປົາ, ປອກແຂນ, ຕຸ້ມຫູ, ສາຍຄໍ ແລະ ເຄື່ອງປະດັບອື່ນໆ.

ພ້ອມນັ້ນກໍຍັງມີເງິນໂດລາອີກໜຶ່ງມັດ ພ້ອມກັບຊຸດເຄື່ອງປະດັບທີ່ວາງຂ້າງກັນເຊິ່ງຄາດວ່າຈະເປັນເພັດ ເຊິ່ງສ້າງຄວາມຮືຮາໃຫ້ແກ່ຊາວເນັດເປັນຈຳນວນຫຼາຍ. ຮູບພາບດັ່ງກ່າວນີ້ຖືກເຜີຍແຜ່ອອກມາ ຕອນນີ້ມີຄົນແຊອອກໄປແລ້ວກວ່າ 1 ພັນຄັ້ງ.