ทั่วไป
ນາຍົກ!ເຂົ້າຮ່ວມງານ ວາງສະແດງ ສິນຄ້າອາຊຽນຈີນ

ວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມ ສະຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 ປີ; ທັງເປັນປີທໍາອິດຂອງການຍົກລະດັບການເຈລະຈາເຂດການຄ້າເສລີອາຊຽນ-ຈີນ ສະບັບທີ 3.
ນັບແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ບໍ່ພຽງແຕ່ເປັນກົນໄກໜຶ່ງທີ່ຈັດຂຶ້ນເປັນປະຈໍາທຸກປີ ທີ່ມີຄວາມສໍາຄັນຕໍ່ພາກທຸລະກິດລະຫວ່າງ ອາຊຽນ-ຈີນ ເທົ່ານັ້ນ ແຕ່ຍັງເປັນເວທີເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ເພື່ອສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນ ກໍຍັງເປັນການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງພາກພື້ນ ໃຫ້ນັບມື້ເພີ່ມທະວີຍິ່ງຂຶ້ນ.
ໂອກາດນີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວເປີດພິທີງານວາງ ສະແດງ ຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນສໍາຄັນຕໍ່ທິດທາງການຮ່ວມມືລະຫວ່າງຈີນ ແລະ ອາຊຽນ ໃຫ້ມີຄວາມສະໜິດສະໜົມ ຮັກແພງຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຍາວນານ ເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄືລະບົບ ແລະ ປັດໄຈການຜະລິດ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງງານວາງ ສະແດງສິນຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນໄລຍະ 19 ປີຜ່ານມາ, ລວມທັງ ການພົວພັນຮ່ວມມືລະຫວ່າງ ອາຊຽນ-ຈີນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ອາຊຽນໄດ້ຜະເຊີນກັບຄວາມຫຍຸ້ງຍາກຕ່າງໆເປັນຕົ້ນ ການແຜ່ລະບາດພະຍາດໂຄວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງທັນການ, ພ້ອມທັງ ໄດ້ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດ ເຊື່ອມໂຍງ ພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອສ້າງໃຫ້ມີຄວາມກົມກຽວ, ບໍ່ວ່າຈະເປັນການຈັດ ຕັ້ງປະຕິບັດ ຖະແຫລງການຮ່ວມອາຊຽນ-ຈີນ ກ່ຽວກັບການເຊື່ອມສານແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025; ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ຂອບການຟື້ນຟູຮອບດ້ານອາຊຽນ, ສັນຍາເສດຖະກິດຮອບດ້ານລະດັບພາກພື້ນ ຫລື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນປີ 2022 ຜ່ານມາ. ພ້ອມດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ทั่วไป
ອຸຕຸ!ເຕືອນຈະມີຝົນຕົກ ໜັກທາງພາກກາງ ລົງຫາພາກໃຕ້

ພະຍາກອນອາກາດ ວັນທີ 25 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕ່ຳໄດ້ພາດຜ່ານປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນ ອາກາດຕ່ຳທີ່ມີກໍາລັງແຮງເພີ່ມຂຶ້ນປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະ ພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.
ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ ອາກາດ ຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິ ເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ทั่วไป
ອົງການ!ກວດສວບແຫ່ງລັດ ສະເຫນີໃຫ້ທູຝຣັ່ງສືບຕໍ່ ຊຸດຍູ້ຂົງເຂດວຽກງານ

ວັນທີ 22 ກັນຍາ 2023, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ຊີບ-ແລັງ ຊູຍອອກ (Mrs. Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ຈຸດປະສົງແມ່ນເພື່ອກະກຽມປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບ ສານກວດສອບບັນຊີຝຣັ່ງ ແລະ ວຽກງານກ່ຽວຂ້ອງອື່ນໆ….

ทั่วไป
ນາຍົກ!ລັດຖະມົນຕີເຂົ້າ ເຄືອນໄຫວ ເຮັດວຽກຍູ່ອຸດົມໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ
ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ທົ່ວບັນດາແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງ ວັນທີ 22 ກັນຍາ 2023 ທີ່ຫ້ອງ ຫ້ອງວ່າການແຂວງອຸດົມໄຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເໜືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດຈາກຕ່າງປະເທດ ທີ່ມາລົງທຶນ ລວມທັງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ, ຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແໜງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດ ຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລ່ຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ