ຊີ້ແຈງ!ເລື່ອງຮຽກກັບ ເງິນນັກທ່ອງທ່ຽວໄທ ບໍ່ແມ່ນ5ພັນບາດ – ສື່ລາວ.ຄອມ
Connect with us

ทั่วไป

ຊີ້ແຈງ!ເລື່ອງຮຽກກັບ ເງິນນັກທ່ອງທ່ຽວໄທ ບໍ່ແມ່ນ5ພັນບາດ

Published

on

ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທ ປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 20 ພະຈິກ 2023 ນີ້ ທ່ານ ພັທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ I ແຈງ ກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍທີ່ສັງຄົມໃຫ້ຄວາມສົນໃຈກ່ຽວກັບເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ I ຮຽກເກັບເງິນຈາກນັກທ່ອງທ່ຽວ ວ່າ: ວັນທີ 12 ພະຈິກ 2023 ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳຢູ່ຂາອອກ ໄດ້ກວດກາໜັງສືຜ່ານແດນຂອງ ນາງ ນາພາພອນ ສຸກກະເສີມ (Ms NAPAPORNSUGKASEAM); ວັນເດືອນປີເກີດ: 18 ພະຈິກ 1981; ສັນຊາດໄທ, ໜັງສືຜ່ານແດນເລກທີ: AD1158593, ອອກໃຫ້ວັນທີ 30 ກັນຍາ 2023 ແລະ ໝົດອາຍຸໃນວັນທີ 29 ກັນຍາ 2028; ທີ່ຢູ່: ແຂວງ ໄຊຍະພູມ, ປະເທດໄທ.ຜ່ານການກວດກາຂອງເຈົ້າໜ້າທີ່ ຕມ ເຫັນວ່າໜັງສືຜ່ານແດນຂອງຜູ້ກ່ຽວແມ່ນບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ຊຶ່ງເປັນການລະເມີດກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 59/ ສພຊ, ລົງວັນທີ 26 ທັນວາ 2014 ຊຶ່ງເປັນການເຂົ້າເມືອງຜິດກົດໝາຍ ຈະຖືກປັບໃໝ 2.000.000 ກີບ ຕາມມາດຕາ 12 ຂອງ ດຳລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021.ຕໍ່ກັບຄລິບວິດີໂອທີ່ນັກທ່ອງທ່ຽວໄທ ໄດ້ໂພດລົງໃນສື່ສັງຄົມອອນລາຍວ່າເຈົ້າໜ້າທີ່ ຕມ ຮຽກເກັບເງິນ ຈໍານວນ 5000 ບາດ ໃນເບື້ອງຕົ້ນນັ້ນເປັນພຽງການອະທິບາຍຂອງເຈົ້າໜ້າທີ່ ຕມ ເພື່ອໃຫ້ນັກທ່ອງທ່ຽວຮັບຊາບ.ຈາກນັ້ນເຈົ້າໜ້າທີ່ ຕມ ໄດ້ເຊີນຜູ້ກ່ຽວເຂົ້າໄປຫ້ອງການຕາມລະບຽບ ເພື່ອດໍາເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນໃນເບື້ອງຕົ້ນ ຈຶ່ງສາມາດຮູ້ໄດ້ວ່າ: ໜັງສືຜ່ານແດນຂອງຜູ້ກ່ຽວບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ແທ້ ຊຶ່ງເປັນການເຂົ້າເມືອງລະເມີດກົດໝາຍ ວ່າດ້ວຍການເຂົ້າອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ.ໃນຕົວຈິງເຈົ້າໜ້າທີ່ ຕມ ຂອງພວກເຮົາໄດ້ປັບໃໝຜູ້ກ່ຽວເປັນຈຳນວນເງິນ 700.000 ກີບ ຕາມການສະເໜີຂອງຜູ້ກ່ຽວ ແລະ ຝ່າຍເຈົ້າໜ້າທີ່ ຕມ ຂອງພວກເຮົາກໍເຫັນດີນໍາ ຊຶ່ງເປັນການປະຕິບັດນະໂຍບາຍຜ່ອນຜັນຕໍ່ຜູ້ກ່ຽວ ຊຶ່ງພວກເຮົາບໍ່ເອົາການປັບໃໝເປັນຫຼັກແຕ່ຖືເອົາການສຶກອົບຮົມກ່າວເຕືອນອະທິບາຍໃຫ້ເຂົ້າໃຈຕໍ່ກົດໝາຍ-ລະບຽບການເປັນສໍາຄັນ ພ້ອມທັງໄດ້ດໍາເນີນປະທັບຕາແຈ້ງເຂົ້າ-ອອກ ສປປ ລາວ ໃຫ້ຜູ້ກ່ຽວແລ້ວອະນຸຍາດໃຫ້ເດີນທາງອອກ ສປປ ລາວ ໃນວັນດຽວກັນ.ສຳລັບເຈົ້າໜ້າທີ່ ຕມ ທີ່ເຮັດໜ້າທີ່ນັ້ນ ແມ່ນອີງຕາມ ກົດໝາຍ-ລະບຽບການທີ່ວາງອອກ ແຕ່ໃນກໍລະນີ ຫາກມີການລະເມີດກໍຕ້ອງຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດວິໄນຕາມກໍລະນີໜັກເບົາ. ແຕ່ການປະຕິບັດໜ້າທີ່ນັ້ນອາດປາສະຈາກບໍ່ໄດ້ໃນຂໍ້ຂາດຕົກບົກພ່ອງ ແລະ ພວກເຮົາກໍພ້ອມຈະຮັບຟັງເອົາຄໍາຕໍານິຕິຊົມຈາກສັງຄົມເພື່ອນໍາມາປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ໂດຍສານ ກໍຄື ນັກທ່ອງທ່ຽວ ທີ່ ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມກົດໝາຍ-ລະບຽບການ ຢ່າງເຂັ້ມງວດ ກໍຄືການແຈ້ງ ເອກະສານເດີນທາງຂອງຕົນຕໍ່ເຈົ້າໜ້າທີ່ ຕມ ປະຈຳດ່ານດ້ວຍຕົນເອງທຸກຄັ້ງ ແລະ ຕ້ອງມີການ ກວດກາຄືນຢ່າງລະອຽດ.ທ່ານ ພັທ ກິດອນ ກິວົງໄຊ ຮຽກຮ້ອງມາຍັງບັນດາທ່ານຜູ້ໂດຍສານ ກໍຄືນັກທ່ອງທ່ຽວ ທີ່ ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມກົດໝາຍ-ລະບຽບການ ຢ່າງເຂັ້ມງວດ ກໍຄືການແຈ້ງ ເອກະສານເດີນທາງຂອງຕົນຕໍ່ເຈົ້າໜ້າທີ່ ຕມ ປະຈຳດ່ານດ້ວຍຕົນເອງທຸກຄັ້ງ ແລະ ຕ້ອງມີການ ກວດກາຄືນຢ່າງລະອຽດ.ສໍາລັບຜູ້ຊົມໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ກໍຕ້ອງເສບຂ່າວຢ່າງມີສະຕິ ເບິ່ງຂໍ້ມູນໃນຫຼາຍດ້ານ ລວມທັງຊ່ອງ ລາຍການໂທລະພາບ, ວິທະຍຸ ແລະ ອື່ນໆ ກໍຕ້ອງໃຫ້ມີຂໍ້ມູນຄົບຖ້ວນ, ພາວະວິໄສ ເພື່ອເຮັດໃຫ້ສັງຄົມບໍ່ມີຄວາມສັບສົນ ແລະ ເຂົ້າໃຈໄປໃນທາງທີ່ຖືກຕ້ອງ ແລະທຸກຄົນໃນສັງຄົມສາມາດ ເຂົ້າເຖິງຂໍ້ມູນກ່ຽວກັບການເຂົ້າ-ອອກ ສປປ ລາວ

Continue Reading

ทั่วไป

ເຕືອນໄພ!ກົມອາຫານຊີ້ ການຊື້ຢາຊຸດ ຢາຊຸມອັນຕະລາຍ

Published

on

By

ວັນທີ 5 ທັນວາ 2023 ນີ້, ເພຈ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນ ການຊື້-ຂາຍ ຢາຊຸດ-ຢາຊຸມ ຈາກເຟສບຸກຕ່າງໆທີ່ມີການໂຄສະນາປະກາດຂາຍຢາດັ່ງກ່າວຕາມສື່ອອນລາຍ ເຊິ່ງຢາດັ່ງກ່າວເປັນຢາທີ່ຜິດກົດໝາຍ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ຂາຍໃນທຸກຮູບແບບ ເນື່ອງຈາກຢາຊຸດ-ຢາຊຸມ ປະກອບດ້ວຍຢາຫລາຍຊະນິດ ອາດສົ່່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ເຊັ່ນ: ຕັບ, ໄຂ່ຫລັງ ແລະ ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້ ຫ້າມຊື້ມາກິນເດັດຂາດ.

Continue Reading

ทั่วไป

ເຮືອນແພ!ເມື່ອງເຟືອງຖືກ ສຶກສາອົບຮົມ ຍ້ອນແບບນີ້

Published

on

By

ເຮືອນແພເມືອງເຟືອງ ຖີ້ມຂີ້ເຫຍື້ອລົງນໍ້າ ຖືກສຶກສາອົບຮົມ🤣 ສິ່ງແວດລ້ອມ ເມືອງເຟືອງ ແຂວງວຽງຈັນ ໄດ້ສ້າງບົດບັນທຶກ ສຶກສາອົບຮົມ ພ້ອມທັງແນະນຳຄືນ ໃນການກຳຈັດສິ່ງເສດເຫຼືອຕ່າງໆ

ຢູ່ໃນຂອບເຂດຮັບຜິດຊອບຂອງແຕ່ລະເຮືອນແພ ຫ້າມບໍ່ໃຫ້ຖີ້ມ ສິ່ງເສດເຫຼືອລົງສູ່ສາຍນ້ຳ, ແນະນຳໃຫ້ພ້ອມກັນຮັກສາ ຄວາມສະອາດ. ພ້ອມທັງແນະນຳໃຫ້ຕິດຂໍ້ຫ້າມ,

ມາດຕະການປັບໃໝຕໍ່ຜູ່ທີ່ລະເມີດ ຫຼືຍັງຖີ້ມຂີ້ເຫຍື້ອລົງສູ່ແຫຼ່ງນ້ຳຢ່າງເຂັ້ມງວດ).

Continue Reading

ทั่วไป

ຕຳຫຼວດ!ໄທກັກໂຕກຸ່ມຂາຍ ອາຫານເສີມເຖືອນ ໃນນັ້ນມີຄົນລາວ2ຄົນ

Published

on

By

ເບິ່ງຄືມີຂາຍຢູ່ລາວ! ກວດຢຶດອາຫານເສີມ ແລະ ນົມຜົງບໍ່ໄດ້ມາດຕະຖານ ກັກໂຕຜູ້ຖືກຫາ 9 ຄົນ ໃນນັ້ນມີລົນລາວ 2 ຄົນ

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ມີຄົນໄທ 4 ຄົນ ຫວຽດນາມ 2 ຄົນ ລາວ 2 ຄົນ ແລະ ກຳປູເຈຍ 1 ຄົນ

ເຊິ່ງໃນການກວດຍຶດຄັ້ງນີ້ ມີ ນົມຜົງ ແລະ ອາຫານເສີມ 11 ຊະນິດ ມີເປັນກະປ໋ອງ 9.000ກະປ໋ອງ, ເປັນຊອງ 1.400 ຊອງ ເຊິ່ງເປັນຜະລິດຕະພັນຈາກຫວຽດນາມ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້