ເປີດໃຊ້!ສູນບຳບັດ ຟື້ນຟູຜູ້ຕິດ ຍາເສບຕິດແຂວງເຊກອງ – ສື່ລາວ.ຄອມ
Connect with us

ทั่วไป

ເປີດໃຊ້!ສູນບຳບັດ ຟື້ນຟູຜູ້ຕິດ ຍາເສບຕິດແຂວງເຊກອງ

Published

on

ວັນທີ 17 ພະຈິກ 2023, ພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໂດຍມີ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ.ພັອ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການປກສ ແຂວງເຊກອງ ລາຍງານວ່າ: ໂຄງການກໍ່ສ້າງ ແລະ ສ້ອມແປງສູນບໍາບັດ-ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແມ່ນໂຄງການໜຶ່ງທີ່ມີຄວາມສໍາຄັນ, ຈໍາເປັນ ແລະ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອເປັນບ່ອນບໍາບັດ ແລະ ຟື້ນຟູສຸຂະພາບໃຫ້ແກ່ລູກ-ຫລານຂອງພໍ່ແມ່ປະຊາຊົນຜູ້ຕິດຢາເສບຕິດທຸກປະເພດ, ທັງເປັນການກອບກູ້ເອົາຊີວິດອັນມືດມົນ ໄປສູ່ຊີວິດອັນແຈ່ມໃສ ແລະ ມີອານາຄົດທີ່ດີ, ມີອາຊີບການທໍາມະຫາກິນທີ່ໝັ້ນຄົງ ເພື່ອໃຫ້ກາຍເປັນຊາວໜຸ່ມ-ໄວໜຸ່ມທີ່ມີອານາຄົດສົດໃສຂອງພໍ໋-ແມ່ ກໍຄື ປະເທດຊາດຕະຫລອດໄປ.ສູນບໍາບັດ-ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຕັ້ງຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ຫ່າງຈາກເທສະບານແຂວງປະມານ 68 ກິໂລແມັດ; ການກໍ່ສ້າງສູນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນງົບປະມານຈາກການນໍາແຂວງ ແລະ ກະຊວງປ້ອງກັນຄວາມສະງົບ, ເລີ່ມລົງມືກໍ່ສ້າງ ໃນວັນທີ 20 ກຸມພາ 2023 ເປັນຕົ້ນມາ ໂດຍນໍາໃຊ້ເນື້ອທີ່ດິນທັງໝົດ 21.363 ຕາແມັດ ຊຶ່ງປະກອບມີ 7 ຕຶກອາຄານ, ສາມາດຮອງຮັບ ແລະ ບັນຈຸຜູ້ຕິດຢາເສບຕິດໄດ້ 500 ຄົນ.

Continue Reading

ทั่วไป

ເຕືອນໄພ!ກົມອາຫານຊີ້ ການຊື້ຢາຊຸດ ຢາຊຸມອັນຕະລາຍ

Published

on

By

ວັນທີ 5 ທັນວາ 2023 ນີ້, ເພຈ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນ ການຊື້-ຂາຍ ຢາຊຸດ-ຢາຊຸມ ຈາກເຟສບຸກຕ່າງໆທີ່ມີການໂຄສະນາປະກາດຂາຍຢາດັ່ງກ່າວຕາມສື່ອອນລາຍ ເຊິ່ງຢາດັ່ງກ່າວເປັນຢາທີ່ຜິດກົດໝາຍ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ຂາຍໃນທຸກຮູບແບບ ເນື່ອງຈາກຢາຊຸດ-ຢາຊຸມ ປະກອບດ້ວຍຢາຫລາຍຊະນິດ ອາດສົ່່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ເຊັ່ນ: ຕັບ, ໄຂ່ຫລັງ ແລະ ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້ ຫ້າມຊື້ມາກິນເດັດຂາດ.

Continue Reading

ทั่วไป

ເຮືອນແພ!ເມື່ອງເຟືອງຖືກ ສຶກສາອົບຮົມ ຍ້ອນແບບນີ້

Published

on

By

ເຮືອນແພເມືອງເຟືອງ ຖີ້ມຂີ້ເຫຍື້ອລົງນໍ້າ ຖືກສຶກສາອົບຮົມ🤣 ສິ່ງແວດລ້ອມ ເມືອງເຟືອງ ແຂວງວຽງຈັນ ໄດ້ສ້າງບົດບັນທຶກ ສຶກສາອົບຮົມ ພ້ອມທັງແນະນຳຄືນ ໃນການກຳຈັດສິ່ງເສດເຫຼືອຕ່າງໆ

ຢູ່ໃນຂອບເຂດຮັບຜິດຊອບຂອງແຕ່ລະເຮືອນແພ ຫ້າມບໍ່ໃຫ້ຖີ້ມ ສິ່ງເສດເຫຼືອລົງສູ່ສາຍນ້ຳ, ແນະນຳໃຫ້ພ້ອມກັນຮັກສາ ຄວາມສະອາດ. ພ້ອມທັງແນະນຳໃຫ້ຕິດຂໍ້ຫ້າມ,

ມາດຕະການປັບໃໝຕໍ່ຜູ່ທີ່ລະເມີດ ຫຼືຍັງຖີ້ມຂີ້ເຫຍື້ອລົງສູ່ແຫຼ່ງນ້ຳຢ່າງເຂັ້ມງວດ).

Continue Reading

ทั่วไป

ຕຳຫຼວດ!ໄທກັກໂຕກຸ່ມຂາຍ ອາຫານເສີມເຖືອນ ໃນນັ້ນມີຄົນລາວ2ຄົນ

Published

on

By

ເບິ່ງຄືມີຂາຍຢູ່ລາວ! ກວດຢຶດອາຫານເສີມ ແລະ ນົມຜົງບໍ່ໄດ້ມາດຕະຖານ ກັກໂຕຜູ້ຖືກຫາ 9 ຄົນ ໃນນັ້ນມີລົນລາວ 2 ຄົນ

ວັນທີ 4/12/2023 ເຈົ້າຫນ້າທີ່ຕໍາຫລວດຫນອງຄາຍ ໄດ້ເຂົ້າກວດຢຶດນົມຜົງ ແລະ ອາຫານເສີມ ພ້ອມກັກໂຕຜູ້ຖືກຫາ 9 ຄົນ ໃນນີ້ມີຄົນໄທ 4 ຄົນ ຫວຽດນາມ 2 ຄົນ ລາວ 2 ຄົນ ແລະ ກຳປູເຈຍ 1 ຄົນ

ເຊິ່ງໃນການກວດຍຶດຄັ້ງນີ້ ມີ ນົມຜົງ ແລະ ອາຫານເສີມ 11 ຊະນິດ ມີເປັນກະປ໋ອງ 9.000ກະປ໋ອງ, ເປັນຊອງ 1.400 ຊອງ ເຊິ່ງເປັນຜະລິດຕະພັນຈາກຫວຽດນາມ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້