ໃນວັນທີ 27 ມິຖຸນາ 2020 ໜ່ວຍງານສະກັດກັ້ນຢາ ເສບຕິດ ປກສ ນະຄອນ ໄກ ສອນ ພົມວິຫານ ແຂວງສະຫວັນ ນະເຂດ ສາມາດຢຶດຂອງກາງ ຢາເສບຕິດ ປະເພດຢາບ້າໄດ້ ຈຳນວນ 415.000 ເມັດ, ພ້ອມກັກຕົວຜູ້ຮ່ວມຂະບວນ ການ ໄດ້ຈຳນວນ 4 ຄົນ, ຍິງ 2 ຄົນ, ເຊິ່ງເປັນການມ້າງ ຄະດີລາຍໃຫຍ່ ແລະໄດ້ຂອງ ກາງເປັນຈຳນວນຫຼາຍ.
ເຊິ່ງເຫດການຄັ້ງນີ້ເລີ່ມ ຕົ້ນປະຕິບັດການໃນເວລາ 16 ໂມງຂອງວັນທີ 27 ມິຖຸນາ 2020, ທາງເຈົ້າໜ້າທີ່ຕຳ ຫຼວດ ປກສ ນະຄອນໄກ ສອນ ພົມວິຫານ ຮ່ວມກັບ ປກສ ກຸ່ມ 7 (ຜັກຂະ-ສົ້ມປ່ອຍ) ໄດ້ ເຂົ້າຈັບກຸມ ພ້ອມທັງກັກຕົວ 2 ຜົວເມຍ ຢູ່ທີ່ບ້ານຫ້ວຍໄຜ່ ນະ ຄອນໄກສອນ ພົມວິຫານຄື: ນາງ ຂັນທະລີ (ແອ໋ວ) ອາຍຸ 45 ປີ ແລະທ້າວ ວົງພະຈັນ (ຫຳ) ອາຍຸ 45 ປີ, ຢູ່ທີ່ເຮືອນ ຂອງພວກກ່ຽວເອງ
ໃນນັ້ນ ໄດ້ພົບຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 02 ມັດ, ເທົ່າ ກັບ 4.000 ເມັດ, ຜ່ານການ ການສອບສວນເບື້ອງຕົ້ນ ນາງ ຂັນທະລີ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນ ໄດ້ຮັບຊື້ມາຈາກທ້າວສຸລິ ກາ ອາຍຸ 57 ປີ, ປະຊາຊົນ ບ້ານໜອງບົວທ່າ ເມືອງສອງ ຄອນ ແຂວງສະຫວັນນະເຂດ,
ຈາກນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ ຕິດຕາມພຶດຕິກຳຂອງ ທ້າວ ສຸລິກາ ຢ່າງໃກ້ຊິດ, ມື້ຕໍ່ມາຄື ໃນວັນທີ 28 ມີຖຸນາ, ເວລາ 16 ໂມງ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກ ຕົວທ້າວ ສຸລິກາ ໄດ້ຢູ່ທີ່ເຂດຕະ ຫຼາດສາມັກຄີໄຊນະຄອນ ໄກສອນ, ຜ່ານການກວດຄົ້ນ ຕົວຜູ້ກ່ຽວ ແມ່ນບໍ່ພົບເຫັນຂອງ ກາງ. ຈາກນັ້ນ ຈຶ່ງໄດ້ນຳຕົວຜູ້ ກ່ຽວໄປສອບສວນ ແລະກໍ່ໄດ້ ຮັບສາລະພາບວ່າ: ແມ່ນໄດ້ ຂາຍຢາບ້າໃຫ້ນາງຂັນທະລີ ແລະທ້າວ ວົງພະຈັນ ຕາມການ ຊັກທອດຂອງທັງສອງ, ເຊິ່ງຢາ ບ້າທີ່ນຳມາຈຳໜ່າຍ-ຂາຍ ແມ່ນໄດ້ຊື້ມາຈາກ ນາງ ບຸນເພັງ (ຫຼ້ານ້ອຍ) ອາຍຸປະມານ39 ປີ, ຢູ່ບ້ານຫົວເມືອງໃຕ້ນະຄອນ ໄກສອນ ພົມວິຫານ.
ຈາກນັ້ນ ໃນເວລາ 17 ໂມງ 30 ນາທີ ຂອງວັນດຽວກັນ, ເຈົ້າໜ້າທີ່ ຈຶ່ງໄດ້ຂະຫຍາຍຜົນນຳເອົາກຳ ລັງ ໄປປິດລ້ອມເຮືອນນາງບຸນ ເພັງ, ຕາມການຊັກທອດຂອງ ທ້າວ ສຸລິກາ. ພໍໄປຮອດເຮືອນ ນາງ ບຸນເພັງ ບໍ່ໄດ້ຢູ່ເຮືອນ, ມີແຕ່ລູກສາວຢູ່ເຮືອນຄືນາງ ອຳໄພສິດ (ພອຍນ້ອຍ)ອາຍຸ 22 ປີ, ເປັນນັກສຶກສາຢູ່ສະຖາ ບັນແຫ່ງໜຶ່ງໃນແຂວງສະຫວັນ ນະເຂດ. ຈາກການສອບສວນ ຂອງເຈົ້າໜ້າທີ່ນາງອຳໄພສິດ ກໍ່ໄດ້ຮັບສາລະພາບວ່າ: ຕົນກໍ່ ໄດ້ ເຄີຍສົ່ງຢາເສບຕິດ ໃຫ້ທ້າວ ສຸລິກາ ໃນເວລາແມ່ບໍ່ຢູ່ເຮືອນ ຈຳນວນ 04 ຄັ້ງ,
ດັ່ງນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ນາງ ອຳໄພສິດ ໄວ້ພ້ອມກວດ ຄົ້ນເຄຫະສະຖານ (ເຮືອນ)ຂອງ ນາງ ບຸນເພັງ ກໍ່ໄດ້ພົບ ເຫັນຢາເສບຕິດ ທີ່ຊຸກເຊື່ອງໄວ້ ຈຳນວນ ຫຼວງຫຼາຍ ທີ່ຊຸກເຊື່ອງ ໄວ້ຫຼາຍຈຸດຄື: ຢູ່ຫ້ອງນອນ ຊັ້ນເທິງ, ຫ້ອງນອນຊັ້ນລຸ່ມ, ເຮືອນຄົວ ແລະຄອກເປັດ.ໄດ້ຢາບ້າຈຳນວນ 206ມັດ ກັບ 15 ຖົງ, ເທົ່າກັບ 415.000 ເມັດ. ນອກນັ້ນທາງເຈົ້າໜ້າທີ່ ຍັງໄດ້ຢຶດພາຫະນະເປັນຕົ້ນ: ລົດກະບະວີໂກ້, ສີດຳ, ໝາຍ ເລກທະບຽນ: ສະຫວັນນະເຂດ ກຈ 1012, ລົດເກັງຮຸນໄດ ອີແລນຕ້າ, ສີຂາວ ໝາຍເລກ ທະບຽນ: ສະຫວັນນະເຂດ ກຈ 3912, ລົດຈັກຈຳນວນ 03 ຄັນ, ພ້ອມນັ້ນກໍ່ມີໃບຕາດິນ, ໃບມອບກຳມະສິດນຳໃຊ້ທີ່ດິນ, ໃບຢັ້ງຢືນການ ຊື້-ຂາຍ ທີ່ດິນ ອີກຈຳນວນ 5 ໃບ, ບັນຊີເງິນ ຝາກຈຳນວນ 3 ເຫຼັ້ມ, ສາຍຄໍ 1 ເສັ້ນ, ໂມງໃສ່ແຂນ 1 ໜ່ວຍ ເພື່ອມາເປັນຫຼັກຖານໃນການ ດຳເນີນຄະດີຕໍ່ໄປ.
ພາບ-ຂ່າວ: ນສພ ສະຫວັນພັດທະນາ