Breaking news‼️ ແຈ້ງເຕືອນໄພລະວັງຝົນຕົກໜັກ ສະບັບທີ 2 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.

ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ພາກເໜືອຫາພາກກາງ ຂອງ ສປປ ລາວ ພ້ອມດຽວກັນ ລົມມໍລະສົມຸຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງເພີ່ມຂຶ້ນ ໃນໄລຍະວັນທີ່ 3-5 ກໍລະກົດ ນີ້ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມທັງມີລົມແຮງເປັນບາງໂອກາດ ຈຶ່ງເຕືອນມາຍັງປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ແຂວງ ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປະາສັກ, ເຊກອງ ແລະ ອັດຕະປື

ໃຫ້ມີສະຕິ ລະວັງໂຕ ຕໍ່ສະພາບຝົນຕົກໜັກດັ່ງກ່າວ ອາດມີດິນເຈື່ອນ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ແລະ ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸ ໃນໄລຍະ 1-2 ວັນຂ້າງໜ້າຕື່ມ.