ເລັ່ງປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໂດຍໄວ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເນັ້ນໃຫ້ອຳນາດການປົກຄອງ ແຂວງອັດຕະປື ກໍຄືຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ໃນການປຸກສ້າງເຮືອນຖາວອນ ໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດໂດຍໄວ.

      ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນອາທິດຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຜູ້ປະຈຳການ ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກ່າວວ່າ: ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນ ແມ່ນຍັງບໍ່ທັນສາມາດ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການໃຫ້ພໍ່ແມ່ປະຊາຊົນ ເນື່ອງຈາກວ່າ ພື້ນທີ່ຈັດສັນ ສຳລັບປຸກເຮືອນຖາວອນນັ້ນ ຍັງມີບ່ອນຫລຸບບ່ອນໂນນ ເຮັດໃຫ້ຜູ້ທີ່ໄດ້ບ່ອນຫລຸບ ບໍ່ທັນມີຄວາມເພິ່ງພໍໃຈເທົ່າທີ່ຄວນ. ມາຮອດປັດຈຸບັນ ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນ ຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ເຊິ່ງມີທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນ 102 ຫລັງແມ່ນໄດ້ຮັບທຶນຊ່ວຍເຫລືອລ້າ ຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນ ຈາກບໍລິສັດພັດທະນາ ເຂື່ອນເຊປຽນ-ເຊນ້ຳນ້ອຍ.

ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບໜຶ່ງ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາ ໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດ ໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ. ເຖິງແນວໃນກໍດີ, ຄະ ນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ ກໍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ, ປະສານງານກັນຢ່າງຕໍ່ເນື່ອງ ເພື່ອເລັ່ງແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນ ໃຫ້ພໍ່ແມ່ ປະຊາຊົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

ຂ່າວ: ສິງຄຳ