ทั่วไป
ຍຸດຕິ!ການປ່ອຍນ້ຳຊົ່ວ ຄາວເນື່ອງຈາກ ລະດັບນ້ຳເພີ່ມສູງຂຶ້ນ

ວັນທີ 17 ກັນຍາ 2023, ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນມາ ຄວ້າງແສງສິງ ຫົວໜ້າພະແນກຄວບຄຸມການຜະລິດ ແລະ ບໍລິຫານຈັດການນໍ້າ ເຂື່ອນໄຟຟ້ານໍ້າເທີນ 2 ກ່າວວ່າ: ການຢຸດການຜະລິດກະແສໄຟຟ້າຊົ່ວຄາວ ແລະ ຢຸດການປ່ອຍນໍ້າລົງສູ່ຄອງສົ່ງນໍ້າເຊບັ້ງໄຟຄັ້ງນີ້ ແມ່ນປະຕິບັດຕາມສັນຍາສໍາປະທານຕໍ່ລັດຖະບານ ເນື່ອງຈາກລະດັບນໍ້າເຊບັ້ງໄຟສູງຮອດລະດັບເຕືອນໄພລະດັບ 14,4 ແມັດ (ເຂດອັນຕະລາຍ), ດັ່ງນັ້ນ ທາງບໍລິສັດໄຟຟ້ານໍ້າເທີນ 2 ຈຶ່ງໄດ້ລຸດການຜະລິດ ໂດຍເລີ່ມຢຸດເຄື່ອງຈັກທໍາອິດ ໃນເວລາ 15:30 ຂອງແລງວັນທີ 16 ກັນຍາ, ເຄື່ອງຈັກທີ 2 ເວລາ 15:40, ເຄື່ອງຈັກທີ 3 ເວລາ 15:50 ແລະ ເລີ່ມປິດສົມບູນໃນເວລາ 22:00, ເຄື່ອງຈັກທຸກເຄື່ອງເເມ່ນໄດ້ຢຸດທຳການຜະລິດ, ປິດປະຕູນໍ້າຈົນຮອດລະດັບຕໍ່າສຸດ, ນໍ້າທີ່ສົ່ງໄປຕາມຄ່ອງສົ່ງນໍ້າແມ່ນໄດ້ປິດໝົດ, ໃຫ້ໜັ້ນໃຈໄດ້ວ່າບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການປ່ອຍນໍ້າລົງຄອງເໝືອງສົ່ງນໍ້າສູ່ ນໍ້າເຊບັ້ງໄຟຊົ່ວຄາວ, ພ້ອມທັງໄດ້ຕິດຕາມລະດັບນໍ້າຕະຫລອດເວລາ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ. ຄາດວ່າຈະເລີ່ມແລ່ນເຄື່ອງຈັກຜະລິດໄຟໄຟ້າ ແລະ ປ່ອຍນໍ້າໄດ້ອີກ ກໍ່ຕໍ່ເມືອ ນໍ້າເຊບັ້ງໄຟໄດ້ຫລຸດລົງຈາກເຂດອັນຕະລາຍ ຫລື ລະດັບເຕືອນໄພ ທີ່ກໍານົດໄວ້.
ທັງນີ້ກໍເພື່ອເປັນການຢັ້ງຢືນວ່າທາງເຂື່ອນໄຟຟ້ານໍ້າເທີນ 2 ໄດ້ປະຕິບັດຕາມພັນທະຕໍ່ລັດຖະບານໃນການຢຸດຕິການປ່ອຍນໍ້າ ແລະ ໃຫ້ທຸກພາກສ່ວນໂດຍສະເພາະບ້ານທີ່ຕັ້ງລຽບຕາມແຄມ ນໍ້າເຊບັ້ງໄຟ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ.

ทั่วไป
ອຸຕຸ!ເຕືອນຈະມີຝົນຕົກ ໜັກທາງພາກກາງ ລົງຫາພາກໃຕ້

ພະຍາກອນອາກາດ ວັນທີ 25 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕ່ຳໄດ້ພາດຜ່ານປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນ ອາກາດຕ່ຳທີ່ມີກໍາລັງແຮງເພີ່ມຂຶ້ນປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະ ພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.
ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ ອາກາດ ຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິ ເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ทั่วไป
ອົງການ!ກວດສວບແຫ່ງລັດ ສະເຫນີໃຫ້ທູຝຣັ່ງສືບຕໍ່ ຊຸດຍູ້ຂົງເຂດວຽກງານ

ວັນທີ 22 ກັນຍາ 2023, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ຊີບ-ແລັງ ຊູຍອອກ (Mrs. Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ຈຸດປະສົງແມ່ນເພື່ອກະກຽມປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບ ສານກວດສອບບັນຊີຝຣັ່ງ ແລະ ວຽກງານກ່ຽວຂ້ອງອື່ນໆ….

ทั่วไป
ນາຍົກ!ລັດຖະມົນຕີເຂົ້າ ເຄືອນໄຫວ ເຮັດວຽກຍູ່ອຸດົມໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ
ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ທົ່ວບັນດາແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງ ວັນທີ 22 ກັນຍາ 2023 ທີ່ຫ້ອງ ຫ້ອງວ່າການແຂວງອຸດົມໄຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເໜືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດຈາກຕ່າງປະເທດ ທີ່ມາລົງທຶນ ລວມທັງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ, ຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແໜງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດ ຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລ່ຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ