ແມ່ຖິ້ມລູກສາວອາຍຸພຽງ 3 ປີ ໄວ້ໃນຫ້ອງເຊົາ ຈົນເຮັດໃຫ້ລູກເສຍຊີວິດເພາະອົດອາຫານ

ແມ່ສາວເສີບຊາວຍີ່ປຸ່ນ ໄວ 24 ປີ ຄົນຫນຶ່ງ ຖິ້ມລູກສາວຊື່ໂນອະ ໄວ 3 ປີ ໄວ້ໃນຫ້ອງເຊົາທີ່ໂຕກຽວດົນເຖິງ 8 ວັນ , ສ່ວນຕົວເອງກໍ່ຫນີໄປທ່ຽວຕ່າງແຂວງກັບແຟນ ພໍກັບມາຮອດລູກສາວກໍ່ເສຍຊີວິດແລ້ວຫມໍຊັນສູດຜ່າເບິ່ງໃນທ້ອງກໍ່ຄື ບໍ່ມີອາຫານເລີຍ ບໍ່ມີຫຍັງເລີຍ ເອ້…..

ຄິດເບິ່ງເດັກ 3 ປີ ຢູ່ຄົນດຽວໃນຫມົດມື້ຫມົດຄືນຈະເອີ້ນຫາແມ່ສ່ຳໃດ ກາງຄືນຈະຍ້ານສ່ຳໃດ ເຂົ້າກໍ່ບໍ່ມີກິນເປັນອາທິດ ຄິດເຫັນພາບແລ້ວໃຈສັ່ນເລີຍສ່ວນແມ່ກໍ່ບອກ ກ່ອນໄປທຽວກັບແຟນລູກກໍ່ບໍ່ຄ່ອຍສະບາຍກິນເຂົ້າບໍ່ຄ່ອຍໄດ້ຢູ່ແລ້ວ ( ລູກບໍ່ສະບາຍຄວນພາລູກໄປຫາຫໍອ ບໍ່ແມ່ນຖິ້ມລູກໄປຢູ່ກັບແຟນ !! )

ສ່ວນລຸງຂ້າງຫ້ອງບອກວ່າ ຄົນນີ້ເຂົາເປັນຜູ້ຍິງທີ່ດູດີມີສະເຫນ່ ບຸກຄະລິກເຂົາເບິ່ງກະຕືລື້ລົ້ນສົດໃສດີ ສ່ວນເລື່ອງລູກສາວ ຕົກໃຈຄືກັນບໍ່ເຄີຍູ້ມາກ່ອນວ່າມີລູກດ້ວຍ ເພາະບໍ່ເຄີຍເຫັນລູກເລີຍຈັກເທື່ອແມ່ໄວ 24 ຄົນນີ້ ເປັນແມ່ລ້ຽງດ່ຽວ ລາວຫຍ່າຮ້າງກັບສາມີນານແລ້ວ ທາງດ້ານສາມີກໍ່ສົ່ງເງິນຄ່າລ້ຽງດູໃຫ້ລາວທຸກເດືອນ ແຕ່ລາວກໍ່ໃຊ້ຈ່າຍເງິນເກີນຄວນ ບາງເທື່ອຈຶ່ງຕ້ອງໄປເຮັດວຽກເສີບ ຫຼື ວຽກກາງຄືນ

ລາວປົກປິດເລື່ອງມີລູກໄວ້ຕະຫລອດ ແລະ ແທບຈະບໍ່ເຄີຍພາລູກນ້ອຍໄປໄສ ແມ້ແຕ່ຈະພາໄປສີດວັກຊີນ ໂນອະເຖິງໄວຕ້ອງໄປ ໂຮງຮຽນ.

ແລ້ວ ແຕ່ແມ່ກໍ່ບໍ່ໄດ້ສົນໃຈ ແລະ ມັກຖິ້ມລູກໄວ້ໃນຫ້ອງໃຫ້ຢູ່ຄົນດຽວຕະຫລອດ ແຕ່ເທື່ອນີ້ໂນອະຖືກຖິ້ມໄວ້ດົນສຸດໂດຍບໍ່ມີທັງອາຫານ ແລະ ນ້ຳ ກໍ່ເລີຍກາຍເປັນຈຸດຈົບທີ່ແສນເສົ້າ

ນອກຈາກຈະອົດອາຫານຈົນຕາຍ ຮ່າງກາຍສ່ວນລຸ່ມຂອງໂນອະ ຍັງເຕັມໄປດ້ວຍ ອາຈົ່ມ ແລະ ຍ່ຽວເຕັມແພມເພິດ ຈົນເປັນຜື່ນ ແລະ ແຜເນົ່າ ( ຄືນ້ອງນ່າຈະໃຊ້ເພິດຢູ່ແລ້ວແມ່ບໍ່ຢູ່ 8 ວັນ ຄົງຈະບໍ່ໄດ້ປ່ຽນ ຈົນເຮັດໃຫ້ເປັນຜື່ນແລະແຜ )ຄົນເປັນແມ່ບອກວ່າ “ ຂ້ອຍກໍ່ບໍ່ຄິດວ່າລູກຈະຕາຍ ເພາະກໍ່ເຄີຍຖິ້ມໄວ້ແບບນີ້ຕະຫລອດ “ ນອກຈາກນີ້ ນ້ຳຫນັກຂອງລູກນ້ອຍຍັງຕ່ຳກວ່າເກນອີກດ້ວຍ

ອີ່ຕົນເນາະລູກສາວກຳລັງຫນ້າຮັກ ກຳລັງຮຽນຮູ້