ປະຫວັດຄວາມເປັນມາ ວັນອາສາລະຫະບູຊາ ແລະ ບຸນເຂົ້າພັນສາ

ວັນເຂົ້າພັນສາ ເປັນວັນສຳຄັນໃນທາງພຣະພຸທທະສາສະໝາວັນໝຶ່ງ ທີ່ປີໜຶ່ງມີເທື່ອໜຶ່ງ ແລະ ມີກຳນົດສາມເດືອນ ຫຼື ໜຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັດທາໄດ້ບຳເພັງສິນທານ,ພາວະນາ ແລະ ຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປະໂຫຍດຕົນ,ປະໂຫຍດຜູ້ອື່ນ ແລະເພື່ອເພີ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້ານໍ້າຝົນ ແລະ ຜ້າໄຕຣຈີວອນເປັນຕົ້ນ

ໃນໄລຍະຍາມເຂົ້າພັນສານີ້ພຣະສົງທຸກອົງຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ໜຶ່ງຕະລອດລະດູຝົນທີ່ມີກຳນົດໄລຍະເວລາ ສາມເດືອນ ຕາມທີ່ພຣະທັມວິໄນ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນ8 ຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ​11 (ຖ້າປີນັ້ນມີເດືອນ 8 ສອງຫົນ ກໍຈະນັບເດືອນ 8 ຫລັງໄປ)

ໃນສະໄໝ ຕົ້ນພຸດທະການ ພຣະພຸດທະເຈົ້າບໍ່ໄດ້ວາງລະບຽບ ເລື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າ ພັນສານັ້ນເປັນສິ່ງທີ່ ພຣະພຸດທຸກອົງ ແລະ ພຣະສົງສາວົກໄດ້ປະຕິບັດກັນມາໂດຍຕະລອດ ໂດຍຈະພັກການ ຈາຣິກ ບໍ່ໄດ້ອອກໄປຂ້າງນອກ ເພາະຢູ່ໃນຊ່ວງລະດູຝົນນັ້ນ ການສັນຈອນໄປມາກໍຫຍຸ້ງຍາກ ແລະ ລຳບາກ. ໃນຕົ້ນພຸດທະການນັ້ນ ມີພຣະສົງຈຳນວນນ້ອຍ ແລະ ສ່ວນ ໃຫຍ່ ຈະເປັນພຣະອະຣິຍະບຸກຄົນ ຈຶ່ງຮູ້ດີວ່າສິ່ງໃດຄວນ ຫລື ບໍ່ ຄວນທຳ.

ຕໍ່ມາມີພຣະສົງຫລາຍຂຶ້ນຈຶ່ງມີກຸ່ມພຣະສົງພາກັນອອກເດີນທາງເຜີຍແຜ່ພຣະພຸດທະສາສະໜາໃນທີ່ຕ່າງໆ ຫລື ໄປສະແຫວງບຸນ ຕາມເຂດຊົນນະບົດທົ່ວໄປ ໂດຍສະເພາະຍາມຝົນນັ້ນ ຕ່າງກໍຈະຢຽບຫຍ້າ, ຕົ້ນກ້າ ຂອງປະຊາ ຊົນເສຍຫາຍ ຫລື ແມ້ນແຕ່ ສັດນ້ອຍ ສັດໃຫຍ່ອາດຈະຖືກຢຽບຕາຍໄປ ຊຶ່ງເປັນເຫດໃຫ້ຊາວບ້ານເດືອດ ຮ້ອນ ແລະ ພາກັນໄປຟ້ອງພຣະພຸດທະເຈົ້າ. ເມື່ອພຣະພຸດທະອົງຊາບດັ່ງນັ້ນ ຈຶ່ງໄດ້ວາງລະບຽບໃຫ້ພິກຂຸ ຕ້ອງປະຈຳຢູ່ທີ່ໃດທີ່ໜຶ່ງເປັນເວລາ 3 ເດືອນໂດຍ ຈະບໍ່ໄປຄ້າງແຮມ ທີ່ອື່ນ ເວັ້ນແຕ່ຈະຖືສັດຕາຫະຕາມພຸດທະບັນຍັດ.

ການເຂົ້າພັນສາຂອງພຣະສົງຕາມພຣະວິໄນປິດົກ

ຕາມພຣະວິໄນ ພຣະສົງຮູບໃດບໍ່ເຂົ້າຈຳພັນສາຢູ່ແຫ່ງໃດແຫ່ງໜຶ່ງນັ້ນ ຖືວ່າຕ້ອງອາບັດທຸກກົດ ແລະ ພຣະສົງ ທີ່ອະທິຖານ ຮັບຄຳເຂົ້າພັນສາແລ້ວ ຈະໄປຄ້າງແຮມບ່ອນອື່ນບໍ່ໄດ້ ແຕ່ຖ້າຫາກເດີນທາງ ອອກໄປແລ້ວ ແລະ ບໍ່ສາມາດກັບມາໃນເວລາທີ່ກຳນົດ ຄື ກ່ອນຮຸ່ງສະວ່າງ ກໍຈະຖືວ່າພຣະພິກຂຸຮູບນັ້ນ ”ຂາດພັນສາ” ແລະ ຕ້ອງອາບັດທຸກກົດ ເພາະຮັບຄຳນັ້ນ ຮວມທັ້ງພຣະສົງຮູບນັ້ນ ຈະບໍ່ໄດ້ຮັບອານິສົງພັນສາ, ບໍ່ໄດ້ອານິສົງກະຖິນຕາມພຣະວິໄນ ແລະ ຍັງຫ້າມບໍ່ໃຫ້ນັບພັນສາທີ່ຂາດນັ້ນອີກດ້ວຍ.

ແຕ່ກໍມີຂໍ້ຍົກເວັ້ນໄວ້ເຊັ່ນກັນ ເຊັ່ນ: ໃນກໍລະນີ

  • ພຣະອຸປັດຊາຈານ ແລະ ບິດາມານດາເຈັບໄຂ້ໄດ້ປ່ວຍ ຈຳຕ້ອງໄປດູແລຮັກສາ,
  • ພຣະພິກຂຸຢາກຈະສິກ ໄປເພື່ອລະງັບ,
  • ມີກິດສົງເກີດຂຶ້ນເຊັ່ນ ສິມເປ່ເພ ໄປເພື່ອປະຕິສັງຂອນ,
  • ທາຍົກບຳເພັນກຸສົນ ນິິມົນໄປເພື່ອບຳຣຸງສັດທາ ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈຶ່ງຈະບໍ່ຂາດ ຫາກເກີນ 7 ວັນໄປ ກໍເປັນອັນວ່າພັນສາຂາດ (ຮັບຄຳອະທິຖານເຂົ້າພັນສາແຕ່ເຮັດບໍ່ໄດ້).

ໃນການອະທິຖານເຂົ້າພັນສາຢູ່ວັດໃດວັດໜຶ່ງກໍດີ ຫາກມີເຫດຈຳເປັນ 5 ປະການດັ່ງຕໍ່ໄປນີ້ ພິກຂຸບໍ່ຕ້ອງອາບັດ ເຖິງແມ່ນວ່າ ຈະໄປຢູ່ທີ່ອື່ນກໍດີ ໄດ້ແກ່ :

  • ຖືກສັດຮ້າຍລົບກວນ, ຖືກໂຈນປົ້ນ, ໄຟໄໝ້ວັດ ຫລື ນໍ້າຖ້ວມວັດ.
  • ຊາວບ້ານຖືກໂຈນປົ້ນ ອົບພະຍົກໄປບ່ອນອື່ນ ອະນຸຍາດໃຫ້ໄປກັບຊາວບ້ານ, ຫລື ຊາວບ້ານແຕກ ເປັນສອງຝ່າຍ ໃຫ້ໄປກັບຝ່າຍທີ່ມີສັດທາເຫລື້ອມໃສ.
  • ຂາດແຄນອາຫານ ແລະ ຢາຮັກສາໂລກ
  • ມີຄົນເອົາເງິນມາລໍ້ ພຣະພຸດທະອົງຊົງອະນຸຍາດໃຫ້ໜີໄປໃຫ້ພົ້ນເສຍ
  • ພິກຂຸສົງແຕກກັນ ຫລື ມີຜູ້ພະຍາຍາມເຮັດໃຫ້ພຣະພິກຂຸສົງໃນວັດແຕກກັນ ໃຫ້ໄປເພື່ອຫາທາງລະງັບເຫດນັ້ນໄດ້.

ວັນເຂົ້າພັນສາກຳໜົດເປັນ 2 ໄລຍະ ຄື ປຸຣິມພັນສາ ແລະປັດສິມພັນສາ

1. ປຸຣິມພັນສາ ຄື ມື້ເຂົ້າພັນສາຕົ້ນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຂອງທຸກປີ ປະມານເດືອນກໍລະກົດ ແລະ ອອກພັນສາ ໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.

2. ປັດສິມພັນສາ ຄື ມື້ເຂົ້າພັນສາຫລັງ ສຳລັບປີອະທິກະມາສ ຄື ມີເດືອນແປດສອງຫົນ ກົງກັບວັນ ແຮມ 1 ຄໍ່າເດືອນ 8 ຫລັງ ປະມານເດືອນກໍລະກົດ ແລະ ອອກພັນສາໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.

ວັນອາສາລະຫະບູຊາ

ວັນອາສາລະຫະບູຊາ ແລະ ອີກວັນໝຶ່ງທີສຳຄັນກ່ອນວັນເຂົ້າພັນສານັ້ນແມ່ນວັນອາສາລະຫະບູຊາ. ຄຳວ່າ ອາສາລະຫະບູຊາ( Asalha Puja) ຫຍໍ່ມາຈາກ ອາສາລະຫະ ປູຣະນະມີບູຊາ ໝາຍເຖິງ ການບູຊາໃນມື້ເພັງ ເດືອນອາສາລະຫະ ອັນເປັນເດືອນທີ່ສີ່ຕາມ ປະຕິທິນຂອງປະເທດ ອິນເດຍ ຊຶ່ງຕົງ ກັບມື້ ຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຣະຄະຕິ ຊຶ່ງຈະຕົກຢູ່ໃນເດືອນ 6 ຫລື ເດືອນ 7 ແຕ່ຖ້າປີໃດ ມີເດືອນ 8 ສອງຫົນ ກໍໃຫ້ເລື່ອນໄປເປັນວັນເພັງເດືອນ 8 ຫລັງແທນ.

ວັນອາສາລະຫະບູຊາ ເປັນວັນທີ່ສຳຄັນມື້ນຶ່ງໃນພຣະພຸດທະສາສນາ ທີ່ເກີດຂຶ້ນຫລັງຈາກທີ່ພຣະສັພຣະ ສັມມາສັມພຸດທະເຈົ້າຕຣັດສະຣູ້ ໃນມື້ເພັງ 15 ຄໍ່າເດືອນ 6 ແລ້ວ ສອງເດືອນ ເພາະມີເຫດການສຳຄັນເກີດຂຶ້ນ 3 ປະການດັ່ງນີ້ ຄື:

1. ເປັນວັນທີ່ພຣະພຸດທະເຈົ້າປະກາດພຣະພຸດທະສາສະໜາເປັນຄັ້ງທຳອິດ ໂດຍການສະແດງປະຖົມ ມະເທສນາ ຄືສະແດງທັມ ເປັນຄັ້ງແລກ ມີຊື່ວ່າ ທັມມະຈັກກັປປະວັຕຕະນະສູຕ ອັນເປັນອົງທັມແຫ່ງພຣະ ສັມມາສັມໂພທິຍານ ໂຜດປັນຈະວັກຄີທັ້ງຫ້າ ທີ່ປ່າ ອິສິປະຕະນະມັຄທາຍະວັນ ເມືອງພາຣານະສີ ແຄວ້ນມະຄົດ ຊຶ່ງມີໃຈຄວາມສຳຄັນ ກ່າວເຖິງອະຣິຍະສັຈສີ່ປະການ ໄດ້ແກ່ 1.ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ, 2. ສະມຸທັຍ ຄື ເຫດທຳໃຫ້ເກີດທຸກ, 3.ນິໂຣທ ຄື ຄວາມດັບທຸກ, ແລະ 4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງ ຄວາມດັບ ແຫ່ງທຸກ .

2. ເປັນວັນທີ່ເກີດ ສັງຄະຣັຕນະ ຫລື ເປັນວັນທີ່ເກີດ ພຣະອະຣິຍະສົງສາວົກໃນພຣະພຸອທະສາສະໜາ ຂຶ້ນຄັ້ງແລກໃນໂລກ ຄື ພຣະອັນຍາໂກນທັນຍະ ຊຶ່ງເມື່ອໄດ້ຮັບຟັງພຣະທັມມະເທສນາ ທັມມະຈັກກັປປະວັຕຕະນະສູຕແລ້ວ ໄດ້ບັນລຸທັມ ແລະ ໄດ້ຂໍບວດເປັນພິກຂຸ ຮູປທຳອິດ ໃນພຣະພຸດສາສະໝາ ຊຶ່ງພຣະພຸດທະອົງກໍ ຊົງອະນຸຍາດດ້ວຍວິທີ ເອຫິພິກຂຸສັມປະທາ.

3. ຈຶ່ງຖືວ່າວັນນີ້ເປັນວັນທຳອິດທີ່ບັງເກີດເປັນພຣະຣັຕນະຕຣັຍທີ່ສົມບຸນ ຄື ພຣະພຸດຣັຕນະ ພຣະທັມຣັຕນະ ພຣະສົງຣັຕນະ. ດ້ວຍເຫດນີ້ຈຶ່ງທຳໃຫ້ວັນນີ້ຮຽກວ່າ ” ວັນພຣະທັມ” ຫລື ວັນພຣະທັມມະຈັກ ອັນໄດ້ແກ່ວັນທີ່ລໍ້ແຫ່ງພຣະທັມຂອງ ພຣະພຸດທະເຈົ້າ ໄດ້ໝູນໄປເປັນຄັ້ງແລກ ແລະ ”ວັນພຣະສົງ” ຄືວັນທີ່ມີພຣະສົງເກີດຂຶ້ນເປັນຄັ້ງແລກອີກດ້ວຍ.

ການປະຕິບັດໃນບຸນເຂົ້າພັນສາ

ໃກ້ຈະຮອດມື້ເຂົ້າພັນສາ (ອອກມາຈາກພາສາບາລີວ່າວັສສາ) ພຣະພິກຂຸສົງສາມະເນນ ,ຊາວບ້ານ ກໍຈະພາກັນຈັດເຮັດ ຄວາມສະອາດພາຍໃນ ບໍລິເວນວັດ ແລະ ສ້ອມແປງສະຖານທີ່ ບ່ອນທີ່ເປ່ເພ ມີສິມ ເປັນຕົ້ນ ແລະ ຈັດຫ້າງຫາເຄື່ອງປູ ມີສາດ ອາສະນະໄວ້ພ້ອມ.

ເຖິງແມ່ນວ່າການເຂົ້າພັນສາຈະເປັນເລື່ອງຂອງພິກຂຸ ແຕ່ພຸດສາສະນິກະຊົນ ກໍຖືເປັນໂອກາດດີທີ່ຈະໄດ້ເຮັດບຸນ ຮັກສາສີນ ແລະ ຊຳຣະຈິດໃຈໃຫ້ຜ່ອງໃສ ບາງຄົນກໍຕັ້ງໃຈງົດເວັ້ນເຫລົ້າ ຫລື ອະບາຍຍະມຸກທັ້ງປວງ ເປັນຕົ້ນ .

ໃນມື້ເພັງເດືອນ 8 ທຸກປີ ຄື 15 ຄໍ່າ ເດືອນ 8 ຕອນເຊົ້າຊາວພຸດຈະນຳດອກໄມ້ທູບທຽນ ເຂົ້າ ປາ ອາຫານມາຕັກບາດ ຖວາຍເພລທີ່ວັດ ມາໄຫວ້ພຣະ ສະມາທານສີນຫ້າ,ສີນແປດ ຫລື ສີນອຸໂບສົດ. ຫລັງຈາກນັ້ນ ຈະນຳສະບົງ ຜ້າຈີວອນ ຜ້າອາບນໍ້າຝົນ ທຽນພັນສາ ແລະ ດອກໄມ້ທູບທຽນມາຖວາຍພຣະທີ່ວັດ ແລ້ວ ຮັບຟັງພຣະທັມມະເທສນາ.

ຕອນແລງມາຊາວພຸດກໍຈະນຳດອກໄມ້ທູບທຽນ ມາຮວມກັນທີ່ສາລາໂຮງທັມ ຮັບສີນແລ້ວວຽນທຽນ ຮອບພຣະອຸໂບສົດ ສາມຮອບ. ຫລັງຈາກວຽນທຽນແລ້ວ ພວກຜູ້ເຖົ້າຜູ້ແກ່ກໍເຂົ້າໄປໂຮງທັມເພື່ອຮັບຟັງພຣະທັມມະເທສນາ.

ທາງຝ່າຍສົງກໍຈະມີການຈັດຫາເຄື່ອງສັກກາຣະບູຊາ ມີດອກໄມ້ ທູບທຽນໃສ່ຂັນໄປສົມມາຄາຣະວະ ພຣະພຸດຮູບ ນຳເຄື່ອງ ສັກກາຣະບູຊາຕັ້ງໄວ້ຂ້າງໜ້າພຣະພິກຂຸສາມະເນນ ພ້ອມກັນນັ່ງຄູ້ເຂົ່າ ປະນົມມືນົບ ວ່າຄຳສົມມາຄາຣະວະພຣະພຸດທະຮູບຕໍ່ໄປ.

ໃນມື້ແຮມ 1 ຄໍ່າເດືອນ 8, ຫລັງຈາກໄຫວ້ພຣະສູດມົນແລ້ວ ພຣະພິກຂຸສົງ ສາມະເນນກໍສົມມາຄາຣະວະພຣະເຖຣານຸເຖຣະ ຕາມລຳດັບພັນສາ, ພຣະສົງຈະຢູ່ຈຳພັນສາໃນອາວາດນັ້ນໆກໍພາກັນວ່າ ຄຳເຂົ້າ ພັນສາຕາມລຳດັບພັນສາໄປເທື່ອລະອົງ ອົງລະສາມເທື່ອ ຈົນຄົບໝົດທຸກອົງ.

ຄຳພະຫຍາ ພຣະອາຈານສີພົນ ພິລາສຸຕາ

ຮີດໜຶ່ງນັ້ນ ພໍເຖິງເດືອນແປດ ໄດ້ລ້ຳລ່ວງມາເຖິງ
ຝູງໝູ່ສັງໂຄຄຸນ ເຂົ້າວັດສາຈຳຈ້ອຍ
ເຮັດຕາມຮອຍຂອງເຈົ້າ ພຣະໂຄດົມທຳກ່ອນ
ບໍ່ທະລອນເລີກມ້າງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນຜ້າຍ ຫາຂອງໄປເທທອດ

ທຳທານໄປຢ່າໄດ້ຄ້ານ ເອົາໄວ້ໝູ່ບຸນ
ຊິເປັນຂອງໝູນເຈົ້າ ໄປເທິງອາກາດ
ສູ່ສວັນບໍ່ຮ້ອນ ດ້ວຍບຸນນີ້ສົ່ງໄປ
ເພິ່ນຈຶ່ງຕຣັສບອກໄວ້ ຮີດເກົ່າຄອງຫລັງ

ຟັງໃຫ້ດີມັນຄັກ ຢ່າໄລເດີເຈົ້າ
ຈົ່ງໃຫ້ພາກັນເຂົ້າ ທຳບຸນຕັກບາຕ
ຢ່າຂາດໄດ້ ໄປແທ້ຊູ່ຄົນ
ໂອກາດນີ້ ເພິ່ນໃຫ້ທ່ຽວຊອກຄົ້ນ

ຂຸດກົ່ນຂຸມບຸນ ເອົາທຸນໄປພາຍໜ້າເມື່ອຕາຍໄປແລ້ວ
ເປັນແນວນຳເຮົາຂຶ້ນ ບັນໄດທອງທຽວທ່ອງ
ຂຶ້ນສູ່ຫ້ອງ ຊັ້ນຟ້າສວັນພຸ້ນຢູ່ເຢັນ