ຂ່າວພາຍໃນ
ໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວສາມາດສ້າງເງິນໄດ້ 3.321 ຕື້ກີບ

ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ມີການຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນ ລວມທັງນໍາເຂົ້າ ແລະ ຜະລິດເອງ ເທົ່າກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້ກີບ, ທຽບໃສ່ແຜນການເປັນພະລັງງານເທົ່າກັບ 91,11% ແລະ ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍ ຊື້ພະ ລັງງານທັງໝົດ ເທົ່າກັບ 524,37 ກີບ/kWh. ໃນນັ້ນ ພະລັງງານທີ່ໄຟ ຟ້າລາວ ຜະລິດເອງ ຈໍານວນ 87 ລ້ານ kWh, ກວມເອົາ 1,5% ຂອງພະລັງງານທັງໝົດ, ຊື້ຈາກ ຜ-ຟຟລ ຈໍານວນ 878 ລ້ານ kWh, ກວມເອົາ 15,6%. ຊື້ ຈາກ IPP&SPP ຈໍານວນ 2.986 ລ້ານ kWh, ກວມເອົາ53%, ຊື້ຈາກຕ່າງປະເທດ ຈໍານວນ 1.687 ລ້ານ kWh, ກວມເອົາ 29,9%.
ໃນໄລຍະ 6 ເດືອນຕົ້ນປີ 2020 ສາມາດຈໍາໜ່າຍພະລັງງານໄຟຟ້າທັງໝົດ 5.201 ລ້ານ kWh, ເປັນເງິນ 3.321 ຕື້ກີບ, ທຽບໃສ່ແຜນ ການ ເປັນພະລັງງານ ເທົ່າ ກັບ 90,23%, ເປັນເງິນເທົ່າ ກັບ 89,32%, ລາຄາສະເລ່ຍ ຈໍາໜ່າຍທັງໝົດເທົ່າກັບ 638,65 ກີບ/kWh (ມີສ່ວນຕ່າງຈາກລາຄາສະເລ່ຍຊື້ ເທົ່າກັບ 114,28 ກີບ/kWh; ຍັງບໍ່ລວມຕົ້ນທຶນລະບົບສົ່ງ). ໃນນັ້ນ ຈໍາໜ່າຍພາຍໃນປະເທດ ກວມເອົາ 81,8%, ຂາຍອອກ ຕ່າງປະເທດ ກວມເອົາ 18,2%.ພະລັງງານຕົກເຮ່ຍ ພາກຈໍາໜ່າຍ (ລວມລູກຄ້າລະບົບສົ່ງ) ປະຕິບັດໄດ້ 6,38%, ຫຼຸດຈາກທ້າຍປີ 2019 ຈໍານວນ 1,39%, ການຂະຫຍາຍຕາຂ່າຍໄຟ ຟ້າອອກສູ່ຊົນນະບົດ: ໃນທົ່ວ ປະເທດ ມີທັງໝົດ: 148 ເມືອງ, ມີໄຟຟ້າໃຊ້ຖາວອນແລ້ວ 100%.ຈຳນວນບ້ານ ມີທັງໝົດ: 8.449 ບ້ານ, ໃນນັ້ນ ມີໄຟຟ້າ ໃຊ້ຖາ ວອນແລ້ວ: 7.857 ບ້ານ, ເທົ່າ ກັບ 92,99%. ຂອງ ຈໍານວນບ້ານທັງໝົດ ທົ່ວປະເທດ.ຈຳນວນຄອບຄົວ ທັງໝົດມີ: 1.251.652 ຄອບຄົວ, ມີໄຟຟ້າໃຊ້ແລ້ວ 1.173.329 ຄອບຄົວ ເທົ່າກັບ 93,74% ຂອງຈໍານວນຄອບຄົວທັງໝົດ ທົ່ວປະເທດ.

ສຳລັບແຜນສູ້ຊົນ 6 ເດືອນທ້າຍປີ 2020 ແມ່ນ ສືບຕໍ່ຄົ້ນຄວ້າລາຄາໄຟຟ້າຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຕາມການຊີ້ນໍາຂອງລັດຖະບານ, ສືບຕໍ່ແກ້ໄຂຖານະການເງິນ ຂອງໄຟຟ້າລາວ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ດ້ວຍຫຼາຍຮູບຫຼາຍແບບຫຼາຍວິທີການ, ເນັ້ນໃສ່ການບໍລິການລູກຄ້າ ໃຫ້ມີຄວາມເພິ່ງພໍໃຈ, ສືບຕໍ່ສູ້ຊົນປັບປຸງສັນຍາຊື້-ຂາຍໄຟຈາກຜູ້ຜະລິດໃນຮູບແບບ Take or Pay ຕາມ Base Energy ມາເປັນຕາມພະລັງງານຕົວຈິງ ແລະ ເຈລະຈາລາຄາໄຟຟ້າຄືນໃໝ່ ໃຫ້ໄປຕາມກົນໄກລາຄາຂາຍແຕ່ຍັງຮັກສາລາຄາສະເລ່ຍໄວ້ຄືເກົ່າ, ປັດຈຸບັນໄດ້ສົ່ງໜັງສືຂໍເຈລະຈາ ຫາໂຄງການທີ່ກ່ຽວຂ້ອງ ເປັນສ່ວນໃຫຍ່ແລ້ວ, ເອົາໃຈໃສ່ແກ້ໄຂພະລັງງານຕົກເຮ່ຍໃຫ້ໄດ້ ບໍ່ເກີນ 9% ຕາມມາດຕະຖານ ISO 9001:2015 ສືບຕໍ່ເຮັດວຽກ ປະສານງານກັບຄະນະປັບປຸງ ແລະ ກວດກາລັດວິສາຫະກິດໄຟຟ້າລາວ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ປະກອບມີ ຫຼຽນໄຊແຮງງານຊັ້ນ II, III, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ, ນອກຈາກນີ້ຍັງໄດ້ປະດັບຫຼຽນໃຫ້ 4 ໂຄງການຄື: ໂຄງການສາຍສົ່ງ 115 KV ຫ້ວຍຊາຍ-ສະຖານີ ຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂຄງການສາຍສົ່ງ 115 KV ນ້ຳງຽບ 1 ຫາ ສະ ຖານີ ປາກຊັນ ແຂວງບໍລິຄຳໄຊ, ໂຄງການສາຍສົ່ງ 230 KV ເຂື່ອນໄຟຟ້ານ້ຳຊຳ ຫາ ສະຖານີຫົວເມືອງ ແຂງຫົວພັນ ແລະ ໂຄງການສາຍສົ່ງ GMS ພາກເໜືອ ກໍ່ສ້າງສາຍສົ່ງ-ສະຖານີ 115 KV ໄຊຍະບູລິ-ປາກລາຍ-ແກ່ນທ້າວ.
(ຂ່າວ: ບຸນຕອມ) ໜັງສືພິມ ປະຊາຊົນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ