ສະພາອາເມລິກາອະນຸມັດເງິນກວ່າ 37 ລ້ານໂດລາສະ ຫະລັດ ແກ້ໄຂລະເບີດບໍ່ທັນແຕກ ຢູ່ລາວໃນ ປີ 2020 – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສະພາອາເມລິກາອະນຸມັດເງິນກວ່າ 37 ລ້ານໂດລາສະ ຫະລັດ ແກ້ໄຂລະເບີດບໍ່ທັນແຕກ ຢູ່ລາວໃນ ປີ 2020

Published

on

ລັດຖະສະພາສະຫະລັດອາເມລິກາ ໄດ້ອະນຸມັດເງິນຈໍານວນ 37,5 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອວຽກງານ ເກັບກູ້ລະເບີດບໍ່ທັນແຕກ ຕົກຄ້າງແຕ່ປາງສົງຄາມຢູ່ ສປປ ລາວ ໃນປີ 2020 ແລະ ນັບແຕ່ລັດຖະບານ ຂອງທ່ານປະທານາທິບໍດີ ໂດໂນ ທໍາ ແມ່ນໄດ້ໃຫ້ການຊ່ວຍເຫລືອ ວຽກງານເກັບກູ້ລະເບີດຢູ່ລາວແລ້ວ 35 ລ້ານໂດລາສະຫະລັດ.

ບັນຫາດັ່ງກ່າວ, ໄດ້ຮັບການລາຍງານ ຈາກ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເມື່ອບໍ່ດົນມານີ້, ໂດຍ ທ່ານ ກ່າວວ່າ: ສະຫະ ລັດອາເມລິກາ ໃຫ້ຄວາມສໍາຄັນຕໍ່ວຽກງານ ເກັບກູ້ລະເບີດບໍ່ທັນແຕກ ຕົກຄ້າງແຕ່ປາງສົງຄາມ ຢູ່ລາວ ເພື່ອຊ່ວຍເຫລືອ ສປປ ລາວ ບັນລຸເປົ້າໝາຍຄວາມປອດໄພ ຈາກລະເບີດດັ່ງກ່າວຮອດ ປີ 2030 ແລະ ຜ່ານມາ ການຊ່ວຍເຫລືອວຽກງານນີ້ ເຫັນວ່າມີລັກສະນະເພີ່ມຂຶ້ນທຸກປີ ແລະ ໃນໂອກາດທີ່ ທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີສະຫະລັດ ອາເມລິກາ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເມື່ອປີ 2016 ຜ່ານມານັ້ນ, ທ່ານ ບາຣັກ ໂອບາມາ ໄດ້ປະກາດຊ່ວຍເຫລືອວຽກງານ ເກັບກູ້ລະເບີດຢູ່ລາວ ຈໍານວນ 90 ລ້ານໂດລາສະຫະລັດໃນໄລຍະ 3 ປີ (2016-2019) ແລະ ໃນໄລຍະລັດຖະບານຂອງທ່ານປະທານາທິບໍດີ ໂດໂນ ທໍາ ກໍໄດ້ສືບຕໍ່ໃຫ້ເງິນຈໍານວນ 35 ລ້ານໂດລາສະຫະລັດ ຊ່ວຍເຫລືອວຽກງານແກ້ໄຂລະເບີດ ບໍ່ທັນແຕກຢູ່ລາວ. ຕາມການລາຍງານຂອງອົງການ ເລກາຊີ ອອຟ ວໍລ (Legacy of War) ແມ່ນສະພາຄອງເກຣສ (Conggress) ໄດ້ອະນຸມັດເງິນຈໍານວນ 37,5 ລ້ານໂດລາສະຫະລັດ ສໍາລັບການຊ່ວຍເຫລືອການ ກວດກູ້ລະເບີດບໍ່ທັນແຕກໃນປີ 2020 ແລະ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2021.

  ນັບແຕ່ ປີ 1996-2019 ລັດຖະບານສະຫະລັດອາເມລິກາ ໄດ້ປະກອບທຶນສະໜັບສະໜູນ ເຂົ້າໃນວຽກງານແກ້ໄຂ ບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນຮູບແບບການຮ່ວມມືສອງຝ່າຍ ລວມມີມູນຄ່າຫລາຍກວ່າ 140 ລ້ານໂດລາສະຫະລັດ, ຊຶ່ງຕີລາຄາໄດ້ວ່າ ເປັນປະເທດຫລັກ ໃນການສະໜັບສະໜູນ ວຽກງານດັ່ງກ່າວຢູ່ລາວ, ການຊ່ວຍເຫລືອຂອງລັດຖະບານ ສະຫະລັດອາເມລິກາ ແມ່ນຜ່ານອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ສະໜັບສະໜູນຄະນະ ກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໂດຍມີບໍລິ ສັດ ຂອງເອກະຊົນອາເມລິກາ ຕິດຕາມການຈັດຕັ້ງປະຕິບັດ ແລະ ບໍລິຫານຈັດການທຶນ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້