9 ວິທີໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນ ລູກທຸກຄົນຄວນໄດ້ອ່ານ!!

ພໍ່ແມ່ຄືບຸກຄົນສຳຄັນ ເປັນຕົນແບບຂອງການສອນລູກທຸກຄົນໃຫ້ເຕີບໂຕມາເປັນຄົນດີທີ່ສຸດ ບໍ່ວ່າເຮົາຈະເຮັດຜິດ, ເຄີຍຖຽງ ເຄີຍຕົວະພໍ່ແມ່ ແຕ່ຄົນທີ່ພ້ອມຈະໃຫ້ອະໄພລູກ ແລະ ເຂົ້າໃຈລູກດີທີ່ສຸດກໍຄືພໍ່ແມ່ ເຊິ່ງບຸນຄຸນພໍ່ແມ່ນນັ້ນຍິ່ງໃຫຍ່ຖ້ວມຫົວ ເຮົາຈະໃຊ້ໜີ້ແນວໃດກໍບໍ່ໝົດ ແຕ່ 10 ວິທີ່ນີ້ແມ່ນ 10 ວິທີໃຊ້ໜີ້ພໍ່ແມ່ແລ້ວຊີວິດຈະເລີນ ທີ່ເຮົາຄວນປະຕິບັດຕໍ່ເພິ່ນໃນຊາດນີ້

9 ວິທີໃຊ້ໜີ້ພໍ່ແມ່ ເຮັດແລ້ວຊີວິດຈະເລີນ

1. ຈົ່ງສ້າງຄວາມດີໃຫ້ກັບຕົນເອງ ຖືເປັນການໃຊ້ໜີ້ຕົນເອງ ໂຕເຮົາພໍ່ໃຫ້ຫົວໃຈແມ່ໃຫ້ເລືອດລໍ່ລ້ຽງຢູ່ໃນໂຕ ບໍ່ຕ້ອງໄປສະແຫວງຫວາພໍ່ແມ່ໃສອີກ ຫາກຄິດລັງກຽດພໍ່ແມ່ ຍາມເມື່ອເຮົາແກ່ເຖົ້າກໍຈະຖືກລູກຫຼານລັງກຽດເປັນເວນເປັນກຳໝູນວຽນກັນໄປ

2. ໃຜທີ່ພໍ່ແມ່ເສຍໄປແລ້ວ ໃຫ້ໝັ່ນທຳບຸນອຸທິດສ່ວນບຸນກຸສົນໄປໃຫ້ ການເຮັດແບບນີ້ຖືວ່າໄດ້ບຸນ ທັງຝ່າຍຜູ້ໃຫ້ແລະຜູ້ຮັບ

3. ໃຜກໍ່ຕາມທີ່ພໍ່ແມ່ຍັງມີຊີວິດຢູ່ ຫາກມີໂອກາດໃຫ້ກັບໄປກາບຕີນຂໍພອນຈາກເພີ່ນ ຈະໄດ້ມມັ່ງມີສີສຸກ ສ່ວນຄົນທີ່ເຄີຍເຮັດບໍ່ດີໄວ້ ຫາກຄິດໄດ້ໃຫ້ປະກາບຕີນເພີ່ນເພື່ອຂໍຂະມາ ລ້າງຕີນໃຫ້ເພິ່ນ ເປັນການຂໍຂະມາລາໂທດ

4. ຢ່າຄິດບໍ່ດີກັບພໍ່ແມ່ ພຽງແຕ່ຄິດວ່າເພິ່ນບໍ່ດີກໍຜິດແລ້ວ ສິ່ງທີ່ຄວນເຮັດຄືການຖອນາເວົ້າ ໄປຂໍຂະມາລາໂທດ

5. ບາງຄົນຖຽງພໍ່ແມ່ ຈົນລືມຄິດໄປວ່າຄົນທີ່ເຮົາໃຊ້ວາຈາເຮັດໃຫ້ເພີ່ນເສຍໃຈນັ້ນຄືພໍ່ແມ່ເຮົາ ສອນລູກຫຼານຢ່າໃຫ້ຖຽງພໍ່ຖຽງແມ່ ຄົນຖຽງພໍ່ຖຽງແມ່ເຮັດກິນບໍ່ຂຶ້ນ ຢ່າຄິດບໍ່ດີກັບພໍ່ແມ່ ບໍ່ສະນັ້ນຈະບໍ່ມີຄວາມກ້າວໜ້າ

6. ຊື່ທີ່ພໍ່ແມ່ຕັ້ງໃຫ້ເປັນຊື່ທີ່ເປັນມຸງຄຸນ ບໍ່ຈຳເປັນຕ້ອງປ່ຽນ ເພາະຊື່ເປັນພຽງນາມສົມມຸດແທນໂຕເຮົາເທົ່ານັ້ນ

7. ຂອງດີຂອງພໍ່ແມ່ ຂອງປູ່ຍ່າຕາຍາຍທີ່ມອບໃຫ້ດ້ວຍຄວາມຮັກຢ່າທຳລາຍ ເຖິງແມ່ນວ່າມັນອາດບໍ່ມີຄ່າ ໃກ້ເກັບໄວ້ເປັນທີ່ລະນຶກ ພໍ່ແມ່ໃຫ້ຫຍັງກໍໃຫ້ຮັກສາໄວ້

8. ຈົ່ງຈື່ໄວ້ເມື່ອອອກເຮືອນໄປມີຄອບຄົວແລ້ວ ຢ່າລືມກັບໄປຫາພໍ່ແມ່ ຫວ່າງເມື່ອໃດຕ້ອງໄປນົບໄປກາບເພິ່ນ

9. ຢາກໃຫ້ຊີວິດຈະເລີນກ້າວໜ້າຕ້ອງເບິ່ງວ່າເຮັດບຸນກຸສົນພຽງພໍແລ້ວບໍ່ ຕ້ອງເພີ່ມກຸສົນ ອານິສົງຜົນບຸນນີ້ ສິ່ງສັກສິດທີ່ຄຸ່ມຄອງ ຊີວິດນ້າທີ່ການງານຈະເລີນກ້າວໜ້າ ເງິນທອງໄຫຼມາເທມາ ແຄ້ວຄາດຈາກອຸປະສັກທັ້ງປວງ

ເພາະ “ພໍ່ແມ່ເປັນພະອໍຣະຫັນຂອງລູກ” ພະພຸດທະສາສະໜາສອນໃຫ້ເປັນຄົນກະຕັນຍູກະຕະເວທີຕໍ່ບິດາມານດາ ນຳຄຳສອນໄປໃຊ້ໃຫ້ໄດ້ຜົນດີ ຊີວິດກໍຈະມີແຕ່ເລື່ອງດີໆ.