ຂ່າວບັນເທິງ
ຄໍາເວົ້າຈາກຫົວໃຈ! ນ້ອງບິກອວຍພອນວັນເກີດແມ່ໃນມື້ທີ່ພໍ່ກິ ດາວເພັດ ໜູຫ່ວງ ບໍ່ຢູ່ແລ້ວ

ຕໍ່ກັບເຫດການຂ່າວເສົ້າຊັອກວົງການເພງບ້ານນາຂອງລາວເຮົາເມື່ອທ້າຍເດືອນເມສາ 2020 ທີ່ຜ່ານມາ ເຊື່ອວ່າຫຼາຍຄົນຈະຮັບຮູ້ກັນແນ່ນອນ ເນື່ອງຈາກເປັນການສູນເສຍອາຈານ ກິ ດາວເພັດ ໜູຫ່ວງ ນັກຮ້ອງສຽງດີ ລາຊາເພງລູກທົ່ງບ້ານນາຂອງລາວເຮົາ ທີ່ດ່ວນຈາກໄປຖ້ມໄວ້ພຽງບົດເພງຕາງໜ້າໃຫ້ທຸກຄົນໄດ້ຄິດຮອດຫາ.

ນັບຕັ້ງແຕ່ນັ້ນມາເປັນເວລາເກືອບ 3 ເດືອນແລ້ວກັບການສູນເສຍບຸກຄົນສໍາຄັນດັ່ງກ່າວ ເຊິ່ງແຟນເພງກໍ່ອ່ດຈະທໍາໃຈໄດ້ແລ້ວບໍ່ຫຼາຍກໍ່ໜ້ອຍ ແຕ່ສະເພາະຄອບຄົວແລ້ວ ການສູນເສຍບຸກຄົນອັນເປັນທີ່ຮັກຂອງຄອບຄົວແມ່ນເປັນເລື່ອງທີ່ທໍາໃຈຍອມຮັບຍາກທີ່ສຸດ ໂດຍສະເພາະແມ່ນລູກເມຍ, ຍິ່ງຖ້າພົບກັບເຫດການສໍາຄັນຕ່າງໆໃນຊີວິດຍິ່ງເຮັດໃຫ້ຄິດຮອດຫາ ຕອກຢໍ້າຄວາມຮູ້ສຶກສູນເສຍເຂົ້າໄປອີກ.

ແຕ່ທັງນີ້ທັງນັ້ນ ຄົນທີ່ຢູ່ກໍ່ຕ້ອງຊ່ວຍພະຍຸງກັນເພື່ອໃຫ້ມີຊີວິດຢູ່ຕໍ່ໄປໄດ້ ແຕ່ສິ່ງສໍາຄັນແມ່ນການໃຫ້ກໍາລັງໃຈເຊິ່ງກັນ ແລະກັນ ເພື່ອຂ້າມຜ່ານຄືນວັນອັນໂຫດຮ້າຍໄປໄດ້ ໂດຍສະເພາະເຫດການສໍາຄັນທີ່ຈະເກີດຂຶ້ນໃນຊີວິດເລີ່ມຕົ້ນຈາກມື້ທີ່ບໍ່ມີພໍ່ຢູ່ແລ້ວ, ດັ່ງນ້ອງບິກ ໜູຫ່ວງ ທີ່ອວຍພອນໃຫ້ກໍາລັງໃຈແມ່ໃນວັນເກີດທີ່ບໍ່ມີພໍ່ຢູ່ນໍາແລ້ວ ຢ່າງສຸດຊຶ້ງວ່າ: ສຸກສັນວັນເກີດເດີ້ເເມ່ຂໍໃຫ້ເເມ່ສຸຂະພາບເເຂງເເຮງຢູ່ກັບລູກກັບຫຼານ, ປີນີ້ເຖິງເຮົາຈະບໍ່ມີພໍ່ມາອວຍພອນໃຫ້ເຮົາ, ເເຕ່ຈະມີລູກຄົນນີ້ຈະເປັນທຸກຢ່າງເເທນພໍ່ເອງເດີ້ເເມ່ ພ້ອມລົງທ້າຍຂໍ້ຄວາມວ່າ ຮັກແມ່.

ເຊື່ອວ່າຫາກເອື້ອຍພຸດໄດ້ເຫັນຂໍ້ຄວາມຂອງນ້ອງບິກກໍ່ຕ້ອງໄດ້ຮັບກໍາລັງໃຈ ແລະ ມີແຮງຕໍ່ສູ້ກັບສິ່ງທີ່ພົບເຈີຢູ່ ພ້ອມຂ້າມຜ່ານຊ່ວງເວລາອັນໂຫດຮ້າຍໄປໄດ້ໃນເວລາອັນໃກ້ນີ້ແນ່ນອນ.

ຂ່າວບັນເທິງ
ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:
ทั่วไป
ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ
ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ
ຂ່າວບັນເທິງ
ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ ເງິນປະກັນຕົວຈຳນວນ 5 ລ້ານບາດ.

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ 18 ສິງຫາ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້ ຕ້ອງເປັນໄປຕາມກຳນົດຂອງສານຄື:
– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ 7 ວັນ

– ຕ້ອງລາຍງານຕົວທຸກໆເດືອນ ຈົກວ່າຈະມີການປ່ຽນແປງ
– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ