ทั่วไป
ນາຍົກ!ລັດຖະມົນຕີເຂົ້າ ເຄືອນໄຫວ ເຮັດວຽກຍູ່ອຸດົມໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ
ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ທົ່ວບັນດາແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງ ວັນທີ 22 ກັນຍາ 2023 ທີ່ຫ້ອງ ຫ້ອງວ່າການແຂວງອຸດົມໄຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເໜືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດຈາກຕ່າງປະເທດ ທີ່ມາລົງທຶນ ລວມທັງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ, ຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແໜງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດ ຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລ່ຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

ทั่วไป
ນັ່ງຊິວ!ເທີງຕັກພຮະເຈົ້າ ໄຊຍະເສດຖາທິລາດ ສິ່ງສັກສິດຄູ່ບ້ານເມື່ອງ

ຄືນັ່ງສະບາຍແທ້ ມີຊາຍນິລະນາມ ປີນຂຶ້ນໄປນັ່ງເທີງຕັກພຣະເຈົ້າໄຊຍະເສດຖາທິລາດ,

ທີ່ເດີ່ນພຣະທາດຫຼວງວຽງຈັນ ເວລາ ປະມານ 12:22 ນາທີ່ , ວັນທີ 6 ທັນວາ 2023 !!!

( ບໍ່ຄວນເຮັດແບບນີ້ ) ເພາະເປັນສິ່ງສັກສິດ ກາບໄຫວ້ບູຊາ , ຄູ່ບ້ານຄູ່ເມືອງ

ทั่วไป
ລ່າໂຫດ!ຕຳຫຼວດໄລ່ຈັບ ລົດຟອດ ຕຳແລ້ວຫນີປານສະແດງຫນັງ

ຕຳແລ້ວໜີ ຢູ່ເສັ້ນທາງດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ວັນທີ 6 ທັນວາ 2023.

ເຈົ້າໜ້າທີ່ສາມາດໄລ່ຈັບຕົວໄດ້

ຄລິບ: Bobby Souvannalath
ทั่วไป
ໂຄງການ!ພັດທະນາ ນະຄອນຫຼວງ ຈະຂາຫຍາຍຕົວ5.30%

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ວັນທີ 5 ທັນວາ 2023, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2023, ທິດທາງແຜນການ ປະຈໍາປີ 2024 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະ 2021-2023 ຂອງນະຄອນຫລວງວຽງຈັນ ວ່າ: ການຈັດຕັ້ງປະຕິບັດແຜນປີ 2023 ໄດ້ດໍາເນີນໄປດ້ວຍສະພາບການຂອງໂລກ ຍັງສືບຕໍ່ຜັນແປໄວວາ ແລະ ສັບສົນ.ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະນະຄອນຫລວງວຽງຈັນ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫລາຍດ້ານ ເປັນຕົ້ນ: ການອ່ອນຄ່າຂອງເງິນກີບ, ປັດໄຈການຜະລິດມີລາຄາສູງຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ຄ່າຄອງຊີບເພີ່ມຂຶ້ນ. ຕໍ່ສະພາບການດັ່ງກ່າວ, ນະຄອນຫລວງວຽງຈັນ ຍັງຮັກສາໄດ້ສະຖຽນລະພາບການເມືອງ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ທົ່ວສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ. ຜ່ານການຈັດຕັ້ງປະຕິບັດ 95 ຄາດໝາຍ ຕາມມະຕິ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ, ໃນປີ 2023 ທີ່ຜ່ານມາ ສາມາດປະຕິບັດໄດ້ ແລະ ລື່ນບາງຄາດໝາຍ ຈໍານວນ 76 ຄາດໝາຍ ແລະຍັງ 19 ຄາດໝາຍ ຄາດວ່າຈະປະຕິບັດບໍ່ໄດ້. ສ່ວນການພັດທະນາເສດຖະກິດ: ຄາດຄະເນວ່າໝົດປີ 2023 ເສດຖະກິດ ຂອງນະຄອນຫລວງວຽງຈັນຈະຂະຫຍາຍຕົວໃນລະດັບ 5,30% ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸຫຼາຍກວ່າ 7ໝື່ນ2ພັນຕື້ກີບ, GDPສະເລ່ຍຕໍ່ຫົວຄົນໄດ້ຫຼາຍກວ່າ 70 ລ້ານກີບ ແລະ ຄາດ ໝາຍດ້ານເສດຖະກິດ: ມີທັງໝົດ 13 ຄາດໝາຍ, ສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ 11 ຄາດໝາຍ, ຍັງພຽງ 2 ຄາດໝາຍ ທີ່ຄາດວ່າຈະບໍ່ບັນລຸ ຄື: ການຜະລິດເຂົ້າ ແລະ ການສົ່ງອອກສິນຄ້າ.

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ