ບຸອອກມາຈົນໄດ້! ແຊໄປທົ່ວໂລກອອນລາຍພາບເດັກນ້ອຍເກີດມາພ້ອມກັບຮ່ວງຄຸມກໍາເນີດ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ບຸອອກມາຈົນໄດ້! ແຊໄປທົ່ວໂລກອອນລາຍພາບເດັກນ້ອຍເກີດມາພ້ອມກັບຮ່ວງຄຸມກໍາເນີດ

Published

on

ເມື່ອວັນທີ 6 ກໍລະກົດ 2020 ເວັບໄຊເດລີ່ເມວ ລາຍງານວ່າ: ພາບເດັກນ້ອຍເກີດໃໝ່ຖືຮ່ວງຄຸມກໍາເນີດຢູ່ໃນມື ໄດ້ກາຍເປັນພາບໄວຣັລທີ່ແຊໄປທົ່ວສັງຄົມອອນລາຍຂອງຫວຽດນາມ ຊາວເນັດຕ່າງຮືຮາ ແລະ ເອັນດູໃນຄວາມໜ້າຮັກ ພ້ອມຊື່ນຊົມວ່າເດັກນ້ອຍຄົນນີ້ແຂງແກ່ງຫຼາຍ ແມ່ຄຸມດໍາເນີດແລ້ວ ແຕ່ເອົາບໍ່ຢູ່ ຈຶ່ງຈັບຮວ່ງດັ່ງກ່າວອອກມານໍາໃຫ້ແມ່ໄດ້ເຫັນແບບຊັດເຈນໄປເລີຍ.

ເດັກຄົນນີ້ເປັນເພດຊາຍ ນໍ້າໜັກຕົວຢູ່ທີ່ 3,17 ກິໂລກຣາມ ຮ່າງກາຍແຂງແຮງສົມບູນດີຫຼາຍ ມືນຕາເບິ່ງໂລກຢູ່ທີ່ໂຮງໝໍໄຮຟອງອິນເຕີເນັດເຊິນແນລ ໃນເມືອງໄຮຟອງ ທາງຕອນເໜືອຂອງປະເທດຫວຽດນາມ ເມື່ອວັນທີ 30 ມິຖຸນາ 2020.

ເດັກນ້ອຍ ແລະ ຮ່ວງຄຸມກໍາເນີດເກີດອອກມາໃນເວລາດຽວກັນ ແຕ່ແຍກກັນ ເດັກນ້ອຍບໍ່ໄດ້ຖືຮ່ວງອອກມາຈາກທ້ອງແມ່ ແຕ່ຫຼັງຈາກເກີດບໍ່ພໍເທົ່າໃດອຶດໃຈ ລະຫວ່າງກໍາລັງດີ້ນໄປດີ້ນມາ ເດັກນ້ອຍຄົນນີິ້ກໍ່ຄວ້າເອົາຮ່ວງດັ່ງກ່າວມາກໍາໄວ້ໃນມື ເຊິ່ງທ່ານໝໍທີ່ຊ່ວຍໃນການເກີດຂອງເດັກນ້ອຍຄົນນີ້ແນມເຫັນວ່າພາບເດັກນ້ອຍທີ່ຫາກໍ່ເກີດຖືຮ່ວງຄຸມກໍາເນີດໃນມືເປັນໂມເມັ້ນແຫ່ງຄວາມຊົງຈໍາ ຈຶ່ງໄດ້ຖ່າຍຮູບເກັບໄວ້ ແລະ ໂພສແຊລົງເຟສບຸກຂອງໂຮງໝໍ ພ້ອມລະບຸແຄັບເຊິນວ່າ: ໂມເມັ້ນອາເມດຊິງ ເດັກນ້ອຍຜູ້ກ້າຫານຄົນນີ້ ຜ່າການຄຸມກໍາເນີດຂອງແມ່ມາໄດ້ຢ່າງຢອດຢ່ຽມ ເຂົາພ້ອມຜະຈົນໄພໃນໂລກອັນວຸ່ນວາຍໃບນີ້ແລ້ວ.

ດ້ານແມ່ຂອງເດັກນ້ອຍຄົນນີ້ເຜີຍວ່າ: ຕົນເອງມີລູກມາແລ້ວ 2ຄົນ ຈົນກະທັ້ງເມື່ອ 2 ປີກ່ອນໄດ້ວາງແຜນຄອບຄົວກັບຜູ້ເປັນສາມີວ່າພໍແລ້ວ ແລະ ຕັດສິນໃຈຄຸມກໍາເນີດດ້ວຍການໃຊ້ຮ່ວງຄຸມກໍາເນີດ ຫຼື ຮ່ວງອະນາໄມ ຫຼື ທີ່ເອີ້ນກັນວ່າ IUD (Intrauterine Device) ເພື່ອປ້ອງກັນການຕັ້ງຄັນ ເຊິ່ງຮ່ວງດັ່ງກ່າວໃຊ້ງານໄດ້ 3ປີ ແຕ່ເບິ່ງແລ້ວຮ່ວງັ່ງກ່າວອາດເຊື່ອມຄຸນນະພາບກ່ອນເຖິງເວລາ ຫຼື ສາເຫດໃດກໍ່ບໍ່ຮູ້ແນ່ຊັດ ແຕ່ທັງນີ້ທັງນັ້ນເດັກນ້ອຍຄົນນີ້ຄືຫຼັກຖານຢືນຢັນວ່າຮ່ວງຄຸມກໍາເນີດນີ້ນີ້ໃຊ້ບໍ່ໄດ້ຜົນ.

ທີ່ມາ: ທີວີພູ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້