ບົດຮຽນຊີວິດທີ່ດີ ຂໍອໍາລາຊີວິດເສເພ ມາພ້ອມກັນສ້າງຄອບຄົວທີ່ອົບອຸ່ນ

ເປັນອີກແຮງບັນດານໃຈ ແລະ ຕົວຢ່າງທີ່ດີ ຂອງຄູ່ຮັກໜຸ່ມ ທີ່ພ້ອມໃຈກັນສ້າງສາເສດຖະກິດຄອບຄົວ ເພື່ອອະນາຄົດທີ່ດີກວ່າ. ໂດຍ ຜູ້ໃຊ້ເຟສບຸກ Noudy Deenoy ໄດ້ໂພດຂໍ້ຄວາມໃນວັນທີ່ 6 ກໍລະກົດ 2020

ຂໍ້ຄວາມມີຢູ່ວ່າ”ແຂ່ງຫຼິ້ນແຂ່ງເລາະ. ຮ້ານເຫຼົ້າຮ້ານເຫຼົ້າຮ້ານເບຍ ພວກເຈົ້າມີເງິນ ພວກເຈົ້າແຂ່ງກັນໄປ. ຈົນໝູ່ຄູ່ເຊົ່າຫຼິ້ນນຳ ພວກຂ້ອຍແລ້ວຍ້ອນບໍ່ມີເວລາໄປຫາໝູ່ຄູ່ ຂໍໂທດຂໍອະໄພຫຼາຍໆ

ສ່ວນໂຕຂ້ອຍກັບຜົວ ຂໍແຂ່ງກັນທຳມາຫາກິນ ຫາເງິນເຮັດເຮືອນເຮັດຊານ ສ້າງເນື້ອສ້າງໂຕໄວ້ອານາຄົດຂ້າງໜ້າທີ່ຊ່ອງບໍ່ເຫັນ. ຕອນເຊົ້າຜົວໄປການ ສວຍມາຊ່ວຍເມຍຊື້ເຄື່ອງມາໃຫ້ຊ່າງແລງມາໄປການຕໍ່. ເລີກການມາກະມາຊ່ວຍກັນ. ຖ້າບໍ່ຊ່ວຍກັນ ເຂົາສິຮ້ອງວ່າສ້າງສາໄດ້ແນວໃດ ມື້ນິທຸກ

ຕໍ່ໄປອານາຄົດ ກະຄືສິສະບາຍ. ກ່ອນສິສະບາຍກະຕ້ອງຜ່ານທຸກມາກ່ອນ 🥰🥰🥰☘️🌱🍀🌿🏡.

ໃຜກະວ່າຜົວຂ້ອຍໂງ່ເປັນບ່າວມີໜ້າມີຕາມີໜ້າທີ່ການງານແຕ່ມາເອົາເມຍແມ່ຮ້າງຂໍໂທດເດີ້ແມ່ຮ້າງຄົນນີ້ແຫລະສິພາຜົວນິລວຍໃນມື້ໜ້າ😅😅😅”

ຂໍເປັນກໍາລັງໃຈໃຫ້ທັງສອງ ປະສົບຜົນສໍາເລັດໃນການ ສ້າງເຮືອນ ແລະ ມີຄວາມຮັກທີ່ໝັ້ນຄົງຈົນແກ່ເຖົ້າ.