ອັດຕາການແຕ່ງງານ ແລະ ຖືພາກ່ອນໄວ ຢູ່ລາວ ຍັງສູງ

 ການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ ຢູ່ສປປ ລາວ ກວມ 42% ຂອງໄວໜຸ່ມຍິງ. ອີງຕາມການສຳຫລວດປະຊາກອນ ປີ 2015 ສປປ ລາວ ມີປະຊາກອນຫລາຍກວ່າເຄິ່ງໜຶ່ງ ແມ່ນມີອາຍຸຕ່ຳກວ່າ 25 ປີ ກວມ 53%, ເຊິ່ງ 1 ໃນ 4 ຂອງໄວໜຸ່ມຍິງອາຍຸ 15-19 ປີ ແມ່ນແຕ່ງງານໂດຍສ່ວນຫລາຍແລ້ວແຕ່ງງານກ່ອນອາຍຸ 18 ປີ. ອັດຕາໄວໜຸ່ມຖືພາເກີດລູກ ແມ່ນສູງທີ່ສຸດໃນຂົງເຂດ 83/1.000 ຕໍ່ໄວໜຸ່ມອາຍຸ 15-19 ປີ ຕາມການສໍາຫລວດ LSIS 2017 ແລະ ອັດຕາໄວໜຸ່ມອອກໂຮງຮຽນໃນໄວໜຸ່ມຍິງອາຍຸ 15-17 ປີ ສູງເຖິງ 41.8%.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ກ່າວໃນພິທີມອບ-ຮັບ ລົດບໍລິການສຸຂະພາບເຄື່ອນທີ່ ເພື່ອໃຫ້ການ ບໍລິ ການທີ່ເປັນມິດແກ່ເຍົາວະຊົນ ເພື່ອສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ເປັນມິດແກ່ໄວໜຸ່ມ ໃນວັນທີ 8 ກໍລະກົດ 2020 ຜ່ານມານີ້ວ່າ: ໄວໜຸ່ມຍິງແມ່ນໜຶ່ງ ໃນຈຳນວນປະຊາກອນທີ່ມີຄວາມສ່ຽງຫລາຍທີ່ສຸດໃນ ສປປ ລາວ ແຕ່ຖ້າໄດ້ຮັບການປົກປ້ອງ ກໍ່ສາມາດປະກອບສ່ວນສຳຄັນທີ່ສຸດ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງຂອງປະເທດ, ໄວໜຸ່ມຍິງຈຳເປັນຕ້ອງການ ການບໍລິການຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າ. ໃນປີ 2017 ອົງການ UNFPA ໄດ້ໃຫ້ການສະໜັບສະໜູນກະຊວງສາທາລະນະສຸກ ໃນການເຊື່ອມສານວຽກງານການບໍລິການ ທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ເຂົ້າໃນສະຖານທີ່ການບໍລິການທົ່ວປະເທດ.

ທ່ານ ນາງ ມາຣຽມ ຄານ ຍັງໃຫ້ຮູ້ຕື່ມວ່າ: ໃນສະຖານທີ່ໂຮງງານ ແມ່ນມີທ່າອ່ຽງທີ່ມີແຮງງານເຄື່ອນທີ່ ທີ່ເປັນໄວໜຸ່ມກວມອັດຕາມສ່ວນຫລາຍ ແລະ ມີລະດັບການສຶກສາຕ່ຳ, ມີທັກສະຊີວິດທີ່ຈຳກັດ ໃນການເຈລະຈາຕໍ່ລອງ ເພື່ອຮັກສາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ປອດໄພ ລວມທັງທາງເລືອກຂອງການຄຸມກຳເນີດ. ການບໍລິການສຸຂະພາບເຄື່ອນທີ່ ເພື່ອໃຫ້ການບໍລິການທີ່ເປັນມິດແກ່ເຍົາວະຊົນ ເພື່ອສົ່ງເສີມການເຂົ້າເຖິງ ການບໍລິການສຸຂະພາບທີ່ເປັນມິດແກ່ໄວໜຸ່ມ ແມ່ນແບບຢ່າງນະວັດຕະກຳໃໝ່ ຂອງການບໍ ລິການສຸຂະພາບ, ເຊິ່ງຈະສາມາດຊ່ວຍຫລຸດຜ່ອນຄວາມແຕກຕ່າງດ້ານສຸຂະພາບ ໃນໄວໜຸ່ມ ທີ່ມີຄວາມສ່ຽງ ພ້ອມທັງເປັນການເປີດປະຕູສູ່ຊຸມຊົນໂດຍກົງ ແລະ ນຳໃຊ້ສິ່ງທີ່ຊຸມຊົນມີຢູ່ແລ້ວ. ນອກຈາກນີ້, ມັນຍັງຈະສາມາດສະໜອງການດູແລສຸຂະພາບທີ່ເໝາະສົມ, ມີຜົນໄດ້ຮັບສູງ, ລາຄາບໍ່ແພງ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໄວໜຸ່ມໄດ້ເປັນຢ່າງດີ ແລະ ໃຫ້ຄຳໝັ້ນສັນຍາວ່າ: ອົງການ UNFPA ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ເພື່ອໃຫ້ບັນລຸຄາດໝາຍໃນການບໍລິການວາງແຜນຄອບຄົວຮອດ ປີ 2030.

ຂ່າວ: ມະນີທອນ, ພາບ: ອ່າຍຄຳ