ຄວາມຍິ່ງໃຫຍ່ ຂອງສຸສານຈິນຊີຮ່ອງເຕ້ ເມືອງຊີອານ ມົນທົນສ່ານຊີ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຄວາມຍິ່ງໃຫຍ່ ຂອງສຸສານຈິນຊີຮ່ອງເຕ້ ເມືອງຊີອານ ມົນທົນສ່ານຊີ

Published

on

ສຸສານຈິນຊີຮ່ອງເຕ້ ຖືເປັນໜື່ງໃນມໍລະດົກໂລກ ທາງວັດທະນະທຳຂອງຈີນ ໂດຍຕັ້ງຢູ່ທີ່ເມືອງຊີອານ ມົນທົນສ່ານຊີ ໂດຍໃນຄະນະນີ້ການຂຸດສຸສານທັງໝົດ ຍັງບໍ່ສຳເລັດໝົດ ແລະ ທາງລັດຖະບານຈີນເອງ ກໍ່ຍັງບໍ່ມີເສັ້ນຕາຍ ວ່າການສຳຫຼວດຈະສຳເລັດພາຍໃນເມື່ອໃດ ໂດຍເຫດຜົນຫຼັກ ເພາະການທີ່ຈະຂຸດສຳຫຼວດ ເພື່ອນຳເອົາຕຸກກະຕາດິນເຜົາຂື້ນມານັ້ນ ຈະຕ້ອງໃຊ້ເຕັກໂນໂລຊີ້ ແລະ ລະມັດລະວັງເປັນຢ່າງສູງ ເພື່ອບໍ່ໃຫ້ສີທີ່ຕິດທີ່ຢູ່ເທີງໂຕຂອງຕຸກກະຕາດິນເຜົາ ນັ້ນລອກອອກໄປ.

ສຸສານຈິນຊີຮ່ອງເຕ້ນີ້ ຖືກຄົ້ນພົບໂດຍບັງເອີນໃນປີ 1974 ເມື່ອກຸ່ມຊາວນາໃນພື້ນທີ່ ຈະໄປຂຸດຫາບໍ່ນ້ຳ ແຕ່ໄປຄົ້ນພົບເຄື່ອງປັ້ນດິນເຜົາບູຮານ ກ່ອນຈະແຈ້ງທາງການໃຫ້ຮັບຮູ້ ແລະ ມີການຂຸດຄົ້ນຈົນພົບເຫັນຕຸກກະຕາດິນເຜົາ ເປັນຈຳນວນຫຼາຍ.

ທັງນີ້ ໃນພື້ນທີ່ພິພິທະພັນ ສຸສານຈິນຊີຮ່ອງເຕ້ ມີຫ້ອງໂຖງສຸສານຫຼັກໆ ທັງໝົດ 3 ຫ້ອງ ໂດຍຫ້ອງທຳອິດ ເປັນຫ້ອງຂະໜາດໃຫຍ່ທີ່ສຸດ ມີການຄົ້ນພົບຕຸກກະຕາດິນເຜົາ ນຳມາບູລະນະ ແລະ ນຳມາຈັດຢືນລຽນຕາມເດີມແລ້ວ, ເຊີ່ງຖືກວ່າງຢູ່ໃນຕຳແໜ່ງຄ້າຍກັບ ການຈັດທັບອອກລົບ ໂດຍກຸ້ມທີ່ຢູ່ດ້ານໜ້າສຸດ ປຽບເປັນໜ່ວຍກ້າຕາຍ ພົນທະນູຢູ່ດ້ານຫຼັງຫ່າງອອກໄປ ເປັນຕົ້ນ, ຫຸ່ນປັ້ນດິນເຜົາທັງໝົດຢູ່ໃນຫ້ອງນີ້ ມີປະມານ 6 ພັນໂຕ.

ສ່ວນຫ້ອງທີ 2 ມີຂະໜາດນ້ອຍກວ່າ ແລະ ພື້ນທີ່ຈຳນວນຫຼາຍຂອງຫ້ອງນີ້ ແມ່ນຍັງບໍ່ທັນຖືກຂຸດ ເພື່ອນນຳເອົາຕຸກກະຕາດິນເຜົາອອກມາ ສາເຫດຫຼັກກໍ່ຍ້ອນດ້ານການອະນຸລັກ ເນື່ອງຈາກສີທີ່ຢູ່ເທີງໂຕຂອງຕຸກກະຕາດິນເຜົາເຫຼົ່ານີ້ ເມື່ອຖືກຂຸດເປີດໜ້າດີນຂື້ນມາແລ້ວ ເມື່ອສຳພັດກັບອາກາດ ສີທີ່ຢູ່ເທີງໂຕຂອງມັນ ຈະເກີດປະຕິກກິລິຍາທາງເຄມີ ກັບອາກາດ ແລະ ເຮັດໃຫ້ສີຫາຍໄປບໍ່ພໍເທົ່າໃດວິນາທີ, ເຊີ່ງນີ້ເປັນສີ່ທີ່ເກີດຂື້ນກັບຕຸກກະຕາ ໃນຫ້ອງທີ່1, ຈື່ງໄດ້ເຮັດໃຫ້ຕຸກກະຕາໃນຫ້ອງທີ 1 ກວ່າ 6 ພັນໂຕ ເກືອບວ່າຈະບໍ່ເຫຼືອສີທີ່ຕິດຢູ່ເລີຍ.

ຢ່າງໃດກໍ່ຕາມ ທາງລັດຖະບານຈີນເອງ ໄດ້ມີການນຳເອົາເຕັກໂນໂລຊີ້ ມາໃຊ້ໃນການສຳຫຼວດ ແລະ ອະນຸມໍລະດົກທາງວັດທະນະທຳເຫຼົານີ້ ໂດຍໃນຫ້ອງທີ 2 ນີ້ ໄດ້ມີການໃຊ້ເຄື່ອງເອັກສະເລ ສຳຫຼວດເບີ່ງສິ່ງທີ່ຢູ່ໃຕ້ດິນທັງໝົດ ແລ້ວພົບວ່າດ້ານລຸ່ມ ມີຕຸກກະຕາດິນເຜົາຈຳນວນຫຼາຍ ຄືກັບໃນໂຖງທີ 1 ພຽງແຕ່ວ່າການຂຸດສຳຫຼວດ ຈະເປັນໄປແບບຄ່ອຍເປັນຄ່ອຍໄປ ເພື່ອຮັກສາສີຂອງຫຸ່ນປັ້ນດິນເຜົາ ຄົົງສະພາບເອົາໄວ້ໃຫ້ດີທີ່ສຸດ.

ສ່ວນຂອງຫ້ອງໂຖງທີ 3 ປມ່ນຈະມີຂະໜາດທີ່ນ້ອຍທີ່ສຸດ ແຕ່ຄາດການກັນວ່າ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າຕົວຫຸ່ນປັ້ນດິນເຜົາໃນຫ້ອງນີ້ ແຕ່ງກາຍໃນລັກສະນະທີ່ເບີ່ງຄືເປັນນາຍທະຫານລະດັບສູງ ແລະ ຍັງຖືກວາງຢືນຢູ່ໃນລັກສະນະ ປິ່ນໜ້າເຂົ້າຫາກັນ ຄ້າຍຄືກັບວ່າ ກຳລັງມີການປຶກສາຫາລືກັນຢູ່ນັ້ນເອງ.

ແລະສຸດທ້າຍຄື, ສຸສານຂອງຈິນຊີຮ່ອງເຕ້ເອງ ເປັນເນີນດິນທີ່ຢູ່ຫ່າງອອກໄປ ຈາກສ່ວນທີ່ເປັນບ່ອນຝັງຕຸກກະຕາດິນເຜົາທະຫານ ປະມານ 1.5 ກິໂລແມັດ ແຕ່ວ່າຈົນເທີງປັດຈຸບັນ ຍັງບໍ່ທັນມີການຂຸດຄົ້ນ ທງການຈີນປ່ອຍໃຫ້ເປັນເນີນດິນ ເວົ້າໄວ້ເຊັ່ນເດີມ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້