ເຮັດແທ້!ປັບໄຫມຮ້ານບັນ ເທີງທີ່ລະເມີດ ເປີດສຽງເກີນ80ດີຊີເບວ – ສື່ລາວ.ຄອມ
Connect with us

ทั่วไป

ເຮັດແທ້!ປັບໄຫມຮ້ານບັນ ເທີງທີ່ລະເມີດ ເປີດສຽງເກີນ80ດີຊີເບວ

Published

on

ຍັງພົບເຫັນຮ້ານອາຫານ ແລະ ຮ້ານບັນເທີງ 8 ຮ້ານ ຢູ່ເມືອງຈັນທະບູລີ ທີ່ລະເມີດລະບຽບການ ແລະ ເປີດເຄື່ອງສຽງກາຍກຳນົດ 80 ດີຊີເບວ ວັນທີ 17 ພະຈິກ 2023 ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ນະຄອນຫຼວງວຽງຈັນ (ນວ) ຈຸທີ 1 ໄດ້ລົງຕິດຕາມກວດກາ ແລະ ແກ້ໄຂສຽງເນືອງນັນໃນຫົວໜ່ວຍທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ຂອບເຂດເມືອງຈັນທະບູລີ.ຜ່ານການລົງຕິດຕາມຕົວຈິງມີຫຼາຍຮ້ານແມ່ນປະຕິບັດໄດ້ດີຕາມລະບຽບການໄດ້ດີ ແຕ່ກໍຍັງພົບເຫັນຮ້ານອາຫານ ແລະ ຮ້ານບັນເທີງ 8 ຮ້ານທີ່ຍັງລະເມີດລະບຽບການດ້ວຍການເປີດບໍລິການກາຍໂມງເວລາທີ່ີກໍານົດໄວ້ ປະກອບມີ ຮ້ານອາຫານຕົ້ນຄູນ, ຮ້ານອາຫານໄວ້ລຸ້ນອາເມລິກາຢູ່ບ້ານຫ້ວຍຫົງ, ຮ້ານອາຫານລີແລກ ບ້ານສີດຳດວນ, ຮ້ານອາຫານຊູກາ, ຮ້ານອາຫານວີນັດ, ຮ້ານກາເຟຊິວເຄ ແລະ ຮ້ານອາຫານຍິນດີ, ຮ້ານບັນເທີງອອດສະກາບ້ານໂພນຕ້ອງ ເຊິ່ງຮ້ານຈຳນວນນີ້ແມ່ນເປີດເຄື່ອງສຽງກາຍກຳນົດ 80 ດີຊີເບວ ແລະ ປິດຮ້ານເກີນໂມງເວລາທີ່ທາງການກໍານົດໃຫ້ຄື: ຮ້ານອາຫານປິດຮັບລູກຄ້າ 23:00 ໂມງ ປິດຮ້ານເວລາ 23:30 ໂມງ ຮ້ານບັນເທີງປິດສຽງປິດຮັບລູກຄ້າ 24:00 ໂມງ ແລະ ປິດຮ້ານ 1:00 ໂມງ ເຊິ່ງຮ້ານຈໍານວນນີ້ຍັງປະຕິບັດບໍ່ທັນໄດ້ ດັ່ງນັ້ນທາງຄະນະຮັບຜິດຊອບຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນປັບໃໝຕາມລະບຽບ ແລະ ໄດ້ອອກໜັງສືແຈ້ງເຊີນໃຫ້ເຈົ້າຂອງທຸລະກິດໄປເສຍຄ່າປັບໃໝຢູ່ກອງບັນຊາການ ປກສ ນວ ຕາມລະບຽບການ.

Continue Reading

ทั่วไป

ເຕືອນໄພ!ກົມອາຫານຊີ້ ການຊື້ຢາຊຸດ ຢາຊຸມອັນຕະລາຍ

Published

on

By

ວັນທີ 5 ທັນວາ 2023 ນີ້, ເພຈ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນ ການຊື້-ຂາຍ ຢາຊຸດ-ຢາຊຸມ ຈາກເຟສບຸກຕ່າງໆທີ່ມີການໂຄສະນາປະກາດຂາຍຢາດັ່ງກ່າວຕາມສື່ອອນລາຍ ເຊິ່ງຢາດັ່ງກ່າວເປັນຢາທີ່ຜິດກົດໝາຍ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ຂາຍໃນທຸກຮູບແບບ ເນື່ອງຈາກຢາຊຸດ-ຢາຊຸມ ປະກອບດ້ວຍຢາຫລາຍຊະນິດ ອາດສົ່່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ເຊັ່ນ: ຕັບ, ໄຂ່ຫລັງ ແລະ ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້ ຫ້າມຊື້ມາກິນເດັດຂາດ.

Continue Reading

ทั่วไป

ເຮືອນແພ!ເມື່ອງເຟືອງຖືກ ສຶກສາອົບຮົມ ຍ້ອນແບບນີ້

Published

on

By

ເຮືອນແພເມືອງເຟືອງ ຖີ້ມຂີ້ເຫຍື້ອລົງນໍ້າ ຖືກສຶກສາອົບຮົມ🤣 ສິ່ງແວດລ້ອມ ເມືອງເຟືອງ ແຂວງວຽງຈັນ ໄດ້ສ້າງບົດບັນທຶກ ສຶກສາອົບຮົມ ພ້ອມທັງແນະນຳຄືນ ໃນການກຳຈັດສິ່ງເສດເຫຼືອຕ່າງໆ

ຢູ່ໃນຂອບເຂດຮັບຜິດຊອບຂອງແຕ່ລະເຮືອນແພ ຫ້າມບໍ່ໃຫ້ຖີ້ມ ສິ່ງເສດເຫຼືອລົງສູ່ສາຍນ້ຳ, ແນະນຳໃຫ້ພ້ອມກັນຮັກສາ ຄວາມສະອາດ. ພ້ອມທັງແນະນຳໃຫ້ຕິດຂໍ້ຫ້າມ,

ມາດຕະການປັບໃໝຕໍ່ຜູ່ທີ່ລະເມີດ ຫຼືຍັງຖີ້ມຂີ້ເຫຍື້ອລົງສູ່ແຫຼ່ງນ້ຳຢ່າງເຂັ້ມງວດ).

Continue Reading

ทั่วไป

ຕຳຫຼວດ!ໄທກັກໂຕກຸ່ມຂາຍ ອາຫານເສີມເຖືອນ ໃນນັ້ນມີຄົນລາວ2ຄົນ

Published

on

By

ເບິ່ງຄືມີຂາຍຢູ່ລາວ! ກວດຢຶດອາຫານເສີມ ແລະ ນົມຜົງບໍ່ໄດ້ມາດຕະຖານ ກັກໂຕຜູ້ຖືກຫາ 9 ຄົນ ໃນນັ້ນມີລົນລາວ 2 ຄົນ

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ມີຄົນໄທ 4 ຄົນ ຫວຽດນາມ 2 ຄົນ ລາວ 2 ຄົນ ແລະ ກຳປູເຈຍ 1 ຄົນ

ເຊິ່ງໃນການກວດຍຶດຄັ້ງນີ້ ມີ ນົມຜົງ ແລະ ອາຫານເສີມ 11 ຊະນິດ ມີເປັນກະປ໋ອງ 9.000ກະປ໋ອງ, ເປັນຊອງ 1.400 ຊອງ ເຊິ່ງເປັນຜະລິດຕະພັນຈາກຫວຽດນາມ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້