ສາວເມັກຊິໂກລອດປາຕິຫານຈາກການຕົກຕຶກ 6 ຊັ້ນ ຫຼັງຝຶກໂຢຄະ ທ່າສຸດຂີດຢູ່ເທິງລະບຽງ

ອະເລັກຊາ ເທີຣາຊາສ ອາຍຸ 23 ປີ ນັກສຶກສາສາຂາສຸຂະພາບ ແລະ ໂພຊະນາການ ທີ່ສະຖາບັນ Tecnológico de Monterrey ຝຶກໂຢຄະຢູ່ລະບຽງຫ້ອງພັກເທິງຊັ້ນ 6 ຂອງຕຶກທີ່ນາງພັກຢູ່ ໂດຍມັກໃຊ້ຮາວກັ້ນຂອງລະບຽງເປັນອຸປະກອນປະກອບໃນການຝຶກໂຢຄະທ່າທີ່ສຸດຂີດ.
ລາຍງານຂ່າວລະບຸວ່າ ນາງໄດ້ເສຍຫຼັກຕົກລົງໄປທີ່ທາງຍ່າງຂ້າງຕຶກ ເຊິ່ງຕັ້ງຢູ່ໃນລັກນູໂວ ເລອອນ ທາງພາກຕາເວັນອອກສ່ຽງເໜືອຂອງເມັກຊິໂກ.

ນາງໄດ້ຮັບການປິ່ນປົວເບື້ອງຕົ້ນໂດຍໜ່ວຍກູ້ຊີບ Red Cross and Nuevo León Civil Protection ຈາກນັ້ນຈຶ່ງໄດ້ນຳສົ່ງໄປທີ່ໂຮງໝໍ ເຊິ່ງໃຊ້ເວລາໃນການຜ່າຕັດດົນເຖິງ 11 ຊົ່ວໂມງ.
ກໍລະນີຂອງນາງເປັນກໍລະນີທີ່ຮຸນແຮງ ໂດຍມີການແຕກຫັກຂອງກະດູກໃນຫຼາຍຈຸດຢູ່ແຂນ ແລະ ຂາທັງສອງຂ້າງ, ສະໂພກ ແລະ ຫົວ.

El Imparcial ລາຍງານວ່າ ແພດຕ້ອງໄດ້ຈັດຮຽງກະດູກຂາຂອງນາງຄືນໃໝ່ ເຊິ່ງອາດໃຊ້ເວລາເຖິງ 3 ປີ ຈຶ່ງຈະສາມາດຍ່າງໄດ້ເປັນປົກກະຕິ. ຂະນະທີ່ຊາວເນັດໃນໂຊຊຽວມີເດຍຕ່າງໆໄດ້ມີການປະກາດຮັບບໍລິຈາກເລືອດເພື່ອຊ່ວຍຊີວິດສາວຄົນນີ້.
ທັງນີ້ ເພື່ອນບ້ານອ້າງວ່າ ພວກເຂົາເຫັນ ເທີຣາຊາສ ເຮັດທ່າເອົາຫົວຢ່ອນລົງຢູ່ຂອບຂອງລະບຽງ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດລະບຸວ່າ ຮາວລະບຽງແມ່ນຢູ່ໃນສະພາບແຂງແຮງ ແລະ ການທີ່ນາງພາດທ່າຕົກລົງຈາກຕຶກ ແມ່ນເປັນອຸບັດເຫດ.