ບໍ່ລອດ!ອົບຮົມໄວຫນຸ່ມ 8ຄົນ ດຶ່ມນ້ຳທ່ອມຜິດກົດຫມາຍ – ສື່ລາວ.ຄອມ
Connect with us

ทั่วไป

ບໍ່ລອດ!ອົບຮົມໄວຫນຸ່ມ 8ຄົນ ດຶ່ມນ້ຳທ່ອມຜິດກົດຫມາຍ

Published

on

ສຶກສາອົບຮົມ ໄວໜຸ່ມດື່ມນ້ຳກະທ່ອມ 8 ຄົນ ພ້ອມເຮັດບົດບັນທຶກ ຖ້າມີອີກຄັ້ງຕໍ່ໄປຈະປະຕິບັດຕາມລະບຽບການຢ່າງເຂັ້ມງວດ

ວັນທີ 15 ກັນຍາ 2023, ກອງບັນຊາການປ້ອງກັນຄວາມສະຫງົບເມືອງສາລະວັນ ແຂວງສາລະວັນ ໄດ້ນໍາຕົວກຸ່ມໄວໜຸ່ມທີ່ມົ້ວສຸມດື່ມນໍ້າກະທ່ອມຈໍານວນ 8 ຄົນ ຍິງ 2 ຄົນ ເຂົ້າມາສຶກສາອົບຮົມກ່າວເຕືອນ ໃຫ້ເຂົາເຈົ້າໃຈຕໍ່ຜົນຮ້າຍໄພອັນຕະລາຍຂອງການດື່ມນໍ້າກະທ່ອມ.

ທ່ານ ພັຕ ຫວັດມະນີ ນ້ອຍສີແສງ ຫົວໜ້າພະແນກຕໍາຫລວດ ປກສ ເມືອງສາລະວັນ ໄດ້ກ່າວຕັກເຕືອນ ແລະ ຍົກໃຫ້ເຫັນຜົນຮ້າຍຂອງໃບກະທ່ອມ ແມ່ນເປັນພຶດຊະນິດໜື່ງທີ່ມີສານເສບຕິດຈໍາພວກໄມຄຣາມໄຈນິນ ແລະ ສານຈໍາພວກອັກຄາລອຍ ເຊິ່ງເປັນສານກົດປະສາດສ່ວນກາງ ເຮັດໃຫ້ເກີດຜົນກະທົບຕໍ່ຮ່າງກາຍໄລຍະຍາວ ເຮັດໃຫ້ຄົນທີ່ດື່ມໄປດົນເກີດອາການຕິດ, ເບື່ອອາຫານ, ບໍ່ຢາກດື່ທນ້ຳເຮັດໃຫ້ຮ່າງກາຍຕື່ນໂຕຕະຫລອດເວລາ, ຖ້າຫາກຢຸດກະທັນຫັນຈະເຮັດໃຫ້ໃຈຮ້າຍ, ຫງຸດຫງິດງ່າຍ, ຫົວໃຈເຕັ້ນຜິດປົກກະຕິ ແລະ ອື່ນໆ. ຈາກນັ້ນກໍໄດ້ເຮັດບົດບັນທຶກ ຖ້າຍັງສືບຕໍ່ມົ້ວສຸມກັນອີກ ຄັ້ງຕໍ່ໄປຈະໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

Continue Reading

ทั่วไป

ອຸຕຸ!ເຕືອນຈະມີຝົນຕົກ ໜັກທາງພາກກາງ ລົງຫາພາກໃຕ້

Published

on

By

ພະຍາກອນອາກາດ ວັນທີ 25 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕ່ຳໄດ້ພາດຜ່ານປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນ ອາກາດຕ່ຳທີ່ມີກໍາລັງແຮງເພີ່ມຂຶ້ນປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະ ພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ ອາກາດ ຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິ ເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

Continue Reading

ทั่วไป

ອົງການ!ກວດສວບແຫ່ງລັດ ສະເຫນີໃຫ້ທູຝຣັ່ງສືບຕໍ່ ຊຸດຍູ້ຂົງເຂດວຽກງານ

Published

on

By

ວັນທີ 22 ກັນຍາ 2023, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ຊີບ-ແລັງ ຊູຍອອກ (Mrs. Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ຈຸດປະສົງແມ່ນເພື່ອກະກຽມປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບ ສານກວດສອບບັນຊີຝຣັ່ງ ແລະ ວຽກງານກ່ຽວຂ້ອງອື່ນໆ….

Continue Reading

ทั่วไป

ນາຍົກ!ລັດຖະມົນຕີເຂົ້າ ເຄືອນໄຫວ ເຮັດວຽກຍູ່ອຸດົມໄຊ

Published

on

By

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ

ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ທົ່ວບັນດາແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງ ວັນທີ 22 ກັນຍາ 2023 ທີ່ຫ້ອງ ຫ້ອງວ່າການແຂວງອຸດົມໄຊ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເໜືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດຈາກຕ່າງປະເທດ ທີ່ມາລົງທຶນ ລວມທັງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ, ຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແໜງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດ ຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລ່ຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້