ລົດນໍ້າມັນລະເບີດ ຕາຍ 7 ບາດເຈັບອີກ 49 ຄົນ ທີ່ປະເທດໂຄລອມເບຍ

ວັນທີ່ 7 ເດືອນ ກໍລະກົດ ປີ 2020 ສຳນັກຂ່າວ AFP ລາຍງານວ່າ: ເກີດອຸບັດຕິເຫດ ລົດບັນທຸກນໍ້າມັນພິກຂວໍ່າທີ່ເມືອງ ປູເອໂບລ ວີເອໂຂ ແຂວງ ມັກດາເລນາ ທາງຕອນເໜືອຂອງປະເທດໂຄລອມເບຍ ແຕ່ປະຊາຊົນຫຼາຍສິບຄົນລວມກຸ່ມກັນພະຍາຍາມພິກຂວໍ່າລົດນໍ້າມັນ ເພື່ອລັກນໍ້າມັນທີ່ຮົ່ວໄຫຼອອກມາ ຈົນກະທັງເກີດປະກາຍໄຟ ແລະ ກາຍເປັນແປວເພີງເຜົາສົດໆ

ເຮັດໃຫ້ເສຍຊິວິດ 7 ຄົນ ແລະ ບາດເຈັບອີກ 49 ຄົນ ເປັນແຜໄຟໄໝ້ເກືອບ 90% ຂອງຮ່າງກາຍ ທາງການຕ້ອງເຮັດວຽກຮ່ວມກັບກອງທັບ ເພື່ອຈັດຖ້ຽວບິນການແພດ ເພື່ອສົ່ງຜູ້ບາດເຈັບໄປຍັງເມືອງອື່ນໆ ທີ່ມີຫໍພັກຜູ້ປ່ວຍໄຟໄໝ້-ນໍ້າຮ້ອນລວກ.

.