ດ່ວນໆ! ທາງຂາດແລ້ວ ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ

ລາຍງານຈາກປະຊາຊົນ ໃຫ້ຮູ້ ເວລາ 16:30 ວັນທີ່ 7/7/2020 ນີ້ວ່າ ສະພາບທາງ ພູເກົ້າຫຼັກແມ່ນໜັກກວ່າເກົ່າ ທາງຂາດ ແລ້ວ ແລະ ອາດໃຊ້ເວລາດົນໃນການສ້ອມແປງ. ຈິ່ງເຕືອນໄພທຸກຄົນໃຫ້ຮັບຮູ້ ແລະ ຫຼີກລ້ຽງເສັ້ນທາງດັ່ງກ່າວ.

.

ຂ່າວກ່ອນໜ້ານີ້

ແຈ້ງເຕືອນ ຈາກ ສະຫາຍ ພູວອນ ທີມງານ ສ້ອມແປງທາງເຂດ ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ໃຫ້ຮູ້ ໃນຕອນເຊົ້າ ວັນທີ່ 7 ກໍລະກົດ 2020 ນີ້ວ່າ.

ການສັນຈອນທາງກາສີ-ເມືອງນານ ແມ່ນມີຄວາມຍຸ້ງຍາກຫຼາຍ ຖ້າບໍ່ຈຳເປັນກະລຸນານຳໃຊ້ເສັ້ນທາງອື່ນກ່ອນ, ການສ້ອມແປງແຕ່ຄືນວັນທີ່ 6/7/2020 ຜ່ານມາ.

ເນື່ອງຈາກສະພາບຟ້າຝົນ ຈິ່ງຢ້ານວ່າດິນຍັງຈະເຈື່ອນຕັນທາງອີກ.

.

.