ຂ່າວດີ!ພຽງ1ເດືອນມີ ຄົນມາທ່ຽງ ໄຊສົມບູນ2.325ຄົນ – ສື່ລາວ.ຄອມ
Connect with us

ทั่วไป

ຂ່າວດີ!ພຽງ1ເດືອນມີ ຄົນມາທ່ຽງ ໄຊສົມບູນ2.325ຄົນ

Published

on

ພຽງ 1 ເດືອນ ໄຊສົມບູນ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ໄດ້ 2.325 ເທື່ອຄົນ.ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ລາຍງານໃນກອງປະຊຸມ ສ່ອງແສງລັດຖະບານ ປະຈຳເດືອນ ພະຈິກ 2023, ທີ່ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2023ນີ້ ໂດຍຜ່ານວິດີໂອທາງໄກວ່າ: ໃນໄລຍະໜຶ່ງເດືອນຜ່ານມາ ການຈັດເກັບລາຍຮັບເຂົ້າງົບປະມານ ຂອງແຂວງໄດ້ຫຼາຍກວ່າ 15 ຕື້ກີບ, ຄຸ້ມຄອງລາຍຈ່າຍງົບປະມານ ປະຕິບັດໄດ້ຫຼາຍກວ່າ 74 ຕື້ກີບ. ໃນນີ້, ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໄດ້ທັງໝົດ 2.325 ເທື່ອຄົນ, ໃນນັ້ນຈາກ ພາຍໃນ 1.375 ເທື່ອຄົນ, ຕ່າງປະເທດ 950 ເທື່ອຄົນ.ໂອກາດນີ້, ທ່ານ ຮອງເຈົ້າແຂວງໄຊສົມບູນ ຍັງໄດ້ສະເໜີຂໍການພິຈາລະນາ ໃຫ້ລັດຖະບານຊ່ວຍແກ້ໄຂບາງບັນຫາ ໂດຍສະເພາະ ເລື່ອງການສະໜອງທຶນ 50 ຕື້ ໃຫ້ກອງທຶນພັດທະນາ ແຂວງໄຊສົມບູນ, ພ້ອມທັງເລື່ອງທຶນກະຕຸ້ນເສດຖະກິດ ຕາມແຈ້ງການຂອງນາຍົກ ເລກທີ 93/ນຍ, ສະເໜີໃຫ້ທະນາຄານກາງແກ້ໄຂທຶນກະຕຸ້ນເສດຖະກິດ ໃຫ້ກອງທຶນພັດທະນາ ແຂວງໄຊສົມບູນ ແລະ ບັນຫາອື່ນໆ ຕື່ມອີກ. ຂ່າວ: ແຂວງໄຊສົມບູນ

Continue Reading

ทั่วไป

ເຕືອນໄພ!ກົມອາຫານຊີ້ ການຊື້ຢາຊຸດ ຢາຊຸມອັນຕະລາຍ

Published

on

By

ວັນທີ 5 ທັນວາ 2023 ນີ້, ເພຈ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນ ການຊື້-ຂາຍ ຢາຊຸດ-ຢາຊຸມ ຈາກເຟສບຸກຕ່າງໆທີ່ມີການໂຄສະນາປະກາດຂາຍຢາດັ່ງກ່າວຕາມສື່ອອນລາຍ ເຊິ່ງຢາດັ່ງກ່າວເປັນຢາທີ່ຜິດກົດໝາຍ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ຂາຍໃນທຸກຮູບແບບ ເນື່ອງຈາກຢາຊຸດ-ຢາຊຸມ ປະກອບດ້ວຍຢາຫລາຍຊະນິດ ອາດສົ່່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ເຊັ່ນ: ຕັບ, ໄຂ່ຫລັງ ແລະ ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້ ຫ້າມຊື້ມາກິນເດັດຂາດ.

Continue Reading

ทั่วไป

ເຮືອນແພ!ເມື່ອງເຟືອງຖືກ ສຶກສາອົບຮົມ ຍ້ອນແບບນີ້

Published

on

By

ເຮືອນແພເມືອງເຟືອງ ຖີ້ມຂີ້ເຫຍື້ອລົງນໍ້າ ຖືກສຶກສາອົບຮົມ🤣 ສິ່ງແວດລ້ອມ ເມືອງເຟືອງ ແຂວງວຽງຈັນ ໄດ້ສ້າງບົດບັນທຶກ ສຶກສາອົບຮົມ ພ້ອມທັງແນະນຳຄືນ ໃນການກຳຈັດສິ່ງເສດເຫຼືອຕ່າງໆ

ຢູ່ໃນຂອບເຂດຮັບຜິດຊອບຂອງແຕ່ລະເຮືອນແພ ຫ້າມບໍ່ໃຫ້ຖີ້ມ ສິ່ງເສດເຫຼືອລົງສູ່ສາຍນ້ຳ, ແນະນຳໃຫ້ພ້ອມກັນຮັກສາ ຄວາມສະອາດ. ພ້ອມທັງແນະນຳໃຫ້ຕິດຂໍ້ຫ້າມ,

ມາດຕະການປັບໃໝຕໍ່ຜູ່ທີ່ລະເມີດ ຫຼືຍັງຖີ້ມຂີ້ເຫຍື້ອລົງສູ່ແຫຼ່ງນ້ຳຢ່າງເຂັ້ມງວດ).

Continue Reading

ทั่วไป

ຕຳຫຼວດ!ໄທກັກໂຕກຸ່ມຂາຍ ອາຫານເສີມເຖືອນ ໃນນັ້ນມີຄົນລາວ2ຄົນ

Published

on

By

ເບິ່ງຄືມີຂາຍຢູ່ລາວ! ກວດຢຶດອາຫານເສີມ ແລະ ນົມຜົງບໍ່ໄດ້ມາດຕະຖານ ກັກໂຕຜູ້ຖືກຫາ 9 ຄົນ ໃນນັ້ນມີລົນລາວ 2 ຄົນ

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ມີຄົນໄທ 4 ຄົນ ຫວຽດນາມ 2 ຄົນ ລາວ 2 ຄົນ ແລະ ກຳປູເຈຍ 1 ຄົນ

ເຊິ່ງໃນການກວດຍຶດຄັ້ງນີ້ ມີ ນົມຜົງ ແລະ ອາຫານເສີມ 11 ຊະນິດ ມີເປັນກະປ໋ອງ 9.000ກະປ໋ອງ, ເປັນຊອງ 1.400 ຊອງ ເຊິ່ງເປັນຜະລິດຕະພັນຈາກຫວຽດນາມ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້