​ເກີດດິນຖະຫຼົ່ມບໍ່ຢົກ ຢູ່ເມືອງປະກັ້ນ ປະເທດມຽນມາ ມີຜູ້ເສຍຊີວິດ 100 ກວ່າຄົນ

ວັນທີ 2 ກໍລະກົດນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ໄດ້ເກີດເຫດດິນຖະຫຼົ່ມຢູ່ບໍ່ຂຸດຄົ້ນຢົກ ໃນເມືອງປາກັ້ນ (Hpakant)​ ແຂວງຄະສິ່ນ, ປະເທດມຽນມາ ເນື່ອງຈາກຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ມີຜູ້ເສຍຊີວິດ 113 ຄົນ ເຊິ່ງເຈົ້າໜ້າກູ້ໄພກຳລັງເລັ່ງຄົ້ນຫາ ແລະ ກູ້ສົບໃນເຫດດັ່ງກ່າວ.

ເມືອງປາກັ້ນ ຖືເປັນເມືອງທີ່ມີບໍ່ຂຸດຄົ້ນຢົກໃຫຍ່ທີ່ສຸດຂອງມຽນມາ ເປັນຂຸມຊັບຂະໜາດໃຫຍ່ ແຕ່ມັກເກີດມີດິນຖະຫຼົ່ມຢູ່ເລື່ອຍໆ.​

.

.

.

.

.