ເກີດເຫດ!ໄຟໄຫມ້ສາງເຄື່ອງ ບ້ານນາໂຄກ ນະຄອນຫຼວງວຽງຈັນ – ສື່ລາວ.ຄອມ
Connect with us

ทั่วไป

ເກີດເຫດ!ໄຟໄຫມ້ສາງເຄື່ອງ ບ້ານນາໂຄກ ນະຄອນຫຼວງວຽງຈັນ

Published

on

ເກີດເຫດໄຟໄໝ້ສາງເຄື່ອງ ຢູ່ເຂດບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ເວລາປະມານ 10:00 ໂມງ ຂອງວັນທີ 18 ກັນຍາ 2023, ເກີດເຫດໄຟໄໝ້ສາງເຄື່ອງ ຢູ່ເຂດບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ,

ເຊິ່ງເຈົ້າໜ້າທີ່ໜ່ວຍງານດັບມອດໄຟໄດ້ລະດົມລົດນ້ຳເຂົ້າໄປດັບມອດ ແລະ ປັດຈຸບັນສາມາດຄວບຄຸມໄຟບໍ່ໃຫ້ລຸກລາມໄປເປັນວົງກວ້າງ.

ສ່ວນສາເຫດໄຟໄໝ້ຄັ້ງນີ້, ພວມຢູ່ໃນຂັ້ນຕອນສອບສວນຂອງເຈົ້າໜ້າທີ່.

Continue Reading

ทั่วไป

ອຸຕຸ!ເຕືອນຈະມີຝົນຕົກ ໜັກທາງພາກກາງ ລົງຫາພາກໃຕ້

Published

on

By

ພະຍາກອນອາກາດ ວັນທີ 25 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕ່ຳໄດ້ພາດຜ່ານປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນ ອາກາດຕ່ຳທີ່ມີກໍາລັງແຮງເພີ່ມຂຶ້ນປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະ ພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ ອາກາດ ຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິ ເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

Continue Reading

ทั่วไป

ອົງການ!ກວດສວບແຫ່ງລັດ ສະເຫນີໃຫ້ທູຝຣັ່ງສືບຕໍ່ ຊຸດຍູ້ຂົງເຂດວຽກງານ

Published

on

By

ວັນທີ 22 ກັນຍາ 2023, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ຊີບ-ແລັງ ຊູຍອອກ (Mrs. Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ຈຸດປະສົງແມ່ນເພື່ອກະກຽມປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບ ສານກວດສອບບັນຊີຝຣັ່ງ ແລະ ວຽກງານກ່ຽວຂ້ອງອື່ນໆ….

Continue Reading

ทั่วไป

ນາຍົກ!ລັດຖະມົນຕີເຂົ້າ ເຄືອນໄຫວ ເຮັດວຽກຍູ່ອຸດົມໄຊ

Published

on

By

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ

ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ທົ່ວບັນດາແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງ ວັນທີ 22 ກັນຍາ 2023 ທີ່ຫ້ອງ ຫ້ອງວ່າການແຂວງອຸດົມໄຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເໜືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດຈາກຕ່າງປະເທດ ທີ່ມາລົງທຶນ ລວມທັງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ, ຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແໜງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດ ຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລ່ຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້